ການຝຶກອົບຮົມເຜີຍແຜ່ ກ່ຽວກັບວຽກງານຂຶ້ນແຜນຂໍງົບປະມານໂຄງການລົງທຶນຂອງລັດທົ່ວປະເທດ ທີ່ແຂວງສາລະວັນ
By phaikhame evilay On 21 Jun, 2018 At 10:17 AM | Categorized As ຂ່າວພາຍໃນ | With 0 Comments

1

        ໃນຕອນເຊົ້າຂອງວັນທີ 12 ມິຖຸນາ ປີ 2018 ທີ່ສະໂມສອນຊັ້ນ II ແຂວງສາລະວັນ ໄດ້ມີການຈັດຝຶກອົບຮົມເຜີຍ ແຜ່, ແນະນໍາກ່ຽວກັບການຂຶ້ນແຜນຂໍງົບປະມານໂຄງການລົງທຶນຂອງລັດ ໂດຍເປັນປະທານຂອງ ທ່ານ ສີລິສໍາພັນ ວໍຣະຈິດ  ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ອຄ ແລະ ປະທານຮ່ວມຂອງທ່ານ ຄໍາຜ່ານ ສີລາວີ ຫົວໜ້າພະແນກ ອຄ  ແຂວງສາລະວັນ, ການຝຶກອົບຮົມຄັ້ງນີ້ໃຊ້ເວລາ 2 ວັນ(ວັນທີ 12-13 ມິຖຸນາ) ມີຜູ້ເຂົ້າຮ່ວມທັງໝົດ 90 ທ່ານ ຍິງ 16 ທ່ານ ໃນນີ້ ມີບັນດາກົມອ້ອມຂ້າງກະຊວງ ແລະ ຂະແຫນງສະຖິຕິ-ແຜນການ ຂອງພະແນກອຸດສາຫະກໍາ ແລະ ການຄ້າ ບັນດາແຂວງທົ່ວປະເທດ.

      ຈຸດປະສົງຫລັກຂອງການຈັດຝຶກອົບຮົມຄັ້ງນີ້ ແມ່ນເພື່ອໃຫ້ນັກສໍາມະນາກອນຮຽນຮູ້ ແລະ ເຂົ້າໃຈ ເຖິງວິທີການຂຶ້ນແຜນຂໍງົບປະມານໂຄງການລົງທຶນຂອງລັດຢູ່ຂັ້ນກະຊວງ ແລະ ທ້ອງຖິ່ນ, ແບບຟອມການຂຽນບົດສະເໜີໂຄງການ ຫຼັກການນະໂຍບາຍຂອງພາກລັດ ແລະ ນິຕິກໍາ ດໍາລັດຕ່າງໆ; ສໍາລັບພາກ 63  ແມ່ນການປະກອບເອກະສານຖອນງົບປະມານຂອງເງິນພາກດັດສົມ ສົ່ງເສີມວິຊາການ ແລະ ພາກ 67 ແມ່ນເງິນພາກໂຄງການລົງທຶນຂອງລັດ ທີ່ລົງທຶນວຽກງານວິຊາສະເພາະຂອງຂະແໜງການກໍ່ສ້າງຕຶກອາຄານ, ເຄຫາສະຖານ ແລະ ການພັດທະນາຟື້ນຖານໂຄງລ່າງ ເພື່ອໃຫ້ແຕ່ລະພາກສ່ວນເຂົ້າໃຈ ຄວາມຫມາຍຄວາມສໍາຄັນ ຂອງເນື້ອໃນໃຈຄວາມຂອງບົດໂຄງການຕົນເອງທີ່ຈະສະເຫນີ.

    ການຝຶກອົບຮົມຄັ້ງນີ້ ເຫັນໄດ້ຄວາມໝາຍຄວາມສໍາຄັນບົດສະເໜີໂຄງການລົງທຶນຂອງລັດ ເພື່ອຍົກລະດັບຄວາມຮູ້ໃຫ້ນັກສໍາມະນາກອນ ຂະແໜງ ອຄ ເຂົ້າໃຈເຖິງຂັ້ນຕອນວິທີການຂຶ້ນແຜນຄຸ້ມຄອງໂຄງການ ແລະ ສ້າງແຜນຂໍງົບ ປະມານໂຄງການລົງທຶນຂອງລັດ, ນອກນີ້ນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມຍັງໄດ້ປຶກສາຫາລືແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ປະສົບການຜ່ານມາໃນການຂຽນບົດໂຄງການດັ່ງກ່າວ, ເພື່ອຊອກຫາວິທີທາງແກ້ໄຂຈຸດອ່ອນ ແລະ ເສີມຂະ ຫຍາຍຈຸດດີທີ່ມີ ຢ່າງກົງໄປກົງມາ.

2

       ຜ່ານການຝຶກອົບຮົມຊຸດນີ້ເຫັນວ່າມີຄວາມໝາຍອັນສໍາຄັນໃຫ້ແກ່ນັກສໍາມະກອນຂະແຫນງການ ອຄ ຜູ້ທີ່ເຂົ້າຮ່ວມສໍາມະນາ ກ່ຽວກັບການສະເໜີບົດໂຄງການລົງທຶນຂອງລັດ; ຊຶ່ງໃນຕໍ່ໜ້າພວກເຮົາກໍ່ຈະພະຍາຍາມຍາດແຍ່ງງົບປະມານໃຫ້ໄດ້ຫລາຍທີ່ສຸດ ນັບແຕ່ທ້ອງຖິ່ນຈົນຮອດຂັ້ນກະຊວງ.

       ໃນຕອນທ້າຍຂອງການຝຶກອົບຮົມ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຄ ໃຫ້ຄໍາເຫັນ ແລະ ຊີ້ທິດເຍືອງທາງ ໃຫ້ແກ່ນັກສໍາມະນາກອນທີ່ເຂົ້າຮ່ວມທຸກທ່ານ, ໃຫ້ໄດ້ນໍາເອົາຄວາມຮູ້ທີ່ຮຽນມາໄປຜັນຂະຫຍາຍນໍາໃຊ້ເຂົ້າໃນວຽກງານຂອງຕົນທີ່ຮັບຜິດຊອບໃນຕໍ່ໜ້າຢ່າງມີປະສິດທິພາບ ແລະ ເນັ້ນໃຫ້ແຕ່ລະພາກສ່ວນເອົາໃຈໃສ່, ພະຍາຍາມຂຶ້ນແຜນໂຄງການ ເພື່ອຍາດແຍ່ງງົບປະມານໂຄງການລົງທຶນຂອງລັດມາປັບປຸງວຽກງານຂອງຂະແໜງການຕົນໃຫ້ໄດ້ຫລາຍຍິ່ງຂຶ້ນ.

                                                                                                                      ຂ່າວໂດຍ: ໄພຄໍາອີ ວິໄລຄໍາ