ຄຳມ່ວນ ສະຫລຸບຄືນການຈັດຕັ້ງປະຕິບັດວຽກງານກວດກາດັດສົມໂຮງງານປຸງແຕ່ງໄມ້ໃນທົ່ວແຂວງ
By theu vaenvongsod On 8 May, 2018 At 03:31 PM | Categorized As ຂ່າວພາຍໃນ | With 0 Comments

[000046]

      ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ພຶດສະພາ 2018 ຢູ່ທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆ ຄຳມ່ວນ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງໄຊ ມັງໝໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ,  ທ່ານ ສະຫວາດ  ຂຸນດາວົງ ຮອງຫົວໜ້າກົມອຸດສາ ຫະກຳ ແລະ ຫັດຖະກຳ, ບັນດາທ່ານຕາງໜ້າການນຳຂອງເມືອງຈາກ 10 ເມືອງໃນທົ່ວແຂວງພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

[000052]

      ເພື່ອສະຫລຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກກວດກາ ແລະ ດັດສົມໂຮງງານປຸງແຕ່ງໄມ້ເຟີນີເຈີໄມ້ໃນທົ່ວແຂວງໂດຍສະເພາະແມ່ນການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ. ທ່ານ ທອງໄຊ ມັງໝໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງໄດ້ກ່າວ​ໃຫ້​ຮູ້​ວ່າ :​ ການຈັດຕັ້ງປະຕິບັດຄໍາສັ່ງເລກທີ່ 15/ນຍ ໂດຍສະເພາະນິຕິກໍາຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃນການກວດກາຄືນບັນດາໂຮງງານປຸງແຕ່ງໄມ້ໃນທົ່ວແຂວງຄຳມ່ວນ. ຜ່ານການລົງກວດກາຕົວຈິງທົ່ວແຂວງມີໂຮງງານປຸງແຕ່ງໄມ້ເຟີນີເຈີ້ໄມ້ທັງໝົດ 89 ແຫ່ງ, ​ແບບຄອບຄົວມີ 281 ແຫ່ງ. ໃນໄລຍະຜ່ານມາແມ່ນໄດ້ອອກແຈ້ງການເປີດກອງປະຊຸມປຶກສາຫາລື ເພື່ອສະເໜີຍັງທ່ານເຈົ້າແຂວງຍົກເລີກໂຮງງານປຸງແຕ່ງໄມ້ ເຟີນີເຈີໄມ້ແລ້ວ 12 ແຫ່ງ ແລະ ແບບຄອບຄົວ 180 ແຫ່ງ ທີ່ບໍ່ມີເອກະສານໄດ້ຍົກເລີກໄປແລ້ວ. ສະນັ້ນເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວແມ່ນໄດ້ສົມທົບ ກັບ ກະຊວງອຸດສາຫະກຳການຄ້າກວດກາຕົວຈິງຕື່ມ​ອີກ ບັນດາໂຮງງານທີ່ຍັງເຫລືອໃນ 77 ແຫ່ງ ນອນໃນ 3 ປະເພດປ່າ. ໂດຍໄດ້ເປີດກອງປະຊຸມປຶກສາຫາລື ເພື່ອກວດກາໃນການດັດສົມທີ່ທາງກະຊວງອຸດສາຫະກຳ ແລະ ການຄ້າໄດ້ມີນິຕິກຳອອກມາ ເພື່ອເຮັດໃຫ້ການດັດສົມໂຮງງານແທດເໝາະໂດຍສະເພາະ 3 ປະເພດປ່າ ແລະ ນອກເຂດທີ່ມີເງື່ອນໄຂ. ຈາກນັ້ນກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດມາດຖານຂອງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ວາງອອກໃຫ້ບັນດາໂຮງງານ ແລະ ການນຳເຂົ້າ – ສົ່ງອອກຂອງວັດຖຸດິບ ເພື່ອມາປຸງແຕ່ງຕາມ​ບັນຊີ​ມາດຖານ. ພ້ອມນັ້ນ ທ່ານ ທອງໄຊ ຍັງໄດ້ກ່າວໃຫ້ຮູ້ຕື່ມອີກວ່າ ພາຍຫລັງສຳເລັດກອງປະຊຸມຄັ້ງນີ້ແລ້ວຍັງຈະໄດ້ສົມທົບກັບຂະແໜງການກ່ຽວຂ້ອງ ເປັນຕົ້ນຄະນະດັດສົມໂຮງງານປຸງແຕ່ງໄມ້ຂັ້ນແຂວງ, ເມືອງ, ກວດ ກາຄືນບັນດາໂຮງງານໃນຈຳນວນ 77 ແຫ່ງ ວ່າໄດ້ມາດຖານເງື່ອນໄຂຊໍ່າໃດ ສະເພາະແມ່ນເວົ້າເຖິງພັນທະຕ່າງໆ ທີ່ເຂົາເຈົ້້າຕອບສະໜອງ ແລະ ມີຜົນງານແນວໃດຕໍ່ສັງຄົມ.

 [000048]

[ຂ່າວ : ມະນີວັນ]

[ຮຽບຮຽງ: ນ ຖື]