ກະຊວງ ອຄ ຈະປະຕິບັດມາດຕະການລົງໂທດກັບບັນດາບໍລິສັດ ແລະ ຫ້າງຮ້ານ ທີ່ບໍ່ຕິດລາຄາສິນຄ້າເປັນເງີນກິບ
By sonsathit rasavong On 20 Mar, 2017 At 01:56 PM | Categorized As ຂ່າວພາຍໃນ | With 0 Comments

ເພື່ອ​ປະຕິບັດ​ຕາມ​ດຳລັດ 474/ນຍ ລົງ​ວັນ​ທີ 18 ພະຈິກ 2010 ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ ​ແລະ ຄ່າບໍລິການ ທີ່​ນາຍົກ​ລັດຖະມົນ​ຕີ​ໄດ້​ມອບ​ໝາຍ​ໃຫ້ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໂດຍ​ສະ​ເພາະ​ພະ​ແນ​ກຄຸ້ມ​ຄອງ​ລາຄາ​ສິນຄ​້າ ກົມ​ການ​ຄ້າ​ພາຍ​ໃນ ລົງ​ກວດກາ ​ແລະ ປະຕິບັດ​ມາດ​ຕະການ​ລົງ​ໂທດກັບ​ບັນດາ​ຫົວໜ່ວຍທຸລະ​ກິດ, ຜູ້​ປະກອບ​ການ, ຊາວ​ຄ້າ​ຂາຍ ​ໃນ​ຂອບ​ເຂ​ທົ່ວປະ​ເທດ ທີ່​ບໍ່​ຕິດ​ລາຄາ​ສິນຄ້າ ​ແລະ​ ຄ່າ​ບໍລິການ​ເປັນ​ເງີນ​ກີບ.

ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ເຮັດໜັງສື​ແຈ້ງ​ການ​ສະບັບ​ທີ 0004/ອຄ. ກພນ ລົງ​ວັນ​ທີ 4 ມັງກອນ 2017 ​ໂດຍ​ລະບຸ​ວ່າ ນັບ​ແຕ່​ມື້​ອອກ​ແຈ້ງ​ການ​ເປັນ​ຕົ້ນ​ໄປ ​ໃຫ້​ຫົວໜ່ວຍທຸລະ​ກິດ, ຜູ້​ປະກອບ​ການ, ຊາວ​ຄ້າ​ຂາຍ​ຕະຫຼອດຮອດ​ຫ້າງ​ຮ້ານ​ຕ່າງໆ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຕ້ອງ​ໄດ້​ສະ​ແດງ​ລາຄາ​ສິນຄ້າ ​ແລະ ຄ່າບໍລິການ​ເປັນ​ເງິນ​ກີບ,  ການ​ຕິດ​ປ້າຍ​ລາຄາ ​ແລະ ຄ່າ​ບໍລິການ​ຕ​້ອງ​ໃຫ້​ເຫັນ​ງ່າຍ, ຈະ​ແຈ້ງ ​ແລະ ຊັດ​ເຈນ ​ເພື່ອ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ຊົມ​ໃຊ້.

ທ່ານ ນັນ​ຕາ ສານຸ​ວົງ ຫົວໜ້າພະ​ແນ​ກຄຸ້ມ​ຄອງ​ລາຄາສິນຄ້າ ກົມ​ການ​ຄ້າ​ພາຍ​ໃນ​ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ ກ່າວ ວ່າ: ຖ້າພົບ​ເຫັນ​ວ່າ ຫົວໜ່ວຍ ທຸລະ​ກິດ​ຜູ້​ປະກອບ​ການ, ຊາວ​ຄ້າຂາຍ​ ຫາກ​ບໍ່​ປະຕິບັດ​ຕາມ ດຳລັດຈະ​ຖືກ​ປັບ​ໄຫມ ​ເລີ່​ມ​ແຕ ຫ້າ​ແສນ ກີບ ຫາ ໜຶ່ງລ້ານ​ກີບ, ປັດຈຸ​ບັນ​​ແມ່ນ​ໄດ້​ທົດ​ລອງ​ຈັດ​ຕັ້ງ​ປະຕິບັດ​ຢູ່​ບັນດາ​ຕະຫຼາດ​ໃຫຍ່ໆພາຍ​ໃນ 5 ຕົວ​ເມືອງ​ຂອງ​ນະຄອນຫຼວງວຽງຈັນ.  ​ໃນ​ໄລຍະ​ທຳ​ອິດ ​ເຈົ້າໜ້າທີ່​ຈາກ​ພະ​ແນ​ກອຸດສາຫະກໍາ ​ແລະ ການ​ຄ້າ ​ໄດ້​ເຜີຍ​ແຜ່​ນິຕິ​ກຳ​ນີ້​ໃຫ້​​ແກ່​ບັນດາ​ຫົວໜ່ວຍ​ທຸລະ​ກິດ, ຜູ້​ປະກອບ​ການ, ຊາວ​ຄ້າຂາຍ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຮັບຮູ້ ​ແລະ ​ເຂົ້າ​ໃຈ​ຕໍ່​ລະບຽບ​ການ​ຂອງ​ພາກ​ລັດ.

ພ້ອມ​ນີ້​ກໍ່​ໄດ້ລະ​ບຸ​ລາຍການ​ສິນຄ​ວ້າທີ່​ຕ້ອງ​ສະ​ແດງ​ລາຄາ​ເປັນ​ເງິນ​ກີບ​ອອກ​ເປັນຫມວດໆ ຄື: ຫມວດສິນຄ້າ​ສະບຽງອາຫານ ​ແລະ ​ເຄື່ອງ​ດື່ມ 36 ລາຍການ, ຫມວດ​ເຄື່ອງ​​ໃຊ້​ຄົວ​ເຮືອນ 24 ​ລາຍການ, ຫມວດ​ເຄື່ອງ​ໃຊ້​ສ່ວບຸກຄົນ 24 ລາຍການ. ຫມວດວັດ​ສະ​ດຸ​ກໍ່ສ້າງ 25 ລາຍການ, ຫມວດ​ເຄື່ອງ​ໄຟຟ້າ ​ແລະ ອຸປະກອນ 24 ລາຍການ, ຫມວດພາຫະນະ ​ແລະ ອຸປະກອນ 10 ລາຍການ, ຫມວດ​ເຄື່ອງຮັບ​ໃຊ້​ກະສິກຳ 11 ລາຍການ ​ແລະ ຫມວດນໍ້າມັນ​ເຊື້ອ​ໄຟ ​ແລະ ອາຍ​ແກັດ 4 ລາຍການ ຊຶ່ງ​ລວມສິນຄ້າ​ທີ່​ຕ້ອງ​ສະ​ແດງ​ລາຄາ​ເປັນ​ເງິນ​ກີບ​ທັງໝົດ ມີ​ເກືອບ 200 ລາຍການ ​ໃນ 9 ຫມວດ.

ນອກ​ນັ້ນ​ຍັງ​ມີ 45 ລາຍການ ດ້ານ​ການ​ບໍ​ລິ​ການ​ທີ່​ຜູ້​ປະກອບ​ການ​ຈະ​ຕ້ອງ​ໄດ້​ຕິດ​ລາຄາ ​ແລະ ສິນຄ້າ​ທີ່​ນຳ​ເຂົ້າ​ທັງໝົດກໍ່​ຕ້ອງ​ໄດ້​ຕິດ​ສະຫຼາກບອກ​ເປັນ​ພາສາ​ລາວ ຢ່າງ​ຈະ​ແຈ້ງ.

ທ່ານ ນັນ​ຕາ ຍັງ​ໄດ້ກ່າວອີກ​ວ່າ:ພາຍຫຼັງ​ເຮັດການ​ທົດ​ລອງ​ຈັດ​ຕັ້ງ​ປະຕິບັດ​ຢູ່​ນະຄອນຫຼວງວຽງຈັນ​ສໍາ​ເລັດແລ້ວ​ໃນ​ຕໍ່ໜ້າຈະ​ໃຫ້​ບັນດາ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ ​ແລະ ​ເມືອງ ​ໃນ​ທົ່ວ​ປະ​ເທດ​ຈັດ​ຕັ້ງ​ປະຕິບັດນິຕິ​ກຳ​ນີ້​ໃຫ້​ເປັນ​ເອກະ​ພາບ​ກັນ​, ຫຼັງຈາກ​ນີ້ ຖ້າ​ຫາກ​ຜູ້​ບໍລິ​ໂພ​ກ​ທ່າ​ນໃດ​ຮູ້​ວ່າ​ຕົນ​ເອງ​ບໍ່​ໄດ້​ຮັບ​ຄວາມ​ຍຸ​ຕິ​ທຳ​ຈາກ​ການ​ຊື້​ສິນຄ້າ ກໍ່​ສາມາດ​ຕິດ​ຕໍ່​ສາ​ຍດ່ວນພະ​ແນ​ກປົກ​ປ້ອງ​ຜູ້​ຊົມ​ໃຊ້ ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້ ທີ່ໝາຍ​ເລກ 1510 ​ໃນ​ໂມງ​ລັດຖະການ.

ດັ່ງ​ທີ່​​ແຕ່ລະ​ທ່ານ​ໄດ້​ຮັບ​ຮູ້ແລ້ວ​ວ່າ ​ໃນ​ໄລ​ຍະ​ຜ່ານ​ມາ ປະ​ເທດ​ເຮົາ​ໄດ້​ຮັບ​ອິດທ​ິພົນ ຈາກ​ສະກຸນເງິນ​ບາດ ​ແລະ ​ເງິນ​ໂດ​ລາ​ສະຫະລັດຫຼາຍທີ່​ສຸດ. ລັດຖະບານ​ໃນ​ແຕ່​ລະ​ຊຸດ​ຜ່ານ​ມາ ກໍ​ພະຍາຍາມ​ວາງ​ມາດ​ຕະການ​ຕ່າງໆ​ເພື່ອ​ກະ​ຕຸ້ນ​ຄົນ​ລາວ​ໃຫ້​ຫັນ​ມາ​ໃຊ້​ເງິນ​ກີບ ​ແຕ່​ເບິ່ງ​ຄື​ຈັ່ງ​ວ່າ​ບໍ່​ສຳ​ເລັດ​ຜົນ ​ເທົ່າ​ທີ່​ຄວນ; ​ໂດຍ​ສະ​ເພາະ ສາ​ເຫດ​ທີ່​ພາ​ໃຫ້​ຄົນ​ລາວຖື​ເບົາ​ຕໍ່​ການ​ໃຊ້​ເງິນ​ກີບ ກໍ່​ຄື :

1. ມາດ​ຕະການ​ເກື​ອ​ດຫ້າມ​ຂອງ​ລັດ ບໍ່​ມີ​ຄວາມ​ຮັດກຸມ ຂາດ​ເຈົ້າໜ້າທີ່​ຜູ້​ທີ່​ມີ​ຄວາມ​ຕື່ນ​ຕົວ​​ເປັນ​ເຈົ້າ​ການ​ໃນໜ້າທີ່​ຂອງ ຕົນ​ ​ແລະ ການ​ຕິ​ດຕາມ​ບໍ່​ຕໍ່​ເນື່ອງ,

2. ​ເສດຖະກິດ​ຂອງ​ປະ​ເທດ​ມີ​ການ​ຊື້ຫຼາຍກວ່າ​ຂາຍ ຈຶ່ງ​ພາ​ໃຫ້​ເກີດ​ມີ​ຄວາມ​ຕ້ອງ​ການ​ເງິນຕາ​ຕ່າງປະ​ເທດຫຼາຍ,

3. ທະນາຄານ​ບໍ່​ສາມ​າດສະໜອງ​ເງິນຕາ​ຕ່າງປະ​ເທ​ດ​ໄດ້​ຕາມ​ຄວາມຕ້ອງການ​ຂອງ​ຜູ້​ຄ້າ​ໄດ້

4. ປະຊາຊົນ​ລາວ​ບໍ່​ມີ​ຄວາມ​ຕື່ນ​ຕົວ​ຕໍ່​ຄວາມ​ເປັນ​ເຈົ້າ​ການ​ສ້າງ​ສະຖຽນລະ​ພາບ​ໃຫ້​ຄ່າ​ເງິນກີບ​ລາວ.

[ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ]

???????????????????????????????