ຍ້ອນປະຕິບັດຕາມແນວທາງຂອງພັກຕົນ ຈຶ່ງປະສົບຜົນສຳເລັດ
By theu vaenvongsod On 5 Mar, 2018 At 03:51 PM | Categorized As ຂ່າວພາຍໃນ | With 0 Comments

DSC_4458

     ທ່າ​ນ ນາງ ພະນົມ​ພອນ ລ່ຽມພະ​ບູ ປະທານ​ບໍລິສັດ​ພະນົມ​ພອນ​ການ​ຄ້າຂາ​ອອກ – ຂາ​​ເຂົ້າຈຳກັດ​ຜູ້ດຽວ, ທັງ​ເປັນ​ຮອງປະທານນັກທຸລະກິດໜຸ່ມ, ນັກທຸລະ​ກິດຍິງ​ ຂອງ​ແຂວງຄຳ​ມ່ວນ ໄດ້​ໃຫ້​ສຳພາດຕໍ່​ນັກ​ຂ່າວ​ທ້ອງ​ຖິ່ນເນື່ອງ​ໃນ​ໂອກາດ​ວັນ​ທີ 8 ມີນາ ວັນ​ແມ່ຍິງ​ສາກົນ​ທີ່​ຈະ​ມາ​ເຖິງ​​ໃນໝໍ່ໆ ນີ້ວ່າ : ​ໃນ​ນາມ​ທີ່​ເປັນ​ຜູ້​ປະກອບ​ການດ້ານ​ການ​ຄ້າ ​ແລະ​ ປະສົບ​ຜົນສຳ​ເລັດ​ຂອງ​ການ​ດຳ​ເນີນ​ທຸລະ​ກິດ​ແຖວ​ໜ້າຂອງ​ແຂວງ​, ທາງຄອບຄົວກໍ່​​ເຮັດ​ໄດ້​ດີ. ກ່ຽວກັບ​ການ​ດຳ​ເນີນ​ທຸລະ​ກິດ ຂອງ​ຕົນນອກຈາກ​ບໍລິສັດ​ພະນົມ​ພອນ​ການ​ຄ້າ​ຂາ​ອອກ – ຂາ​ເຂົ້າ​ແລ້ວ ​ໃນ 1 ປີຜ່ານມາ​ເຫັນ​ໄດ້​ວ່າ​ມີ​ທ່າ​ກ້າວ​ຂະຫຍາຍ​ຂຶ້ນ​ເລື້ອຍໆ ​ເຊັ່ນ​ : ໂຄງການ​ສ້າງ​ຕະຫລາ​ດພະນົມ​ພອນ ​ບ້ານ​ເລົ່າ​ໂພ​ໄຊ ​ແມ່ນ​ສຳ​ເລັດ​ເປັນ​ທີ່​ຮຽບຮ້ອຍ​ລໍຖ້າ​ແຕ່​ມື້​ເປີດ​ຢ່າງ​ເປັນ​ທາງ​ການ, ​ອີກ​ທຸລະ​ກິດໜຶ່ງ​ແມ່ນ​ພວມ​ດຳ​ເນີນ​ເຮັດ​ທຸລະ​ກິດ​ສູນ​ການ​ຄ້າ​ຂະໜາດ​ໃຫຍ່​ພະນົມ​ພອນ NPZ ​ ​ຢູ່​ເຂດ​ເສດຖະກິດ​ສະ​ເພາະ ສົ້ນຂວາ​ມິດຕະພາບ ( ​ຄຳ​ມ່ວນ – ນະຄອນ​ພະນົມ​ ) ​ເຊິ່ງວ່າ​ຈະ​ເປີດ​ຕົວ​ຂາຍ​ໃນ​ວັນ​ທີ 3 ​ມີນາ 2018 ນີ້ ​ທັງ​ສອງ​ໂຄງການ​ແມ່ນ​ມີ​ມູນ​ຄ່າ​ຫລາຍ​ກວ່າ 100 ຕື້ກີບ,​ ສ່ວນສາ​ເຫດ​ທີ່​ປະສົບ​ສຳ​ເລັດນັ້ນ​ແມ່ນ​ຍ້ອນພັກ – ລັດ ​ກໍ່​ຄື​ອຳນາດ​ການ​ປົກຄອງ​ຂອງ​ແຂວງ​ໄດ້​ໃຫ້ການ​ອຸປະຖຳ​ຄໍ້າ​ຊູ​ດ້ວຍ​ດີ​ຕະຫລອດ​ມາ ​ເປັນຕົ້ນກໍ່​ແມ່ນ​ໄດ້​ຊີ້ນຳ​ກ່ຽວກັບ​ທຸລະ​ກິດ​ໃຫ້​ເດີນ​ແມ່ນ​ແລ່ນ​ສະດວກ,  ​ສົ່ງ​ເສີມ​​ຕາມ​ແນວ​ທາງ​ເຊັ່ນ​ : ຫລຸດ​ອາກອນ​ກຳ​ໄລ​ໃຫ້ ​ແລະ ​ອື່ນໆ ​ແລະ​ ສ່ວນໜຶ່ງກໍ່​ຍ້ອນ​ຄອບຄົວ​ໃຫ້ການ​ສະ​ໜັບ​ສະໜູນ, ສ່ວນ​ຜົນງານ​ທີ່​ພົ້ນ​ເດັ່ນ​ຂອງ​ຕົນ ​ແມ່ນ​ດຳ​ເນີນ​ທຸລະ​ກິດ​ຖືກຕ້ອງຕາ​ມລະບຽບກົດໝາຍ ພ້ອມ​ທັງ​ປະກອບສ່ວນ​ເສຍ​ພັນທະ​ໃຫ້​ລັດຖະບານ​​ຢ່າງ​ຕັ້ງໜ້າ​​  ​ແລະ ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ​ລາວ​ຫລາຍ​ກວ່າ 70 ຄົນ. ໃນ​ຕໍ່ໜ້າທາງ​ບໍລິສັດ​ຈະ​ປັບປຸງລະບົບ​ຄວາມ​ຮູ້​ຂອງ​ພະນັກງານ ​ໂດຍ​ສະ​ເພາະ​ຄວາມ​ຮູ້​​ທາງ​ດ້ານ​ໄ​ອທີ​ໃຫ້ເທົ່າ​ທຽມກັບ​ສາກົນ ​ແລະ ດຳ​ເນີນ​​ໄປ​ຢ່າງ​ຖືກຕ້ອງຕາ​ມກົດໝາຍ​. ສະ​ເພາະ​ບັນຫາ​ຂໍ້​ສະດວກ​ແມ່ນ​ມີ​ຫລາຍ​ໂດຍ​ສະ​ເພາະ​ແມ່ນ​ດ້ານມະຫາ​ພາກ​ເພີ່ນ​ຊ່ວຍ​ແກ້​ໄຂ​ເດີນ​ຕາມ​ແນວທາງ​ຂອງ​ພັກ-​ລັດ, ສ່ວນ​ຂໍ້​ຫຍຸ້ງຍາກ​ແມ່ນ​ບຸກຄະລາ​ກອນ​ຄວາມ​ຮູ້​ຍັງ​ບໍ່​ທັນ​ໄດ້​ດີ​ ໂດຍ​ສະ​ເພາະ​ທາງ​ດ້ານ​ໄອ​ທີ ​ແລະ​ ດ້ານ​ແຮງ​ງານ​​ບໍ່ໜັ້້ນຄົງ​, ສ່ວນ​ເງິນ​ເດືອນ​ແມ່ນ​ອີງ​ຕາມ​ພັກ – ລັດ​ວາງ​ອອກ.

DSC_4467

 ​ ​   ເນື່ອງ​ໃນ​ໂອກາດ​ວັນ​ທີ 8 ມີນາ ​ທີ່​ຈະ​ມາ​ເຖິງ​ນີ້ຂ້າພະ​ເຈົ້າມີຄວາມ​ຮູ້ສຶກ​ດີ​ໃຈ​ຫລາຍ​ ທີ່​ແມ່ຍິງ​ໄດ້​ມີ​ວັນ​ແມ່ຍິງ ​ແລະ ​ມີ​ສິດສະ​ເໝີພາບ​ເທົ່າ​ກັບ​ເພດ​ຊາຍ, ຂໍຖື​ໂອກາດ​ອວຍພອນມາ​ຍັງ​ແດ່​ການ​ນຳ​ພັກ – ລັດ​ ໂດຍ​ສະ​ເພາະ​ພະນັກງານ​ຂັ້ນນຳ​ທີ່​ເປັນ​ແມ່ຍິງ​ຂໍໃຫ້​ປະສົບ​ຜົນສຳ​ເລັດ​ໃນໜ້າທີ່​ການ​ງານ, ສຸຂະພາບ​ເຂັ້ມ​ແຂງໆ ​ແຮງ ​ແລະ ​ຮຽກຮ້ອງ​ມາ​ຍັງ​ບັນດາ​ແມ່ຍິງ​ທຸກ​ຄົນ​ບໍ່​​ໃຫ້ທໍ້ຖອຍ​ເພາະປະຈຸ​ບັນ​​ພັກ – ລັດ​​​ ເຮົາໃຫ້​ສິດ​ເທົ່າ​ທຽມກັບ​ເພດ​ຊາຍ​ເຊັ່ນ : ​ບຸກຄະລາ​ກອນ​ຕ່າງໆ​ ແມ່ນ​ມີ​ແມ່ຍິງ​ປະກອບສ່ວນ​ເຂົ້າ​ໃນ​ກາ​ນສ້າງສາພັດທະນາ​ເປັນ​ສ່ວນ​ຫລາຍ ສະ​ແດງ​ອອກ​ໄດ້​ແມ່ຍິງ​ເຮົາ​ຫລາຍ​ຄົນ​ໄດ້ບັນຈຸ​ເຂົ້າ​ໃນ​​ ​ການຈັດຕັ້ງສາມາດ​ເປັນ​ລັດຖະມົນຕີ, ຫົວໜ້າຂະ​ແໜງຕ່າງໆ​ ແລະ ​ກໍ່​ເປັນ​ນັກທຸລະກິດ​ຍິງ​ທີ່​ເປັນ​ສ່ວນ​ຫລາຍ.     

 [ຂ່າວ : ມະນີ​ວັນ]

[ຮຽບຮຽງໂດຍ: ນ ຖື]