ທຸລະກິດພາຍໃນຈະໄດ້ຫຍັງ ຈາກກົດໝາຍໃໝ່ຂອງ ສປປ ລາວ: “ກົດໝາຍວ່າດ້ວຍການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າ”
By theu vaenvongsod On 27 Apr, 2018 At 03:44 PM | Categorized As ຂ່າວພາຍໃນ | With 0 Comments

Photot (1)

       ສປປ ລາວ ໄດ້ສຸມໃສ່ ວຽກງານການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ເພື່ອສົ່ງເສີມການຄ້າ ແລະ ເຮັດໃຫ້ການຜະລິດຂອງລາວ ກາຍເປັນສ່ວນໜຶ່ງຂອງຕ່ອງໂສ້ຕາໜ່າງການຜະລິດຂອງໂລກ ຊຶ່ງຈະປະກອບສ່ວນ ເຂົ້າໃນການຂະຫຍາຍຕົວຂອງເສດຖະກິດ ແລະ ພັດທະນາ​ປະເທດ​ໃຫ້ສາມາດຫຼຸດພົ້ນ​ອອກ​ຈາກ​ສະຖານະ​ພາບດ້ອຍ​ພັດທະນາ ໃນປີ 2020. ໃນຂະນະດຽວກັນ, ກໍໄດ້ໃຫ້ຄວາມສໍາຄັນ ກັບການຈັດຕັ້ງປະຕິບັດວຽກງານການອໍານວຍ ຄວາມສະດວກທາງການຄ້າ ແນໃສ່ຫຼຸດຜ່ອນສິ່ງກີດຂວາງຕ່າງໆທີ່ບໍ່ຈໍາເປັນ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳ ນວຍຄວາມສະດວກໃຫ້ແກ່ການຄ້າ. ເມື່ອມີການໄຫຼວຽນສິນຄ້າທີ່ສະດວກ ອັນເປັນຜົນມາຈາກການເປີດເສລີທາງ ການຄ້າ ປະກອບກັບລະດັບການແຂ່ງຂັນທີ່ເພີ່ມຂຶ້ນ ເຮັດໃຫ້ປາສະຈາກບໍ່ໄດ້ ທີ່ອາດຈະກໍໃຫ້ເກີດຜົນກະທົບ ທີ່ສ້າງຄວາມເສຍຫາຍ ຕໍ່ອຸດສະຫະກໍາພາຍໃນ ເປັນຕົ້ນແມ່ນຜົນກະທົບຈາກການນຳເຂົ້າສິນຄ້າ. ໃນສະພາບດັ່ງກ່າວ, ສປປ ລາວ ຈຶ່ງໄດ້ສ້າງ ກົດໝາຍວ່າດ້ວຍ ການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ ເພື່ອເປັນເຄື່ອງມື ຄຸ້ມຄອງທາງດ້ານນິຕິກຳໃນການປົກປ້ອງຜູ້ຜະລິດສິນຄ້າພາຍໃນ ໃຫ້ສາມາດປັບປຸງຕົນເອງ ແລະ ແຂ່ງຂັນກັບການນໍາ ເຂົ້າສິນຄ້າ ພາຍໃຕ້ເງື່ອນໄຂຂອງການເຊື່ອມໂຍງເສດຖະກິດກັບສາກົນນີ້ໄດ້. ສປປ ລາວ ຍັງມີຄວາມຈໍາເປັນຕ້ອງໄດ້ ສ້າງກົດໝາຍສະບັບນີ້ຂຶ້ນ ເພື່ອເປັນການຈັດຕັ້ງປະຕິບັດພັນທະໃນການເຂົ້າເປັນສະມາຊິກ ຂອງອົງການການຄ້າໂລກ (ອຄລ) ອີກດ້ວຍ.

       ກົດໝາຍວ່າດ້ວຍ ການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ ໄດ້ຖືກຮັບຮອງ ໃນກອງປະຊຸມ ສະໄໝສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 30 ຕຸລາ 2017 ຊຶ່ງປະກອບດ້ວຍ 7 ພາກ ແລະ 53 ມາດຕາ. ການນໍາໃຊ້ມາດຕະການປົກປ້ອງພາຍໃຕ້ກົດໝາຍສະບັບນີ້ ບໍ່ແມ່ນມາດຕະການກີດກັນ ທາງການຄ້າ ແລະ ບໍ່ຂັດກັບກະແສການເປີດກວ້າງການຄ້າເສລີໃນປະຈຸບັນ ແຕ່ເປັນມາດຕະການທີ່ ອຄລ ໂລກ ອະນຸຍາດໃຫ້ປະເທດສະມາຊິກນໍາໃຊ້ເປັນເຄື່ອງມື ເພື່ອປົກປ້ອງການຜະລິດພາຍໃນຊົ່ວຄາວ ຊຶ່ງເຄື່ອງມື ທາງດ້ານນິຕິກຳນີ້ ໄດ້ກໍານົດຫຼັກການ ແລະ ວິໄນ ໃນການນຳໃຊ້ມາດຕະການປົກປ້ອງ ໂດຍມີຂໍ້ກຳນົດ ແລະ ເງື່ອນໄຂຄັກແນ່ໃນການນຳໃຊ້ມາດຕະການດັ່ງກ່າວ ຊຶ່ງບໍ່ໄດ້ໝາຍຄວາມວ່າ ອຸດສາຫະກຳໃດ ສະເໜີໃຫ້ມີການປົກປ້ອງ ແລ້ວຈະນໍາໃຊ້ກົດໝາຍສະບັບນີ້ໄດ້ເລີຍ.

          ຮູບແບບຂອງມາດຕະການປົກປ້ອງ ປະກອບມີ: ການເກັບພາສີສິນຄ້ານໍາເຂົ້າເພີ່ມຂຶ້ນ ຫຼື ການຈໍາກັດປະລິ ມານສິນຄ້ານໍາເຂົ້າ ຊຶ່ງສາມາດນຳໃຊ້ໄດ້ສະເພາະສິນຄ້າທີ່ມີ​ການນຳເຂົ້າທີ່​ເພີ່ມ​ຂຶ້ນຢ່າງຫຼວງຫຼາຍ ແລະ ສ້າງຄວາມເສຍ ຫາຍ ຫຼື ເປັນໄພຂົ່ມຂູ່ຈະສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ສິນຄ້າທີ່ຜະລິດຢູ່ພາຍໃນທີ່​ເປັນ​ສິນຄ້າທີ່​ຄ້າຍຄື​ກັນ ເທົ່ານັ້ນ ​ແຕ່ບໍ່ສາມາດນຳໃຊ້ໄດ້ຕະຫຼອດໄປ; ຈະນໍາໃຊ້ໄດ້ແຕ່ໄລຍະເວລາໃດໜຶ່ງ ເພື່ອໃຫ້ຜູ້ຜະລິດພາຍໃນ ໄດ້ປັບປຸງ ຕົນເອງ ໃຫ້ສາມາດແຂ່ງຂັນກັບສິນຄ້ານຳເຂົ້າໄດ້ ຊຶ່ງ ອຄລ ກໍານົດໃຫ້ປະເທດສະມາຊິກ ມີໄລຍະເວລາການນໍາໃຊ້ ມາດຕະການ ດັ່ງກ່າວແຕກຕ່າງກັນ ຂຶ້ນກັບສະພາບເງື່ອນໄຂຂອງລະດັບເສດຖະກິດ ຂອງແຕ່ລະປະເທດ. ສຳລັບ ສປປ ລາວ ແມ່ນໄດ້ໄລຍະເວລາສູງສຸດເຖິງ 10 ປີ, ແຕ່ບໍ່ສາມາດນໍາໃຊ້​ຄັ້ງດຽວເຖິງ 10 ປີ; ​ ໃຫ້ນໍາໃຊ້ຄັ້ງ​ທຳ​ອິດ ບໍ່ໃຫ້ເກີນ 4 ປີ  ແລະ ຕໍ່ໄດ້ 2 ຄັ້ງ, ຕໍ່ເວລາຄັ້ງທີໜຶ່ງ ສູງສຸດ ບໍ່ເກີນ 4 ປີ, ຄັ້ງທີສອງ ສູງສຸດ ບໍ່ເກີນ 2 ປີ, ແຕ່ການຕໍ່ເວລາແຕ່ລະຄັ້ງ ຕ້ອງໄດ້ຜ່ານຂະບວນການປະເມີນຄືນຢ່າງລະອຽດ ວ່າມີຄວາມຈຳເປັນ ຫຼືບໍ່ ​ແລະ ຈະ​ຕ້ອງ​ມີ​ແຜນ​ຫຼຸດຜ່ອນ​ຄວາມ​ເຂັ້ມ​ງວດ​ຂອງ​ມາດ​ຕະການ​ລົງ​ເປັນ​ກ້າວໆ. 

 

      ສະຫຼຸບລວມແລ້ວ, ຜົນປະໂຫຍດທີ່ ສປປ ລາວ ຈະໄດ້ຮັບຈາກກົດໝາຍສະບັບນີ້ ແມ່ນນັກລົງທຶນພາຍໃນ ແລະ ຕ່າງປະເທດ ເວົ້າລວມ, ເວົ້າສະເພາະແມ່ນ ຜູ້ຜະລິດພາຍໃນ ຈະໄດ້ຮັບການປົກປ້ອງໃນລະດັບທີ່ແນ່ນອນໃດໜຶ່ງ ແລະ ເຮັດໃຫ້ເກີດມີຄວາມເຊື່ອໝັ້ນໃນການລົງທຶນ ແລະ ດໍາເນີນທຸລະກິດການຜະລິດຢູ່ ສປປ ລາວ. ນອກນັ້ນ, ຈະເປັນການສ້າງເງື່ອນໄຂໃຫ້ສິນຄ້າທີ່ຜະລິດໃນ ສປປ ລາວ ໄດ້ຮັບການພັດທະນາໃຫ້ດີຂຶ້ນ, ສາມາດແຂ່ງຂັນ ກັບສິນຄ້ານໍາເຂົ້າ ແລະ ສາມາດສົ່ງອອກໄປສູ່ຕະຫຼາດໃນພາກພື້ນ ແລະ ສາກົນ ຊຶ່ງຈະເປັນປະໂຫຍດໂດຍລວມ ໃຫ້ແກ່ການຮັກສາສະຖຽນລະພາບ ແລະ ທັງເປັນການສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດ ຂອງປະເທດ ອີກດ້ວຍ.

      ສົນໃຈຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່: ພະແນກການຄ້າຫຼາຍຝ່າຍ, ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ. ໂທ: 021 450065; ແຟັກ: 021 450066.

[ຂ່າວ: ທ. ສີລິສັກ]

[ຮຽບຮຽງ: ນ ຖື]