ກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງພັກ, ໜ່ວຍພັກພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ປະຈຳປີ 2017
By theu vaenvongsod On 30 Jun, 2017 At 07:32 AM | Categorized As ຂ່າວພາຍໃນ | With 0 Comments

ໃນລະຫວ່າງ​ວັນ​ທີ 20 – 23 ມີ​ຖຸ​ນາ 2017  ທີ່​ຜ່ານ​ມາ​ນີ້ຢູ່ທີ່​ຫ້ອງ​ປະຊຸມ​ຫ້ອງວ່າ​ການ​ປົກ​ຄອງ​ແຂວງອຸ​ດົມ​ໄຊ ​ໄດ້​ຈັດ​ກອງ​ປະຊຸມ​ປັບ​ປຸງ​ປົວ​ແປງ​ພັກ​​ ພາຍ​ໃນໜ່ວຍ​ພັກ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າຂຶ້ນ​ຢ່າງ​ເປັນ​ທາງ​ການ​ໂດຍ​ການ​ເປັນ​ປະທານ ​ຂອງ​ທ່ານ ຄຳ​ພຽນ ​ຢາ​ຈົງ​ວາ ຮອງ​ເລ​ຂາ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງ ເຂົ້າ​ຮ່ວມ​ມີ​ທ່ານ ຄຳເພົ້າ ສີລິສຸກ ​ກຳມະ​ການ​​ພັກ​ແຂວງ​ເລ​ຂາ​ໜ່ວຍ​ພັກ ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ ມີ​ຄະ​ນະ​ພັກ​, ສະ​ມາ​ຊິກ​ພັກ​​ພາຍ​ໃນ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ເຂົ້າ​ຮ່ວມທັງ​ໝົດ​ຈຳນວນ 30 ສະຫາຍ, ຍິງ 06 ສະຫາຍ.

​​ ໃນ​ວາ​ລະ​ດຳເນີນ​ປັບ​ປຸງ​ປົວ​ແປງ​ພັກໃນຄັ້ງນີ້​ ກອງ​ປະ​ຊຸມ​ກໍ່ໄດ້​​ຮັບ​ຟັງ​ການ​ເຜີຍ​ແຜ່​ເອ​ກະ​ສານ​ທີ່​ສຳ​ຄັນ​ກ່ຽວ​ກັບ​ວຽກ​ງານ​ພັກ​​ເປັນ​ຕົ້ນ ​ຄຳ​ສັ່ງ​ ຂອງ​ກົ​ມ​ການ​ເມືອງ​ສູນ​ກາງ​ພັກ​ເລກ​ທີ 01/ກມ​ສ​ພ, ລົງ​ວັນ​ທີ 01 ກຸມ​ພາ 2017 ວ່າ​ດ້ວຍ​ການ​ດຳ​ເນີນ​ຊີ​ວິດ​ປັບ​ປຸງ​ປົວ​ແປງ​ທົ່ວພັກປີ 2017 ແລະ ເອ​ກະ​ສານ​ທີ່​ກ່ຽວ​ຂ້ອງ​ອື່ນໆ.  ເພື່ອ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ພັກ​ໄດ້​ເຊື່ອມ​ຊຶມ, ກຳ​ແໜ້ນ ແລະ ມີ​ຄວາມ​ເປັນ​ເອ​ກະ​ພາບ​ສູງ​ກ່ຽວ​ກັບ​ຄວາມ​ສຳ​ຄັນ, ຄວາມ​ຈຳ​ເປັນ ແລະ ວິ​ທີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ເລິກ​ເຊີ່ງ​ ເພື່ອ​ນຳ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ຖືກ​ຕ້ອງ ແລະ ມີ​ປະ​ສິດ​ທິ​ຜົນ​ສູງ. ​ຈາກນັ້ນ​​ກໍ່ໄດ້​ຜ່ານ​ບົດ​ສຳຫຼວດ​ການ​ນຳ​ພາ​ລວມ​ຂອງ​ໜ່ວຍ​ພັກ​ພາຍ​ໃນ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​​ໃນ​ໄລ​ຍະ​ປີ​ເຄິ່ງ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ​-ຂໍ້​ຄົງ​ຄ້າງ​ໃນ​ການ​ຊີ້​ນຳ-ນຳ​ພາ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ​ແຂວງ ແລະ ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ໜ່ວຍ​ພັກ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຜ່ານ​ມາ ແລະ ທິດ​ທາງ​ແຜນ​ການ​ຈຸດ​ສຸມໃນ​ຕໍ່​ໜ້າ. ຈາກນັ້ນ​ກອງ​ປະ​ຊຸມ​ໄດ້​ແບ່ງ​ໜ່ວຍ​ເພື່ອ​ດຳ​ເນີນ​ການ​ສຳຫຼວດກວດ​ກາ​ຕິ​ຊົມ​ຕົນ​ເອງ, ຕິ​ຊົມຊຶ່ງກັນ ແລະ ​ກັນ​ພາຍ​ໃນ​ໜ່ວຍ​ພັກ ​ເຊິ່ງບັນ​ດາ​ສະ​ມາ​ຊິກ​ພັກກໍ່​ໄດ້ຜ່ານ​ໃບສຳ​ຫຼວດຂອງ​ຕົນ​ເອງ  ແລະ ມີການປະກອບ​ຄຳ​ຄິດ​ເຫັນ, ຕຳ​ນິສົ່ງ​ຂ່າວ​​​ເພື່ອກໍ່ສ້າງຊ່ວຍເຫຼືອ​ຊຶ່ງ​ກັນ ​ແລະ ກັນ​ ໂດຍ​ສະ​ເພາະເພື່ອ​ເສີມ​ຂະ​ຫຍາ​ຍ​ດ້ານ​ດີ ​ແລະ ປັບປຸງ​ແກ້​ໄຂ​ດ້ານ​ອ່ອນຂໍ້ຄົງຄ້າງ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ໜ້າທີ່ວຽກງານໃນ​ໄລຍະປີ​ເຄິ່ງທີ່​ຜ່ານ​ມາ ​ຂອງ​ແຕ່​ລະສະ​ຫາຍ, ​ເພື່ອ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ໃນ​ຕໍ່ໜ້າ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ກອງປະຊຸມ​ປັບ​ປຸງ​ປົວ​ແປງ​ພັກປະຈຳປີ 2017 ໄດ້ດໍາເນີນໄປເປັນເວລາ 3 ວັນ ກໍ່​ໄດ້​​ອັດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ.

bb

ຂຽນ​ໂດຍ: ຄຳ​ຝັ້ນ ພາ​ວິ​ວົງ​ກອນ