ກອງປະຊຸມເຜີຍແຜ່ວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແລະ ເຜີຍເເຜ່ວຽກງານສູນຂໍ້ມຸນຂ່າວສານທາງດ້ານການຄ້າດ້ານບໍລິການ
By sonsathit rasavong On 30 Mar, 2018 At 10:13 AM | Categorized As ຂ່າວພາຍໃນ | With 0 Comments

ລະຫວ່າງວັນທີ 15-16 ມີນາ 2018 ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປັນເຈົ້າພາບຈັດກອງປະຊຸມເຜີຍເເຜ່ວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ: ແລະ ເຜີຍແຜ່ວຽກງານສູນຂໍ້ມູນຂ່າວສານທາງດ້ານການຄ້າດ້ານບໍລິການ ຢູ່ທີ່ ໂຮງເເຮມຈຳປາສັກເເກຣນ, ເເຂວງຈຳປາສັກໂດຍການເປັນປະທານຮ່ວມຂອງ ທ່ານ ໄຊຊະນະ ໄຊຍະກອນ, ຮັກສາການຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ ແລະ ທ່ານ ຄຳເເພງ ສີອາລຸນ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈຳປາສັກ.

IMG_6731

ວຽກງານການເຊື່ອມໂຍງເສດຖະກິດສາກົນ ເປັນໜຶ່ງໃນ 03 ແຜນງານຫຼັກໃນປີ 2018 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຄື: ວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ເເລະ ສາກົນ, ການສ້າງສະພາບແວດລ້ອມທາງດ້ານເສດຖະກິດເອື້ອອຳນວຍໃຫ້ກັບພາກທຸລະກິດແລະການສ້າງຄວາມເຂັ້ມແຂງໃຫ້ກັບພາກທຸລະກິດ ເພື່ອຮອງຮັບກັບການແຂ່ງຂັນ ຊຶ່ງຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເນັ້ນໜັກການສ້າງຄວາມເຂົ້າໃຈໃຫ້ພາກລັດແລະພາກທຸລະກິດກ່ຽວກັບວຽກງານການເຊື່ອມໂຍງກັບສາກົນຂອງສປປລາວ, ໂດຍພົວພັນກັບການຄ້າຫຼາຍຝ່າຍ, ການຄ້າພາກພື້ນ ໂດຍສະເພາະຢ່າງຍິ່ງແມ່ນວຽກງານເຊື່ອມໂຍງເສດຖະກິດອາຊຽນ. ພ້ອມດຽວກັນນີ້ ໃນແຜນຍຸດທະສາດການພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ຂອງ ສປປ ລາວ ໄລຍະແຕ່ປີ 2011-2020ໄດ້ກຳນົດທັດສະນະຕໍ່ການຮ່ວມມືທາງການຄ້າກັບຕ່າງປະເທດ​ໄວ້ຄື:“ພາຍໃຕ້ເງື່ອນໄຂຂອງລະບົບການຄ້າໂລກຫັນເປັນເສລີ, ການຄ້າທີ່ບໍ່ເປັນທຳ ຫຼື ການຄ້າທີ່ເອົາລັດເອົາປຽບລະຫວ່າງປະເທດ ທີ່ມີລະດັບການພັດທະນາທີ່ແຕກໂຕນກັນ ຈະກາຍເປັນບັນຫາພື້ນຖານໃນການຕໍ່ສູ້ພາຍໃຕ້ກະຕິກາຮ່ວມກັນ ເພື່ອໃຫ້ເກີດການຮ່ວມມືກັນໃນການພັດທະນາເສດຖະກິດຂອງແຕ່ລະປະເທດຢ່າງເປັນທຳ ແລະ ເທົ່າທຽມກັນ.

IMG_6766

ກອງປະຊຸມຄັ້ງນີ້ມີຜູ້ຕາງໜ້າຈາກຂະເເໜງການກ່ຽວຂ້ອງທັງພາກລັດ ແລະ ທຸລະກິດຈາກ 7 ແຂວງພາກກາງ ແລະ ພາກໃຕ້ ຄື: ຈຳປາສັກ, ເຊກອງ, ອັດຕະປື, ສາລະວັນ, ສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊເຂົ້າຮ່ວມຫຼາຍກວ່າ 100 ທ່ານ ແລະ ໄດ້ສ້າງຄວາມສົນໃຈໃຫ້ເເກ່ຜູ້ເຂົ້າຮ່ວມເປັນຍ່າງຍິ່ງ ໂດຍໄດ້ມີການເເລກປ່ຽນຄໍາຄິດເຫັນ, ຖາມຕອບ, ເເກ້ຂໍ້ຂ້ອງໃຈ ເພື່ອໃຫ້ມີຄວາມ​ຮັບ​ຮູ້​-ເຂົ້າໃຈຢ່າງຈະເເຈ້ງກ່ຽວກັບຄວາມຮູ້ພື້ນຖານຂອງວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ກໍ່ຄືການເຂົ້າເປັນປະຊາຄົມເສດຖະກິດອາຊຽນ ແລະ ສະມາຊິກອົງການການຄ້າໂລກ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ເກີດຜົນປະ​​ໂຫຍ​ດສູງສຸດ ທັງເປັນເວທີໃນການແລກປ່ຽນຂໍ້ມູນຂ່າວສານລະຫວ່າງພາກລັດ ແລະ ພາກທຸລະກິດ ພ້ອມໆກັບການແລກປ່ຽນຂໍ້ມູນຂ່າວສານລະຫວ່າງສູນກາງ ແລະ ທ້ອງຖິ່ນ.

ແຫຼ່ງຂ່າວໂດຍ: ກົມນະໂຍບາຍການຄ້າຕ່າງປະເທດ

ຮຽບຮຽງໂດຍ: ພູຄໍາ ຫລວງສຸພົນ