ກອງປະຊຸມສະຫລຸບຕີລາຄາການປະຕິບັດວຽກງານກົມຈັດຕັ້ງ ແລະ ພະນັກງານ ໃນ 5 ປີ ທີ່ຜ່ານມາ ແລະ ແຜນການ 5 ປີໃນຕໍ່ຫນ້າ
By sonsathit rasavong On 3 Feb, 2017 At 12:21 PM | Categorized As ຂ່າວພາຍໃນ | With 0 Comments

 

ໃນ​ຕອນ​ເຊົ້າ​ເວລາ 9:00​ໂມງ​ ຂອງ​ວັນ​ທີ 01 ກຸມພາ 2017 ທີ່​ຫ້ອງ​ປະຊຸມ​ໃຫຍ່​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ກົມ​ຈັດ​ຕັ້ງ ​ແລະ ພະນັກງານ ​ໄດ້​​​ເປິ​ດກອງ​ປະຊຸມ​ ຜັນ​ຂະຫຍາຍ​ວຽກ​ງານ​ຈັດ​ຕັ້ງ​ທົ່ວປະ​ເທດ​ຄັ້ງ​ທີ X ເພື່ອ​​ເປັນ​ການ​ສະຫລຸບ​ຕີ​ລາຄາ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຈັດ​ຕັ້ງ ​ແລະ ພະນັກງານ​ ໃນ​ໄລຍະ 5 ປີ ຜ່ານ​ມາ ​ແລະ ທິດ​ທາງ 5 ປີ ​ຕໍ່ຫນ້າ 2016-2020 ຂອງ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ເປັນ​ເວລາ 1 ວັນ​ເຄິ່ງ (ວັນ​ທີ 1-2 ກຸມພາ 2017) ​​ໃນ​ມື້​ທໍາ​ອິດ​ຂອງ​ກອງ​ປະຊຸມ​​ໃຫ້​ເປ​ັນກຽດ​ເປັນ​ປະທານ​ກອງ​ປະຊຸມທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ​ເລຂາ​ຄະນະ​ພັກ​ກະຊວງ, ລັດຖະມົນຕີ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ໄດ້​ເປັນ​ກຽດ​ເປັນ​ປະທານ​ກອງ​ປະຊຸມ  ​ແລະ ​ປະທານ ຮວມມີ ທ່ານ ບຸນ​ມີ​ ມະນີ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ແລະ ທ່ານ ວັນ​ໄຊ ທອງ​ສະຫວັນ​ຮອງ​ຫົວຫນ້າ​ຄະນະ​ຈັດ​ຕັ້ງ ສູນ​ກາງ​ພັກ ພ້ອມມີ​ບັນດາ​ຫົວໜ້າ​ກົມ, ຮອງ​ກົມ, ຫົວຫນ້າ​ພະ​ແນ​ກ, ບັນດາ​ໜ່ວຍ​ພັກລັດ​ວິ​ສາຫະກິດ, ໜ່ວຍ​ພັກບໍລິສັດ​ຢາສູບ ​ແລະ ​ໜ່ວຍ​ພັກ​ບໍລິສັດເບຍ​ລາວ ​ແຂກ​ເຂົ້າ​ຮ່ວມທັງ​ຫມົດປະມານ 70 ກວ່າ​ທ່ານ.

ດັ່ງ​ຄໍາ​ກ່າວ​ຂອງ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ ກະຊວງ​ອຸດສາ​ຫະກໍາ ​ແລະ ການ​ຄ້າ ກ່າວ​ໃນ​ກອງ​ປະຊຸມ​ວ່າ: ວຽກ​ງານ​ການຈັດ​ຕັ້ງ​-ພະນັກງານ ​ເປັນ​ວຽກ​ງານ​ທີ່​ສໍາຄັນ​ຂອງ​ພັກ ​ເຊິ່ງຍາມ​ໃດ​ພັກ​ກໍ່​ໄດ້​ເອົາ​ໃຈ​ໃສ່​ຊີ້​ນໍາ​ຢ່າງ​​ໃກ້​ຊິດ​ຕໍ່​ວຽກ​ງານ​ຈັດ​ຕັ້ງ ການ​ປັບປຸງ​ການຈັດ​ຕັ້ງ​ກໍ່ສ້າງ​ບໍາລຸງ​ຖັນ​ແຖວ​ພະນັກງານ​ສະມາຊິກ​ພັກ​ເປັນ​ວຽກ​ປົກກະຕິ​ຂອງ​ຄະນະ​ພັກ​​ທຸກ​ຂັ້ນ, ການ​ເຮັດ​ວຽກ​ຈັດ​ຕັ້ງ​ໄດ້​ດີກໍ່​ຈະ​ເຮັດ​ໃຫ້​ຖັນ​ແຖວ​ພະນັກງານ​ຂອງ​ສະມາຊິກ​ພັກ​ມີ​ຄຸນ​ທາດ​ທາງ​ດ້ານ​ການ​ເມືອງ​ໜັກ​ແໜ້ນ ມີ​ລະດັບ​ຄວາມ​ຮູ້ ຄວາ​ມສາ​ມາດ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ​ມີ​ຄວາມ​ໂປ່​ງ​ໃສ ສະກັດ​ກັ້ນ ​ ປະກົດ​ການ​ຫຍໍ້​ທໍ້​ໃນ​ພະນັກງານ​ສະມາ​ຊິກ​ພັກ​ ພ້ອມ​ທັງ​ຍົກ​ສູງ​ບົດ​ບາດ​ການ​ນໍາພາ​ຂອງ​ພັກ ​ແລະ​ຜົນ​ສັກສິດ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ລັດ ​ໃນ​ແຕ່ລະ​ຂົງ​ເຂດ​ໃຫ້​ມີ​ປະສິດທິພາບ.

ນອກ​ນີ້​ທ່ານ ຫົວໜ້າ​ກົມ​ຈັດ​ຕັ້ງ ​ແລະ ພະນັກງານ ຍັງ​​ໄດ້ລາຍ​ງານ​ໃນ​ທີ່​ປະຊຸມ​ກ່ຽວ​ກັບ​ວຽກງານ​ໃນ​ໄລຍະ 5 ປີຜ່ານມາ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ ຄະນະ​ນໍາ​ແຕ່ລະ​ຂັ້ນ​ຂອງ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ ​ເຮັດ​​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ພັກ-​ພະນັກງານ ​ແລະ ບັບປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ​ມີ​ຜົນ​ສໍາ​ເລັດ​ແຕ່​ລະ​ດ້ານ​ຄື: ດ້ານ​ການ​ເມື​ງ ​ໄດ້​ເອົາ​ໃຈ​ໃສ່​ນໍາພາ​ຈັດ​ຕັ້ງ​ຊ​ເຊື່ອມ​ຊຶມ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ມະຕິ​ຂອງ​ສູນ​ກາງ​ພັກ​ເປັນ​ຕົ້ນ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 9 ​ແລະ ຄັ້ງ​ທີ 10.  ​

ທີ່​ສໍາຄັນ​ຍັງ​ໄດ້​ເວົ້າ​ເຖິງ​ແຜນ 5 ປີ​ໃນ​ຕໍ່ໜ້າ​ທີ່​ຈະ​ໄດ້​ສືບຕໍ່​ຢຶດຫມັ້ນ​ຕາມ​ 5 ຫລັກການ 3 ທິດ​ນໍາ​ໃນ​ການ​ກໍ້​ສ້າງ​ພັກ​ເພື່ອຮັບປະກັນ​ທາດ​ແທ້​ຊົນ​ຊັ້ນ​ປະຕິ​ວັດ​ຂອງ​ພັກ ສ້າງ​ຖັນ​ແຖວ​ພະນັກງານ​ສະມາຊິກ​ພັກ​ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາ​ດ ແລະ ຄຸນສົມ​ບັດ​ສິນ​ທໍາ​ປະຕິວັດ ກໍາ​ແໜ້ນ​ແນວທາງ​ການ​ເມືອງ​ທີ່​ໜັກ​ແໜ້ນ​ມີ​ຄວາມ​ຈົ່ງ​ຮັກ​ພັກດີ​ຕໍ່​ປະ​ເທດ​ຊາດ ​ແລ​ະ ປັບປຸງ​ກົງຈັກ​ແຕ່ລະ​ຂັ້ນ​ໃຫ້​ກະທັດ​ຮັດ​ໜັກ​ແໜ້ນ​ເຂັ້ມ​ແຂງ​ ​ແລະ ມີ​ຄວາມ​ສັກ​ສິດ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ລັດ.

ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ

edit01

edit02

edit03