ກອງປະຊຸມປຶກສາຫາລືກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາຕະຫຼາດ
By phaikhame evilay On 1 Jun, 2017 At 12:05 PM | Categorized As ຂ່າວພາຍໃນ | With 0 Comments

  ຕອນເຊົ້າເວລາ 9:00 ໂມງ ຂອງວັນທີ 26/05/2017 ທີ່ຫ້ອງປະຊຸມໃຫ່ຍຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ ກົມການຄ້າພາຍໃນ ໄດ້ຈັດປະຊຸມປຶກສາຫາລືກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາຕະຫຼາດ ໂດຍມີ ຕາງໜ້າຈາກ 5 ພະແນກອຸດສາຫະກໍາ ແລະ ການຄ້າແຂວງພາກກາງເຂົ້າຮ່ວມ: ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ; ພ້ອມທັງຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ສໍານັກງານນາຍົກລັດຖະມົນຕີ, ກະຊວງປ້ອງກັນຄວາມສະຫງົບ,  ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງໂຍທາທິການ ແລະ ຂົນສົ່ງ.

  ຄະນະຈັດຕັ້ງກອງປະຊຸມ ໄດ້ລາຍງານສະພາບການຄຸ້ມຄອງວຽກງານພັດທະນາຕະຫຼາດ ໃນໄລຍະຜ່ານມາ, ຜ່ານຮ່າງບົດແນະນໍາການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍຕະຫຼາດ, ສະເໜີສ້າງຕະຫຼາດມາດຕະຖານ, ສະພາບຄຸ້ມຄອງຕະຫຼາດ, ສູນການຄ້າ ແລະ ຮ້ານສັບພະສິນຄ້າ, ຊຶ່ງທ່ານໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມພ້ອມກັນຄົ້ນຄ້ວາປຶກສາຫາລື ແລະ ປະກອບຄໍາເຫັນ ໃສ່ຮ່າງບົດແນະນໍາການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍຕະຫຼາດ.

  ປະທານ​ຂອງ​ກອງປະຊຸມນໍາໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ເປົ້າໜາຍກອງປະຊຸມແມ່ນສະເໜີຕໍ່ຜູ້ແທນຮັບຮູ້ສະພາບການຄຸ້ມຄອງຕະຫຼາດ, ສູນການຄ້າ ແລະ ຮ້ານສັບພະສິນຄ້າ, ພ້ອມທັງຈຸດດີ ແລະ ຈຸດອອ່ນໃນໄລຍະຜ່ານມາ ແລະ ວາງແຜນແກ້ໄຂໃນຕໍ່ໜ້າ, ຊຶ່ງມີຜູ້ແທນ ເຂົ້າຮ່ວມທັງໝົດປະມານ 60 ກວ່າທ່ານ.

[ພາບ ແລະ ຂ່າວ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ]

page1

page2

page3