ກອງປະຊຸມປຶກສາຫາລືໃສ່ບັນດາຮ່າງນະໂຍບາຍ ແລະ ມາດຕະການຮັກສາສະຖຽນລະພາບ ຂອງບາງພືດເສດຖະກິດຂອງລາວ
By sonsathit rasavong On 19 Jun, 2018 At 02:05 PM | Categorized As ຂ່າວສຳຄັນ | With 0 Comments

       ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2018 ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ ໄດ້ເປີດກອງປະຊຸມປຶກສາຫາລືໃສ່ບັນດາຮ່າງນະໂຍບາຍ ແລະ ມາດຕະການຮັກສາສະຖຽນລະພາບລາຄາສິນຄ້າຂອງບາງພືດເສດ ຖະກິດຂອງລາວ ໂດຍການເປັນປະທານ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ.

IMG_0157

      ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປຶກສາຫາລືໃສ່ບັນດາຮ່າງນະໂຍບາຍ ແລະ ມາດຕະການຮັກສາສະຖຽນລະພາບລາຄາສິນຄ້າຂອງບາງພືດເສດຖະກິດຂອງລາວ ທີ່ຢູ່ພາຍໃຕ້ໂຄງການສົ່ງເສີມຜະລິດເປັນສິນຄ້າ ແລະ ຄ້ຳປະກັນສະບຽງອາ ຫານແຫ່ງຊາດ ແລະ ມີຄວາມໝາຍສຳຄັນເປັນຢ່າງຍິ່ງ ເພາະເປັນການຜັນຂະຫຍາຍມະຕິ 10 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ແຫ່ງລັດ (ແຜນ 8) ພ້ອມດຽວກັນນັ້ນພວກເຮົາກຳລັງຂຸ້ນຂ້ຽວໃນການກະກຽມສະຫຼຸບກາງສະໄໝ ຂອງການຈັດຕັ້ງປະຕິບັດແຜນພັດທະນາ.

ສະພາບການປັດຈຸບັນການຜັນແປໄປຢ່າງສັບສົນຂອງສະພາບເສດຖະກິດຂອງໂລກ ທີ່ສົ່ງຜົນກະທົບຕໍ່ປະເທດເຮົາ ເຊັ່ນ: ບັນຫາການກີດກັນທາງດ້ານການຄ້າທີ່ອາດກາຍເປັນສົງຄາມການ​ຄ້າ, ບັນຫາລາຄານໍ້າມັນໃນຕະຫຼາດໂລກມີທ່າອ່ຽງເພີ່ມຂຶ້ນ ຍ້ອນກຸ່ມຜູ້ຜະລິດຫຼຸດການຜະ ລິດລົງ ແລະ ຄ່າເງິນໂດລານັບທັງລາຄາຄຳ ແລະ ທອງ ໃນຕະຫຼາດໂລກຍັງສືບຕໍ່ຜັນແປ ແລະ ມີລັກສະນະບໍ່ແນ່ນອນ, ການປ່ຽນແປງດິນຟ້າອາກາດ ແລະ ສັດຕູພືດ ທີ່ເປັນຄວາມສ່ຽງຂອງການຜະລິດກະສິກໍາເປັນສິນຄ້າ. ດັ່ງນັ້ນ, ກະຊວງອຸດສະຫະກໍາ ແລະ ການຄ້າ ກໍ່ຄືລັດຖະບານ ຈຶ່ງມີຄວາມເປັນຫ່ວງ ແລະ ຊອກຫາວິທີປ້ອງກັນກໍ່ຄືການຊອກຫາທາງອອກຊ່ວຍປະຊາຊົນຜູ້ທຳການຜະລິດ, ຜູ້ປຸງແຕ່ງ ແລະ ຊາວຄ້າຂາຍ, ນັບທັງພາຍໃນ ແລະ ຕ່າງປະເທດ ເພື່ອຫລີກລ່ຽງບັນຫາຕ່າງໆ ທີ່ຈະກະທົບໃສ່ການຊື້-ຂາຍ, ສິນຄ້າ, ລາຄາໃນຕະຫລາດ, ການລະເມີດລະບຽບກົດໝາຍດ້ານການຜະລິດ-ທຸລະກິດ ແລະ ການຄ້າ​ ແລະ ອື່ນໆ. ກອງປະຊຸມດໍາເນີນໂດຍການໃຊເວລາ 2 ວັນ (14-15), ຍົກປະເດັນ 4 ຫົວຂໍ້ມາປຶກສາຫາລືກັນດັ່ງນີ້:

IMG_0131

  1. ຮ່າງຄໍາສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມຄວາມເອົາໃຈໃສ່ ຄຸ້ມຄອງການສົ່ງເສີມການຜະລິດກະສິກໍາເປັນສິນຄ້າດ້ວຍຮູບແບບສັນຍາຜູກພັນສອງສົ້ນ.
  2. ຮ່າງຂໍ້ຕົກລົງ ວ່າດວ້ຍສະຫະກອນອຸດສາຫະກໍາປຸງແຕ່ງ ແລະ ການຄ້າ.
  3. ການສະເໜີ ຮ່າງມາດຕະຖານສິນຄ້າກະສິກໍາ ປະເພດ ເຂົ້າ, ສາລີ, ກາເຟ, ໝາກເດືອຍ ແລະ ຢາງພາລາ.
  4. ມາດຕະການທີ່ກ່ຽວຂ້ອງ ກັບການຮັກສາສະຖຽນລະພາບລາຄາສິນຄ້າ ບາງພຶດເສດຖະກິດຂອງລາວ.

        ນອກ​ນັ້ນບັນດາແຂກຜູ້ທີ່ເຂົ້າຮ່ວມໃນກອງປະຊຸມມີທັງພາກລັດ ແລະ ພາກທຸລະກິດແມ່ນໃຫ້ຄວາມສົນໃຈຫລາຍ ເພາະມັນກ່ຽວກັບປະເດັນບັນຫາເສດຖະກິດໃນປັດຈຸບັນ ແລະ ທີ່ສໍາຄັນແຂກເຂົ້າຮ່ວມທັງຫມົດປະມານ 60 ກ່ວາທ່ານ ແມ່ນໄດ້ເອົາໃຈໃສ່,  ​ປະກອບ​ຄໍາຄິດຄໍາ​ເຫັນ​ໃສ່ຮ່າງ ແລະ ​ມາດ​ຕະການຕ່າງໆ​​ ທີ່​ໄດ້ນໍາ​ສະ​ເໜີ​, ໃນດ້ານ​ນະ​​ໂຍບາຍ​ເຊັ່ນ: ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ ລວມທັງ​ການ​ພະຍາກອນ​ລາຄາ, ການ​ສ້າງ​ອົງ​ກອນ​ຕະຫຼາດ ​ເພື່ອ​ຊາວ​ກະສິກອນ, ນະ​ໂຍບາຍ ​​ແລະ ລະບຽບ​ການ​ປະກັນ​ໄພ​ສິນຄ້າ​ກະສິກໍາ; ນະ​ໂຍບາຍ​ການ​ເຊົ່າ​ຊື້​ພາຫະນະ​ກົນ​ຈັກ​ກະສິກໍາ ​ແລະ ອື່ນໆ, ຢ່າງກົງໄປກົງມາ.

ຂ່າວໂດຍ: ພູຄໍາ ຫລວງສຸພົນ