ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີປະທານຄະນະກວດກາສູນກາພັກ, ປະທານອົງການກວດກາລັດຖະບານ ໂອ້ລົມຕໍ່ວຽກງານກວດກາຂອງກະຊວງອຸດສາຫະກໍາ ແລະ ການຄ້າ
By sonsathit rasavong On 28 Dec, 2016 At 11:59 AM | Categorized As ຂ່າວພາຍໃນ | With 0 Comments

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 20 ທັນວາ 2016  ທ່ານ ບຸນ​ທອງ​ ຈິດ​ມະນີ ຮອງ​ນາຍົກລັດຖະມົນຕີ ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ, ປະທານ​ອົງການ​ກວດກາ​ລັດຖະບານ ​ໄດ້​ເຂົ້າເປັນປະທານ​​ກອງ​ປະຊຸມ ຜັນ​ຂະຫຍາ​ຍເນື້ອ​ໃນວຽກງານ​ກວດກາ​ທົ່ວ​ປະ​ເທດ​ຄັ້ງ​ທີ 3 ​ແລະ ສະຫລຸບ​ຕີ​ລາຄາການ​ເຄື່ອນ​ໄຫວ​ວຽກ​ງານ​ກວດກາຂອງ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ 5 ປີ 2011-2015 ​ໃນ​ຕໍ່ຫນ້າ ປີ 2016-2020 ​ທີ່ກະຊວງ​ອຸດສາຫະກໍາ ​ແລະ​ ການ​ຄ້າ. ທ່ານ ​ໄດ້​​ເນັ້ນ​ໃຫ້ກະຊວງອຸດສາຫະກໍາ ​ແລະ ການ​ຄ້າ​ ເອົາ​ໃຈ​ໃສ່​ຕິດຕາມ​ການ​ກວດກາ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຕາມ​ພາລະ​ບົດ​ບານ​ຂອງ​ຕົນໃຫ້​ເປັນ​ລະບົບ​ຕໍ່​ເນື່ອງ ຮັບປະກັນ​ຜົນ​ປະ​ໂຫຍ​ດລວມຂອງ​ຊາດ  ກໍ່ຄື​ການ​ສະກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫລວງ​ໃຫ້​ຫມົດ​ໄປ

ຜ່ານ​ການ​ຟັງ​ການ​ລາຍ​ງານຂອງ​ກອງ​ປະຊມ​ທ່ານ​ໃຫ້​ທິດ​ຊີ້​ນໍາ​ວ່າ: ​ໃນ 5 ປີຜ່ານມາ ພາຍ​ໃຕ້​ການ​ນໍາພາ​ຂອງ​ຄະນະ​ພັກ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ແມ່ນ​ມີ​ຄວາມ​ບຸກ​ບືນປະຕິບັດ​ຫນ້າ​ທີ່​ການ​ເມືອງ​ຂອງ​ຕົນ​ເຊິ່ງ​ເຮັດ​ໃຫ້​ວຽກ​ງານ​ການ​ຄ້າ​ລວມທັງ​ນະ​ໂຍບາຍ​ຂອງ​ຕ່າງປະ​ເທດ, ການ​ນໍາ​ເຂົ້າ ​- ສົ່ງ​ອອກ, ການ​ພັດທະນາ​ອຸດສາຫະກໍາ ​ແລະ ຫັດຖະ​ກໍາ ພ້ອມ​ທັງ​ການ​ຄຸ້ມ​ຄອງ​ດັດສົມ​ວິ​ສາ​ຫະກິດ​ຕ່າງໆ ​​ໄດ້​ມີ​ການ​ພັດທະນາ ​ແລະ ມີ​ການ​ຫັນປ່ຽນ​ທີ່​ຕັ້ງຫນ້າ, ​ແຕ່​ຄຽງ​ຄູ່​ກັບ​ຜົນ​ສໍາ​ເລັດ​ທີ່​ຍາດ​ມາ​ໄດ້ ​ເມື່ອ​ທຽບ​ໃສ່​ກັບ​ບັນດາ​ຄາດຫມາຍ​ສູ້​ຊົນ​​ແຕ່​ລະ​ດ້ານ​ທີ່​ພັກ-​ລັດ ກໍ່ຄື​ກະຊວງ​ອຸດສາຫະກໍາ​ແລະ ການ​ຄ້າ​ວາງ​ອອກ ຍັງ​ມີ​ບັນຫາ​ຈໍານວນ​ຫນຶ່ງ​ຕ້ອງ​ໄດ້​ສືບ​ຕໍ່​ປັບປຸງ​ແກ້​ໄຂ​ເຊັ່ນ: ການ​ຜັນ​ຂະຫຍາຍ ວິ​ໄສ​ທັດ, ກົດຫມາຍ​ນິຕິ​ກໍາ​ລຸ່ມກົດຫມາຍ ຫລາຍ​ສະບັບ ຍັງ​ບໍ່​ເລິກ​ເຊິ່ງກ້ວາງ​ຂວາງ​ທົ່ວ​ເຖິງ ​ແລະ ຍັງ​ມີ​ຫລາຍ​ອັນ​ຍັງ​ບໍ່​ເປັນ​ນະ​ໂຍບ​າຍ ລະອຽດ, ການ​ຈັດ​ຕັ້ງປະຕິບັດນະ​ໂຍບາຍ​ການ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະຫນາດ​ນ້ອຍ ​ແລະ ກາງ ຍັງ​ບໍ່​ທັນ​ເປັນ​ຮູບ​ປະ​ທໍາ​ຢ່າງ​ກ່ວາງ​ຂວາງ, ການ​ດັດສົມ-​ຄຸ້ມ​ຄອງ​ໂຮງ​ຈັກ​ໂຮງງານ​ຍັງ​ບໍ່​ທັນ​ເຂັ້ມ​ງວດ, ຕ້ອງ​ເອົາ​ໃຈ​ໃສ​່ເພີ່​ມ​ເຕີມ​ໃນ​ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ​ປະ​ເພດ​ຕ່າງໆ, ວຽກ​ງານ​ການ​ຕິດຕາມ​ກວດກາ, ສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໃຫ້​ສືບ​ຕໍ່​ເພີ່ມ​ທະວີ​ການ​ຕິ​ດຕາມ​ກວດກາ​ໃຫ້​ເຂັ້ມ​ງວດກ່ວາ​ເກົ່າ, ພ້ອມ​ທັງ​ແກ້​ໄຂ​ວຽກການ​ເກັບ​ກູ້​ວັດຖຸ​ເງິນ​ຄໍາ​ທີ່​ຕົກ​ເຮ່ຍ​ເສຍ​ຫາຍ​ຄືນມາ​ໃຫ້​ໄດ້ຕາມ​ກໍານົດ​ເວລາ.

ສ່ວນ​ວຽກ​ງານ​ການ​ແຈ້ງຂື້ນ​ບັນຊີ​ຊັບ​ສິນ ​ແລະ ລາຍ​ນັບ​ຂອງ​ພະນັກງານ​, ລັດຖະກອນ, ທະຫານ​, ຕໍາຫລວດ ຕາມ​ລະບຽບ​ການ​ແລ້ວ 2 ປີ​ຕໍ່​ຄັ້ງ, ດັ້ງ​ນັ້ນ​ຄະນະ​ພັກ, ຄະນະ​ກວດກາ ​ແຕ່ລະ​ຂັ້ນ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຊີ້​ນໍ​າຢ່າງ​ຖືກຕ້ອງ​ຕາມ​ລະບຽບ​ກົດຫມາຍ.

     [ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ]

IMG_8526