ທ່ານ ຈິນໃບນາດ (H.E Mr. Jean Bernrad) ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ປະເທດອົດສະຕາລີ ປະຈໍາລາວຄົນໃໝ່ ເຂົ້າຢຽ້ມຂໍານັບ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງ ອຄ ຂອງ ສປປ ລາວ.
By phaikhame evilay On 15 Mar, 2018 At 03:44 PM | Categorized As ຂ່າວສຳຄັນ | With 0 Comments

C

        ຕອນບາ່ຍເວລາ 3: 00 ໂມງ ຂອງວັນທີ 28 ກຸມພາ 2018 ທີ່ຫ້ອງຮັບແຂກຊັ້ນ4 ກະຊວງອຸດຫະກໍາ ແລະ ການຄ້າ ໄດ້ມີການພົບປະລະຫ່ວາງລັດຖະມົນຕີກະຊວງ ອຄ ແລະ ທ່ານ ຈິນໃບນາດ (H.E Jean Bernrad)  ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງປະເທດອົດສະຕາລີ ປະຈໍາລາວຄົນໃໝ່ເພື່ອປຶກສາຫາລືຄວາມເຂົ້າໃຈຮ່ວມກັນຫຼາຍດ້ານ, ເປັນຕົ້ນດ້ານການຄ້າ, ດາ້ນການລົງທຶນໂຄງການຕ່າງໆ,  ການຊ່ວຍເຫຼືອ ແລະ ໄດ້ລາຍງານສະພາບການຄ້າສອງຝ່າຍ ປີ2017 ການນໍາເຂົ້າບັບລຸ 17,5 ລ້ານໂດລາສະຫະລັດການສົ່ງອອກບັນລຸ 10,7 ລ້ານໂດລາສະຫະລັດ. ການສົ່ງອອກ ຜະລິດຕະພັນໄມ້, ເຄື່ອງນຸ່ງຫົ່ມ, ແກ້ວປະເສີດ, ໂລຫະ ແລະ ເຄື່ອງຈັກ; ການນໍາເຂົ້າ ເຄື່ອງຈັກ, ຍານພາຫະນະ, ເຫຼັກ, ອຸປະກອນເອເລັກໂຕຣນິກ ຈາກປະເທດອົດສະຕາລີ ຈະຊ່ວຍສົ່ງເສີມ ສປປ ໃນລາວ ການແຂ່ງຂັນດ້ານການຄ້າ ແລະ ການພັດທະນາຂອງຂະແໜງການເອກະຊົນ ນອກນັ້ນຍັງມີຫຼາຍໂຄງ ການທີ່ປິ່ນອ້ອມທີ່ເປັນຟື້ນຖານ ໂຄງລ່າງໃຫ້ແກ່ລາວ.

B

        ເຂົ້າຮ່ວມພົບປະຝ່າຍລາວນໍາໂດຍ ທ່ານ ນ. ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ ກ່າວຍີນດີຕອນຮັບ ແລະ ໃຫ້ການຮ່ວມມືເປັນຢ່າງດີກັບທ່ານການທູດ ປະຈໍາ ສປປ ລາວ ຄົນ   ໃໝ່, ທ່ານ ຈິນໃບນາດ (H.E Jean Bernrad) ການທູດກໍ່ໃດ້ສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີທີ່ໃຫ້ການຕອນຮັບຢ່າງດີ ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ ແລະ ວິຊາການທີ່ກ່ຽວຂ້ອງພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມທັງໝົດປະມານ 10 ກ່ວາທ່ານ.

                                                                                                                     ຂ່າວໂດຍ: ໄພຄໍາອີ  ວິໄລຄໍາ