ວຽກງານປົກປ້ອງຜູ້ຊົມໃຊ້ໄດ້ຂະຫຍາຍຕົວຢ່າງຕັ້ງຫນ້າ
By sonsathit rasavong On 15 Feb, 2017 At 09:27 AM | Categorized As ຂ່າວພາຍໃນ | With 0 Comments

 

ໃນ​ວັນ​ທີ 10 ກຸມພາ 2017 ​ເວລາ 9:00​ໂມງ  ​ທ່ານ ສົມຈິດ ອິນ​ທະ​ມິດ ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ພ້ອມ​ຄະນະ​ພະ​ແນ​ກອຸດສາ​ຫະກໍາ​ ​ແລະ ການ​ຄ້າ ນະຄອນຫລວງ​ ໄດ້​ເອົາ​ໃຈ​ໃສ່​ລົງ​ຕິດຕາມການ​ຕິດ​ລາ​ຄາສິນຄ້າ​ທີ່​ນໍາ​ເຂົ້າ ເປັນ​ພາສາ​ລາວຂອງ​ສາມ​ບໍລິສັດ​ໃຫຍ່ ​ເພື່ອ​ເຮັດ​ໃຫ້​ວຽກງານ​ນໍາ​ເຂົ້າ-​ສົ່ງ​ອອກ​ ບັນດາ​ສິນຄ້າ​ປະ​ເພດ​ເຄື່ອງ​ອຸປະ​ໂພ​ກ, ບໍລິ​ໂພ​ກ​​ໃຫ້ໄດ້​ຮັບ​ການ​ຄຸ້ມ​ຄອງ​ຢ່າງ​ມີ​ປະສິດທິ​ຜົນ ປົກປ​້ອງສິດທິ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຜູ້​ຊົມ​ໃຊ້, ຜ່ານ​ການ​ລົງ​ຕິດຕາມ​ກວດກາສາມ​ບໍລິສັດ​ຄື: ບໍລິສັດ​ຊີ​ໄອ ການ​ຄ້າຂາ​ເຂົ້າ-ຂາ​ອອກ​ຈຳກັດ​; ບໍລິສັດ​ພອນ​ສະຫວັນ​ການ​ຄ້າຂາ​ເຂົ​້າ-ຂາ​ອອອກ​ຈຳກັດ​ ​ແລະ ບໍລິສັດ​ສົມບູນ​ການ​ຄ້າຂາ​ເຂົ້າ-ຂາ​ອອກ​ຈຳກັດ, ​ເຫັນ​ວ່າ​ບໍລິສັດ​ດັ່ງກ່າວ​ໄດ້ມີ​ການ​ຕິດ​ສະຫຼາກພາສາ​ລາວ​ໃສ່​ສິນຄ້າ​ທີ່​ໄດ້​ນຳ​​ເຂົ້າມາ ​ແລະ ​ເພື່ອ​ກຽ​ມ ຈຳໜ່າຍສຳ​ເລັດ​​ແລ້ວ , ​ເຊິ່ງບາງ​ບໍລິສັດ​ກໍ່​ໃຫ້​ບໍລິສັດ​ຜູູ້ຜະລິດ​ເປັນ​ຜູ້​ຕິດ​ໃຫ້​ພ້ອມ​ເລີ​ຍ, ບາງ​ບໍລິ​ສັດ​ກໍ່​ໄດ້​ມາ​ຕິດ​ເອງ.

ທ່ານ ສົ​ມຈິດ ອິນ​ທະ​ມິດ ກ່າວ​ວ່າ​ອີ​ງ​ໃສ່​​ກົດໝາຍດ້ວຍ​ການ​ປົກ​ປ້ອງ​ຜູ້​ຊົມ​ໃຊ້; ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ມີຄໍາສັ່ງ​ເລກທີ 2501/ອຄ. ຄພນ ລົງ​ວັນ​ທີ 16 ທັນວາ 2016 ກ່ຽວກັບ​ການ​ຕິດ​ສະຫຼາກສິນຄ້າ​ເປັນ​ພາສາ​ລາວ ​ເພື່ອ​ແນໃສ່​ສິນຄ້າ​ທຸກ​ປະ​ເພດ​ທີ່​ນຳ​ເຂົ້າ​ຕ້ອງ​ໄດ້​ຕິດ​ສະຫຼາກກຳກັບ​ເປັນ​ພາສາ​ລາວ, ​ເພື່ອ​ໃຫ້​ຮູ້ຈັກ​ວ່າ​ສິນຄ້າ​ນັ້ນ​ແມ່ນ​ນຳ​ເຂົ້າ​ມາ​ບ່ອນ​ໃດ, ສັບພະ​ຄຸນ​ແນວ​ໃດ ​ແລະ ທີ່​ສຳຄັນ​ວັນ​ເດືອນ​ປີ​ທີ່​ຜະລິດ-​ວັນ​ເດືອນ​ປີໝົດອາຍຸ; ຖ້າ​ຫາກ​ຜູ້​ຊົມ​ໃຊ້ ​ແລະ ຜູ້​ບໍລິ​ໂພ​ກກິນ​ດື່ມ ຫຼື ຊົມ​ໃຊ້​ແລ້ວ​ມີ​ບັນ​ຫາ​ກະທົບ​ຕໍ່​ດ້ານ​ສຸຂະພາບ ( ສຸຂາ​ນາ​ໄມ ) ​ແມ່ນ​ຜູ້​ບໍລິ​ໂພ​ກສາມ​າດຟ້ອງ​ຮ້ອງກັບ​ໄປ​ຫາ​ບໍລິສັດ​ທີ່​ນຳ​ເຂົ້າມາຈຳໜ່າຍ​ໄດ້.

ສຳລັບຂະ​ແໜງອຸດສາຫະກຳ ​ແລະ ການ​ຄ້າ​ເອງ​ການ​ຕິດ​ສະຫຼາກ​ເປັນ​ພາສາ​ລາວ​ກໍ່​ເປັນ​ເຄື່ອງມືໜຶ່ງທີ່​ຈະ​ຊ່ວຍ​ດຶງ​ເອົາລະ​ບົບການ​ຄ້າ​ໃຫ​້​ເຂົ້າ​ເປັນ​ລະບຽບ​ເຊິ່ງຈະ​ເຮັດ​ໃຫ້​ໄດ້​ຄື​ແນວ​ນັ້ນ​ຕ້ອງ​ແມ່ນ​ຜູ້​ທີ່​ນຳ​ເຂົ​້າທີ່​ຖືກຕ້ອງ ປະຕິບັດ​ຕາມລະບຽບກົດຫມາຍ​ບ້ານ​ເມືອງ​ວາງ​ອອກອັນ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ສາມາດ​ແກ້​ໄຂ​ໄດ້​ການ​ຄ້າ​​ເຖື່ອນ ( ​ແມ່​ຄ້າ​ທີ່​ລັກ​ລອບ​ນຳ​ເຂົ້າ ).​ ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ຜ່ານ​ມາ​ກໍ່​ມີ​ບໍລິສັດ​ຈຳນວນໜຶ່ງທີ່​ໃຫ້ການ​ຮ່ວມ​ມື ​ແລະ ຍັງ​ມີ​ບາງ​ບໍລິສັດ​ທີ່​ຍັງ​ບໍ່​ໃຫ້ການ​ຮ່ວ​ມມື ​ແລະ ມີ​ກຸ່ມ​ແມ່​ຄ້າ​ລາຍ​ຍ່ອຍ​ທີ່​​ປ່ອຍ​ຂ່າວ​ດ້ານ​ທີ່​ບໍ່​ດີ​​ເນື່ອງຈາກ​ເສຍ​ຜົນ​ປະ​ໂຫຍ​ດ.

ນອກຈາກ​ນີ້ ທ່ານ ວັນ​ສົມ ວິລະ​ວົງ ອຳນວຍ​ການ​ບໍລິສັດ ພອນ​ສະຫວັນ​ຂາ​ເຂົ້າ-ຂາ​ອອກ​ຈຳກັດ ຍັງ​ໄດ້ກ່າວ​ວ່າ: ການ​ຕິດ​ສະຫຼາກ​ເປັນ​ພາສາ​ລາວ ຈະ​ເຮັດ​ໃຫ້​ຜູ້​ບໍລິ​ໂພ​ກ ຮູ້ຈັກ​ແຫຼ່ງສິນຄ້າ ​ເຈົ້າ​ຂອງ​ສິນ​ຄ້າ ​ໂດຍ​ສະ​ເພາະ​ແມ່ນ​ຜູ້ນຳ​ເຂົ​້າ, ລູກ​ຄ້າ​ສາມາດ​ຮັບ​ຮູ້​ໄດ້​ວ່າ​ສິນຄ້າ​ມາ​ຈາກ​ບ່ອນ​ໃດ ​ແລະ ສະ​ແດງ​ໃຫ້​ຮູ້​ວ່າ​ສິນຄ້າ​ດັ່ງກ່າວ​ມີ​ບໍລິສັດ​ໃດ​ເປັນ​ຜູ້​ຮັບຜິດຊອບ, ຫາກ​ບໍ່ມີສະຫຼາກພາສາ​ລາວ​ຕິດ​ກໍ່​ຈະ​ບໍ່​ຮູ້​ເລີຍ​ວ່າ​ສິນຄ້າ​ນັ້ນ​ນຳ​ເຂົ້າ​ແບບ​​ຖືກຕ້ອງ ຫລື​ບໍ່ ​ເຮັກ​ວິທີ​ນີ້ມັນ​ຈະ​​ເປັນ​ການ​ງ່າຍ​ໃຫ້​ແກ່​ພາກ​ລັດ​ໃນການ​ກວດ​ສອບ. ຫາກ​ພາກ​ລັດ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເຄັ່ງ​ຄັດ​ໃນ​ທົ່ວ​ປະ​ເທດ​ກໍ່​ຈະ​ເປັນ​ການ​ດີ ​ເພາະ​ຈະ​ເຮັດ​ໃຫ້​ການ​ເກັບ​ພັນທະ​ເຂົ້າ​ລັດ​ໄດ້ຫຼາຍຂຶ້ນ.

 

[ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ]

WhatsApp Image 2017-02-14 at 08.46.52

WhatsApp Image 2017-02-14 at 08.46.55

WhatsApp Image 2017-02-14 at 08.46.56