ຕອນເຊົ້າ ເວລາ 9:00 ໂມງ ຂອງວັນທີ 8 ສິງຫາ 2017 ທີ່ຫ້ອງປະຊຸມຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານຂຶ້ນ.
ກອງປະຊຸມພາຍໃຕ້ການເປັນປະທານ ຂອງທ່ານນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ ເລຂາພັກກະຊວງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ; ທ່ານ ນາງ ຈັນສຸກ ແສງພະຈັນ ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂື້ນລາຍງານບົດສະຫຼູບການເຄື່ອນໄຫວຂອງໜ່ວຍພັກໃນໄລຍະ 4 ປີຜ່ານມາ ແລະ ວາງທິດທາງຄາດໝາຍສູ້ຊົນໃນຕໍ່ໜ້າ, ກອງປະຊຸມຍັງມີບັນດາສະມາຊິກພັກສົມບູນ ແລະ ສໍາຮອງຂອງກົມຈັດຕັ້ງ ແລະ ພະນັກງານ ມີບັນດາສະຫາຍຕາງໜ້າໜ່ວຍພັກສະຖາບັນຄົ້ນຄ້ວາເສດຖະກິດອຸດສາຫະກໍາ ແລະ ການຄ້າ, ຫ້ອງການກະຊວງ ແລະ ບັນດາກົມອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
[ພາບ ແລະ ຂ່າວ: ຂະແໜງຂ່າວສານ]