ທ່ານ ຄຳໄພ ສົມຊະນະ ປະທານບໍລິສັດກຸ່ມຄຳໄພ່ກໍ່ສ້າງຈຳກັດຜູ້ດຽວ ເຂົ້າມອບເງິນອຸປະຖຳໃຫ້ແກ່ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອນຳໃຊ້ເຂົ້າໃນວຽກງານກະກຽມງານສະເຫຼີມສະຫຼອງວັນຊາດຄົບຮອບ 40 ປີ
By sonsathit rasavong On 26 Oct, 2015 At 07:09 AM | Categorized As ຂ່າວພາຍໃນ | With 0 Comments

 

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 22 ຕຸລາ 2015 ຜ່ານ​ມາ, ທີ່ກະຊວງ​ອຸດສາຫະກຳ​ ​ແລະ ການ​ຄ້າ (ອຄ) ​ໄດ້​ຈັດ​ພິທີ ມອບ​-ຮັບ​ ​ເງິນ​ອຸປະຖຳ​ຈາກ​ທ່ານ​ປະທານ​ກຸ່ມ​ບໍລິສັດ​ຄຳ​ໄພ່​ກໍ່ສ້າງ​ຈຳກັດ​ຜູ້​ດຽວ ຈຳນວນ 50 ລ້ານ​ກີບ ​ເພື່ອ​ນຳ​ໃຊ້ ​ເຂົ້າ​ໃນ​ວຽກ​ງານ​ກະກຽມ​ງານ​ສະ​ເຫຼີມສະຫຼອງ​ວັນຊາດ​ທີ 2 ທັນວາ ຄົບຮອບ 40 ປີ ທີ່​ຈະ​ຈັດ​ຂຶ້ນ​ທ້າຍປີ​ນີ້.

ພິທີ​ດັ່ງ​ກາວ​ໃຫ້​ກຽດ​ເຂ​ົ້າຮ່ວມ​ຮັບ​ເອົາ​ໂດຍ​ ທ່ານ ນາງ ​ເຂັມ​ມະນີ​ ພົນ​ເສນາ ລັດ​ຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ພ້ອມ​ດ້ວຍຕ່າງ​ໜ້າ​ຄະນະ​ຫ້ອງການ, ຄະນະ​ຮັບ​ຜິດ​ຊອບ​ສວນສະໜາມ ​ແລະ ພະນັກງານ​ຈຳນວນ​ໜຶ່ງ​ກໍ​ໄດ້​ເຂົ້າ​ຮ່ວມ.

​ເພື່ອ​ເປັນ​ກາ​ນສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ການ​ປະກອບສ່ວນ​ດັ່ງ​ກ່າວ ທ່ານ​ລັດຖະມົນຕີ​ວ່າການ ກໍ່​ໄດ້​ມອບ​ໃບ​ກຽດ​ຕິ​ຄຸນ​ໃຫ້​ແກ່​ທ່ານ​ປະ​ທ່ານ​ບໍລິສັດ ທີ່​ໄດ້​ໃຫ້ການ​ອຸປະຖຳ ​ແລະ ​ເຫັນ​ຄວາມ​ສຳຄັນ​ໃນ​ວຽກ​ງານ​ດັ່ງກ່າວ.

ງານ​ສະ​ເຫຼີ​ມສະຫຼອງ ວັນ​ຊາດ​ທີ 2 ທັນ​ວາ ຄົບຮອບ 40 ປີ ທີ່​ຈະ​ມາ​ເຖິງ​ນີ້ ທາງ​ກະຊວງ ອຄ ກໍ່​ໄດ້​ມີ​ການ​ກະກຽມເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ ແລະ ເພື່ອໃຫ້ເຂົ້າຮ່ວມຢ່າງສົມກຽດ ເຊັ່ນ: ມີການຝຶກຊ້ອມກ້ອນກຳລັງສວນສະໜາມ, ອອກແບບກ້ອນກຳລັງສວນສະໜາມ, ການຕົບແຕ່ງລົດແຮ່ ສວນສະໜາມ ແລະ ອື່ນໆ ເປັນຕົ້ນ. ຊຶ່ງເງິນທີ່ໄດ້ຮັບການອຸປະຖຳໃນຄັ້ງນີ້ ກໍ່ຈະມາໝູນໃຊ້ເຂົ້າໃນວຽກງານຈຳເປັນທີ່ປິ່ນອ້ອມກະຊວງ ເພື່ອໃຫ້ວຽກງານສະເຫຼີມສະຫຼອງດັ່ງກ່າວໄດ້ຮັບຜົນສຳເລັດຕາມຈຸດປະສົງທີ່ຄາດໝາຍໃວ້.

 

???????????????????????????????

???????????????????????????????

???????????????????????????????

[ພາບ ​ແລະ ຂ່າວ: ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ]