ທ່ານ ລັດຖະມົນຕີວ່າການ ກະຊວງ ອຄ ສືບຕໍ່ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ 2 ແຂວງພາກເໜືອ
By sonsathit rasavong On 19 Oct, 2015 At 06:11 AM | Categorized As ຂ່າວພາຍໃນ | With 0 Comments

 

ໃນວັນທີ 14 ຕຸລາ 2015 ທີ່​ຜ່ານ​ມາ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ສືບຕໍ່ນໍາພາຄະນະພະນັກງານຂອງກະຊວງອຸດສາຫະກໍາ ແລະ ກາຄ້າ ພົບປະກັບຄະນະນໍາ ແລະ ພະນັກງານຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຫຼວງນໍ້າທາ ແລະ ເຂົ້າຢ້ຽມຂໍ່ານັບ ທ່ານ ເພັດຖາວອນ ພິລາວັນ ເຈົ້າແຂວງ ແຂວງຫຼວງນໍ້າທາ ຊຶ່ງໄດ້ແລກປ່ຽນຮ່ວມກັນກ່ຽວກັບສະພາບການພັດທະນາວຽກງານອຸດສາຫະກໍາ ແລະ ການຄ້າ ຂອງແຂວງ ໃນໄລຍະຜ່ານມາ.

ຈາກນັ້ນໃນຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນຂອງກະຊວງ ອຄ ໄດ້ສືບຕໍ່ເດີນທາງໄປເຮັດວຽກທີ່ ແຂວງບໍ່ແກ້ວ ແລະ  ໃນວັນພະຫັດ, ວັນທີ 15 ຕຸລາ 2015, ທີ່ຫ້ອງວ່າການປົກຄອງແຂວງບໍ່ແກ້ວ, ທ່ານ ລັດຖະມົນຕີວ່າການ  ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ຄໍາພັນ ເຜີຍຍະວົງ ເຈົ້າແຂວງ ແຂວງບໍ່ແກ້ວ ແລະ ເປັນປະທານຮ່ວມໃນກອງປະຊຸມເຜີຍແຜ່ການເຊື່ອມໂຍງເສດຖະກິດກັບສາກົນ ແລະ ການກະກຽມເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນຂອງ ສປປ ລາວ ໃຫ້ແກ່ພາກລັດ ລວມທັງຈາກບັນດາຫ້ອງການເມືອງຕ່າງໆ ແລະ ພາກທຸລະກິດທົ່ວແຂວງບໍ່ແກ້ວ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ລັດຖະມົນຕີພ້ອມດ້ວຍຄະນະ ໄດ້ພົບປະກັບຄະນະນໍາ ແລະ ພະນັກງານຂອງພະແນກ ອຄ ແຂວງ ບໍ່ແກ້ວ ແລະ ໄດ້ລົງຢ້ຽມຢາມໂຮງງານຜະລິດເຫຼົ້າກົງສະເດັນ ແລະ ໂຮງງານຜະລິດເຫຼົ້າວາຍໝາກຂາມປ້ອມ.

 

llp01

llp04

llp07

[ພາບ ແລະ ຂ່າວ: ກະຊວງອຸດສາຫະກຳ ແລະ ການຄ້າ]