ຮາກຖານພັກພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ດຳເນີນຊີວິດການເມືອງປັບປຸງປົວແປງພັກ
By theu vaenvongsod On 4 Jul, 2017 At 01:20 PM | Categorized As ຂ່າວພາຍໃນ | With 0 Comments

ວັນທີ 3 ກໍລະກົດ 2017 ນີ້ຮາກຖານພັກພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຄຳ​ມ່ວນ ໄດ້ເປີດ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ປັບປຸງ​ປົວ​ແປງ​​ພັກ​ຂຶ້ນ​ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ແຂວງ ຄຳມ່ວນ, ມີບັນດາສະຫາຍໃນຄະນະພັກ ຕະຫລອດເຖິງສະມາຊິກພັກພາຍໃນພະແນກເຂົ້າຮ່ວມ.

IMG_9046

     ບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກຄັ້ງນີ້​ ສະຫາຍ ທອງໄຊ ມັງໝໍ່ເມກ ເລຂາຄະນະພັກຮາກຖານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ກ່າວຈຸດປະສົງຂອງກອງປະຊຸມແມ່ນເພື່ອປັບປຸງແກ້ໄຂທັດສະນະແນວຄິດ ອັນບໍ່ຖືກຕ້ອງທັງໝົດຂອງສະມາຊິກພັກໃນທົ່ວຮາກຖານ ໂດຍເລີ່ມຈາກບັນສະຫາຍສະມາຊິກພັກ – ພະນັກງານຂົງເຂດ ຕົນເອງຮັບຜິດຊອບ ທັງເພື່ອເສີມຂະຫຍາຍມູນເຊື້ອຜົນງານທີ່ເຮັດໄດ້ໃນໄລຍະຜ່ານມາ  ແລະ ກໍ່ເປັນການຍົກລະດັບຄວາມຮູ້, ຄວາມສາມາດນຳພາ – ຄຸ້ມຄອງ, ກວດກາຕີລາຄາຄືນ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີນຳພາ, ວິທີເຮັດວຽກ, ແບບແຜນດຳລົງຊີວິດ ຄວາມເປັນແບບຢ່າງນຳໜ້າຂອງຄະນະພັກ, ເພື່ອໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍເຊື່ອມຊຶມກຳແໜ້ນ ຢ່າງເລິກເຊິ່ງຕໍ່ແນວທາງ ແລະ ມະຕິ, ຄຳສັ່ງຂອງພັກ, ຍົກສູງຄວາມຮັບຜິດຊອບການເມືອງຂອງຄະນະພັກ, ສະມາຊິກພັກແຕ່ລະສະຫາຍໃຫ້ສູງຂຶ້ນ ແນໃສ່ປັບປຸງຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ, ປັບປຸງແບບແຜນນຳພາ ແລະ ວິທີເຮັດວຽກພາຍໃນພັກພວກເຮົາໃຫ້ເຂັ້ມງວດ, ກຳແໜ້ນວຽກງານກໍ່ສ້າງພັກ, ຫຼັກການຕຳນິຕິຊົມຕົນເອງ – ຕິຊົມໝູ່ເພື່ອນ, ສ້າງໃຫ້ໄດ້ຈິດໃຈຮັກຊາດ ແລະ ເສຍສະຫຼະເພື່ອຜົນປະ ໂຫຍດສ່ວນລວມ, ຖືເອົາຜົນປະໂຫຍດສ່ວນລວມເປັນສິ່ງຊຸກຍູ້ໃຫ້ແກ່ການສ້າງ ແລະ ຍົກສູງຄວາມສາມາດນຳພາຂອງຄະນະພັກ ແຕ່ລະຂັ້ນ. ບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກຄັ້ງນີ້ແມ່ນຈະໄດ້ດຳເນີນໄປເປັນເວລາ 5 ວັນ ຈິ່ງຈະສຳເລັດ.​ ປະຈຸບັນຮາກຖານພັກພະແນກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ ແມ່ນມີ 3 ໜ່ວຍພັກທີ່ຂຶ້ນກັບຄື : ໜ່ວຍພັກວິຊາການ, ໜ່ວຍພັກບໍລິຫານ ແລະ ໜ່ວຍພັກລັດວິສາຫະກິດນ້ຳມັນເຊຶ້ອໄຟ, ມີສະມາຊິກພັກທັງໝົດ 67 ສະຫາຍ, ຍິງ 16 ສະຫາຍ.

IMG_9049IMG_9052

ຂ່າວ : ມະນີວັນ

ຮຽບຮຽງໂດຍ: ຂະແໜງຂ່າວສານ