ກອງປະຊຸມ ປະເມີນຜົນການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ປະຈໍາປີ 2017 ແລະ ທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2018 ຂອງບັນດາໜ່ວຍພັກກະຊວງ ອຄ
By theu vaenvongsod On 22 Jun, 2018 At 03:55 PM | Categorized As ຂ່າວສຳຄັນ | With 0 Comments

IMG_7433

      ຕອນເຊົ້າເວລາ 9:00 ໂມງ ຂອງວັນທີ 21 ມິຖຸນາ 2017 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງ ອຄ ໄດ້ຈັດກອງປະຊຸມຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ປະຈໍາປີ 2017 ແລະ ວາງທິດທາງແຜນການໃນຕໍ່ໜ້າແນໃສ່ກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2018 ທົ່ວໜ່ວຍພັກກະຊວງຊຶ່ງ​ມີ 12 ໜ່ວຍ ໂດຍການເປັນປະທານຂອງ ທ່ານ ບຸນມີ ມະນີວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງ ອຄ ​ແລະ ມີຜູ້ຕາງໜ້າ ສະມາຊິກພັກທັງໝົດ 12 ໜ່ວຍພັກເຂົ້າຮ່ວມ ປະມານ 100 ກວ່າທ່ານ.

IMG_7436

        ກອງປະຊຸມຄັ້ງນີ້ ມີຈຸດປະສົງ ແນໃສ່ປັບປຸງແກ້ໄຂຂໍ້ຄົງຄ້າງ ໃຫ້ໜ່ວຍພັກທົ່ວກະຊວງມີຄວາມປອດໃສ ໜັກແໜ້ນ ເຂັ້ມແຂງ-ຮູ້ນໍາພາຮອບດ້ານ, ຮູ້ຊີ້ນໍາ-ນໍາພາກໍ່ສ້າງພັກໃຫ້ມີຄວາມເຂັ້ມແຂງໃນຕໍ່ໜ້າ ນອກນັ້ນແຕ່ລະໜ່ວຍພັກຫ້ອງການ, ບັນດາກົມ, ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ອຸດສາຫະກຳ ​ແລະ ການ​ຄ້າ ກໍ່ໄດ້ພັດປ່ຽນກັນຂຶ້ນ ຜ່ານບົດ​ສະຫລຸບ​ການຈັດຕັ້ງການ​ກໍ່ສ້າງ​ໜ່ວຍ​ພັກ​ເຂັ້ມ​ແຂງ-ຮູ້​ນໍາພາ​ຮອບດ້ານ ປະ​ຈໍາປີ  2017 ​ໂດຍ​ຫຍໍ້ ​ຂອງຕົນ ຊຶ່ງ​ສອ່ງ​ແສງ​ໃຫ້​ເຫັນ​ຜົນ​ງານ​ ຈຸດດີເຂັ້ມແຂງ ແລະ ຈຸດ​ອ່ອນຂໍ້ຄົງຄ້າງ ໃນ 1 ປີຜ່ານມາ ພ້ອມ​ທັງປະກອບຄໍາຄິດຄໍາເຫັນໃສ່ ທິດທາງແຜນການໃນຕໍ່ໜ້າ ແລະ ປະເມີນຜົນ​ການ​ກໍ່ສ້າງ​ໜ່ວຍ​ພັກ​ເຂັ້ມ​ແຂງ-ຮູ້​ນໍາພາ​ຮອບດ້ານ ​ໃຫ້​ເຊິ່ງກັນ ແລະ ກັນ; ກອງ​ປະຊຸມ​ດໍາ​ເນີນ​ເປັນ​ເວລາ 1 ວັນ​ເຕັມ ​ໂດຍ​ໄດ້​ແບ່ງ​ອອກ​ເປັນ 2 ກຸ່ມ​ຄື: ກຸ່ມ​ທີ 1 ມີໜ່ວຍ​ພັກ​ຫ້ອງການ, ກົມ​ຈັດຕັ້ງ​ ​ແລະ ພະນັກງານ, ກົມ​ແຜນການ ​ແລະ ການ​ຮ່ວມ​ມື, ກົມກວດກາ, ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ອຸດສາຫະກໍາ ​ແລະ ການ​ຄ້າ; ກຸ່ມ​ທີ 2 ມີ​ໜ່ວຍ​ພັກ​ກົມ​ອຸດສາຫະກໍາ ​ແລະ ຫັດຖະ​ກໍາ, ການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ, ທະບຽນ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ, ສົ່ງ​ເສີມ​ການ​ຄ້າ, ການ​ຄ້າ​ພາຍ​ໃນ, ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະ​ໜາດ​ນ້ອຍ ​ແລະ ກາງ, ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ.

IMG_7437IMG_7439IMG_7443IMG_7446IMG_7455

IMG_7449

        ຕອນທ້າຍ ທ່ານ ບຸນມີ ມະນີວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງ ອຄ ໄດ້​ໃຫ້ການ​ໂອ້​ລົມ​ທິດຊີ້ນໍາ ໃຫ້ແກ່ບັນດາໜ່ວຍພັກ ທົ່ວກະຊວງ ອຄ ນໍາ​ເອົາ​ເນື້ອ​ໃນ​​ຂອງ​ຄໍາ​ສັ່ງ​ ວ່າ​ດ້ວຍ​ການ​ເພີ່ມ​ທະວີ ການ​ກໍ່ສ້າງ​ໜ່ວຍ​ພັກ ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ຂອງ​ກົມກາ​ນ​ເມືອງ​ສູນ​ກາງ​ພັກ ​ເລກທີ 01/ກມສພ, ລົງ​ວັນ​ທີ 03 ມັງກອນ 2018 ​ໄປ​ຜັນ​ຂະ​ຫຍາ​ຍ​ ​​ແລະ ດັດ​ປັບ​ເຂົ້າ​ໃນ​ທິດ​ທາງແຜນການປີ 2018 ຂອງ​ຕົນ.

IMG_7458

ຂ່າວໂດຍ: ນາງ ຖື ແຫວນວົງສົດ