ການປັບລາຄານໍ້າມັນເຊື້ອໄຟໃນວັນທີ 17 ກຸມພາ 2017
By sonsathit rasavong On 20 Mar, 2017 At 02:33 PM | Categorized As ຂ່າວພາຍໃນ | With 0 Comments

ອີງຕາມຂໍ້ມູນຈາກອົງການພະລັງງານສາກົນ   IEA ໃຫ້ຮູ້ວ່າການຈັດຕັ້ງປະຕິບັດສັນຍາຫຼຸດຜ່ອນ ປະລິມານ ການຜະລິດນໍ້າມັນ​ດິບຂອງບັນດາປະເທດສະມາຊິກໂອເປັກ   OPEC  (ເລີ່ມປະຕິບັດ  1/1/2017)  ບັນລຸໄດ້  90% ເຮັດໃຫ້ປະລິມານການຜະລິດຫຼຸດລົງຢູ່ໃນລະດັບ 29.92 ລ້ານບາເລວ/ມື້ດ, ໃນເດືອນຜ່ານມາ ແລະ ການຫຼຸດປະລິມານ ການຜະລິດຂອງບັນດາປະເທດຜູ້ຜະລິດນໍ້າມັນ​ໄດ້ເຮັດໃຫ້ລາຄານ້ຳມັນດິບໃນວັນທີ 10/2/2017  ຢູ່ຕະລາດ  WTI  ເພີ່ມຂຶ້ນ 1.6% ຢູ່ໃນລະດັບ 53.86 ໂດລາ/ບາເລວ, Brent ເພີ່ມຂຶ້ນ 1.9% ຢູ່ໃນລະດັບ 56.88 ໂດລາ/ບາເລວ ຊຶ່ງກໍ່ໄດ້ສົ່ງຜົນກະທົບຕໍ່ລາຄານ້ຳມັນສຳເລັດຮູບຢູ່ຕະຫຼາດສິງກະໂປກໍເໝັງຕີງເຊັ່ນກັນໃຫ້ລາຄາຂອງບໍລິສັດນຳເຂົ້ານ້ຳ ມັນຢູ່ປະເທດເຮົາກໍເພີ່ມຂຶ້ນ.

ດ້ວຍເຫດນັ້ນກະຊວງອຸດສາຫະກຳແລະການຄ້າ, ກະຊວງການເງິນ ແລະ ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ດໄດ້ ເປັນເອກະພາບຮ່ວມກັນ​ໃນ​ການປັບຂຶ້ນລາຄາຊຶ່ງເປັນຄັ້ງທີສອງຂອງປີນີ້ ເມື່ອທຽບກັບການປັບລາຄາຂອງປະເທດ ໃກ້ຄຽງແມ່ນມີທ່າອ່ຽງດຽວກັນເຊັ່ນ: ສສ ຫວຽດນາມ ປັບ 3 ຄັ້ງ (ຄັ້ງລ້າສຸດວັນທີ 3/2/2017) ລາຊາອາຈັກໄທ ປັບ 4 ຄັ້ງ (ຄັ້ງລ້າສຸດວັນທີ  3/2/2017). ການປັບລາຄາແຕ່ລະຄັ້ງແມ່ນອີງໃສ່ລາຄາຕະຫລາດໂລກ,  ລາຄາຊື້ຂາຍຕົວຈິງ, ລາຄາປະເທດໃກ້ຄຽງໂດຍຮັກສາຜົນປະໂຫຍດຂອງສາມພາກສ່ວນຄືຜູ້ຊົມໃຊ້ (ປະຊາຊົນ), ຫົວໝ່ວຍທຸລະກິດ ແລະ ລັດ ຊຶ່ງຜ່ານມາໄດ້ພະຍາຍາມດຶງລາຄາບໍ່ໃຫ້ປັບກ້າວກະໂດດໂພດ ແລະ ໄດ້ ສະເໝີລັດຖະບານ ເພື່ອຫຼຸດການເກັບເງິນ ຄັງແຮ່ນ້ຳມັນເຊື້ອໄຟລົງ 50 ກີບ/ລິດຊຶ່ງຈະຊ່ວຍໃຫ້ລາຄາບໍ່ເໜັງຕີງແຮງ ແລະ ເຮັດໃຫ້ລາຄາພາຍໃນປະເທດເໜັງ ຕີງຂຶ້ນ-ລົງຕາມກົນໄກຂອງຕະຫຼາດທີ່ມີການຄຸຸຸ້ມຄອງລັດ. ສະເພາະການປັບລາຄາຄັ້ງນີ້, ລາຄາຍ່ອຍນ້ຳມັນເຊື້ອໄຟຢູ່ ຈຸດນະຄອນຫຼວງວຽງຈັນແອັດຊັງພິເສດ = 8,970 ກີບ/ລິດ ແອັດຊັງທຳມະດາ= 7,960 ກີບ/ລິດ, ແລະ ກາຊວນ = 6,970 ກີບ/ລິດ (ເພີ່ມຂຶ້ນ 150, 140 ແລະ 110 ກີບ/ລິດ ຕາມລຳດັບຂອງສາມຊະນິດນ້ຳມັນດັ່ງກ່າວເມື່ອທຽບ ກັບລາຄາຄັ້ງກ່ອນ). ຕໍ່ກັບການປັບຂຶ້ນລາຄາຄັ້ງນີ້ ກະຊວງອຸດສາຫະກໍາ ແລະ ການຄ້າຂໍຮຽກຮ້ອງມາຍັງບັນດາ ທ່ານພໍ່ ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ຕ້ອງມີສະຕິໃນການຊົມໃຊ້ນ້ຳມັນຢ່າງປະຫຍັດ ແລະ ເກີດປະສິດທິຜົນ ສູງສຸຸດ. ຊາວຄ້າຂາຍ ແລະ ນັກທຸລະກິດບໍ່ຄວນສວຍໃຊ້ການປັບຂຶ້ນລາຄານ້ຳມັນໃນຄັ້ງນີ້ ຫຼື ຄັ້ງຕໍ່ໄປ ເພື່ອສວຍ ໂອກາດ ຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການທີ່ບໍ່ສົມເຫດສົມຜົນ.

ພ້ອມນັ້ນ, ກໍຮຽກຮ້ອງມາຍັງບັນດາທ່ານຫາກພົບເຫັນການຂາຍນ້ຳມັນໃນລາຄາເກີນຈິງ ຫຼື ບໍ່ຖືກກັບລາຄາ ທີ່ລັດກຳນົດຫຼືມີເບາະແສການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການສາມາດແຈ້ງມາຍັງສາຍດ່ວນ 1510 ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ກໍ່​ຄື​ທ່ານ​ເອງ.

 

[ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ]

???????????????????????????????