ອາຊຽນ-ເອີຣົບ ເສີມຂະຫຍາຍການຮ່ວມມືດ້ານການຄ້າ-ການລົງທຶນ
By sonsathit rasavong On 15 Mar, 2016 At 07:19 AM | Categorized As ຂ່າວສຳຄັນ | With 0 Comments

 

ບັນດາລັດຖະມົນຕີເສດຖະກິດອາ​ຊຽນ (AEM) ຮ່ວມ​ກັບກໍາມະການດ້ານການຄ້າສະຫະພາບເອີຣົບ ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ດ້ານ​ການ​ຄ້າອາ​ຊຽນ – ​ເອີຣົບຄັ້ງ​ທີ 14 ຂຶ້ນ​ ທີ່​ແຂວງ​ຊຽງ​​ໃໝ່ ປະ​ເທດ​ໄທ​ ໃນ​ວັນ​ທີ 03 ມີນາ 2016 ທີ່​ຜ່ານ​ມາ ​ເພື່ອ​ເພີ່ມ​ທະວີ​ສາຍ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ​ກວ່າ​ເກົ່າຢູ່​ໃນ​ 2 ພາ​ກພື້ນ​ໂດຍ​​ເປັນ​ປະທານ​ຮ່ວມລະຫວ່າງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີວ່າການ​ກະຊວງອຸດສາຫະກໍາ ແລະ ການຄ້າ ​ແຫ່ງ ສປປ ລາວ ແລະ ທ່ານ ນາງ ​ເຊ​ສິ​ເລຍ ມານ​ສະຕຣອມ (Cecilia Malmström) ລັດຖະມົນຕີການຄ້າສະຫະພາບເອີຣົບ.

ໃນ​​ກອງ​ປະຊຸມດັ່ງກ່າວ​, ສອງ​ຝ່າຍ​ໄດ້​ແລກປ່ຽນ​ທັດສະນະ ພ້ອມຍົກໃຫ້ເຫັນການພົວພັນຮ່ວມ​ມື​ດ້ານການຄ້າ ​ແລະ ການລົງທຶນ ຈາ​ກອະດີດ​ເຖິງ​ປັດຈຸບັນ ​ໄດ້​ຮັບ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​​​​ເຂັ້ມ​ແຂງ​ຂຶ້ນ​ເລື້ອຍໆ ​ໂດຍ​ສະ​ເພາະ​ສະຫະພາບ ເອີຣົບເປັນຄູ່ຮ່ວມດ້ານການຄ້າ-ການ​ລົງທຶນໃຫຍ່ທີ່ສຸດອັນດັບ 2 ຂອງອາຊຽນ.  ​ປີ 2015 ຜ່ານ​ມາ​, ການຮ່ວມ​ມື​ດ້ານຄ້າອາຊຽນ-ເອີຣົບບັນ​ລຸ 201 ຕື້​ເອີ​ໂຣ​ເທົ່າ​ກັບ 11% ຕໍ່​ປີ. ຂະນະ​ທີ່ການລົງທຶນໂດຍກົງ (FDI) ພົບ​ວ່າ​ແຫຼ່ງທຶນຈາກສະຫະພາບເອີຣົບ​ເຂົ້າ​ອາ​ຊຽນເພີ່ມຂຶ້ນ 31.2% ຫຼື 29 ຕື້ກວ່າໂດລາສະຫະລັດ.

ນອກຈາກ​ນີ້, ສອງຝ່າຍອາ​ຊຽນ-​ເອີຣົບ ໄດ້ຢືນຢັນຮ່ວມກັນ ຈະສືບຕໍ່ຮັດແໜ້ນການພົວພັນ ​ແລະ ການຮ່ວມມືດ້ານເສດຖະກິດໃຫ້ມີຄວາມ​ເລີກເຊິ່ງກວ່າເກົ່າ.

 

[ສູນ​ສະຖິຕິ ​ແລະ ຂ່າວສານ]

ASEAN