ກອງປະຊຸມຝຶກອົບຮົມການສ້າງດັດຊະນີການຜະລິດອຸດສາຫະກໍາ
By sonsathit rasavong On 27 Jun, 2018 At 11:29 AM | Categorized As ຂ່າວພາຍໃນ | With 0 Comments

           ໃນຕອນເຊົ້າ ວັນທີ 25 ມິຖຸນາ 2018, ກົມອຸດສາຫະກໍາ ແລະ ຫັດຖະກໍາ ຮ່ວມກັບອົງການ ຢູນິໂດ (UNIDO) ໄດ້ຈັດກອງປະຊຸມຝຶກອົບຮົມ ໃນຫົວຂໍ້ “ການສ້າງດັດຊະນີການຜະລິດອຸດສາຫະກໍາ” ທີ່ດຳເນີນເປັນເວ ລາ 2 ວັນ(ທີ 25-26 ມິຖຸນາ 2018) ທີ່ໂຮງແຮມລ້ານຊ້າງ, ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ສຳລີ ບຸດສະດີ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ແລະ ທ່ານ ສິດທິໄຊ ຍົດສີ ຊ່ຽວຊານຈາກອົງການ UNIDO ແລະ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

IMG_0549

         ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນເພື່ອສ້າງດັດຊະນີການຜະລິດອຸດສາຫະກໍາ ເພື່ອໃຊ້ເຂົ້າໃນການຄົ້ນຄວ້າວິໄຈ ແລະ ວາງແຜນພັດທະນາຂະແຫນງອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ, ທີ່ສໍາຄັນແມ່ນຈະໄດ້ລົງເລິກດ້ານວິຊາການເປັນສ່ວນຫລາຍ, ເປັນຕົ້ນດ້ານການແລກປ່ຽນລົງເລີກວິທີການເຮັດວຽກ, ການຈັດຕັ້ງປະຕິບັດ, ວິທີການຄິດໄລ່ດັດສະນີ, ການສ້າງ ແລະ ການສະເໜີນະໂຍບາຍ, ການວິເຄາະ-ວິໄຈ ແລະ ລົງເລິກກ່ຽວກັບລາຍລະອຽດກ່ຽວກັບດັດສະນີໃຫ້ແກ່ພວກເຮົາ.

         ນອກນີ້ ທ່ານ ສຳລີ ບຸດສະດີ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ຍັງໄດ້ຮຽກຮ້ອງໃຫ້ນັກສໍາມະນາກອນຜູ້ເຂົ້າຮ່ວມທຸກທ່ານຈົ່ງໃຫ້ຄວາມຮ່ວມມືເອົາໃຈໃສ່ໃນການຮັບຟັງການສິດສອນຂອງຊ່ຽວຊານ, ຖ້າຫາກມີສິ່ງໃດບໍ່ເຂົ້າໃຈກໍ່ຄວນສະເໜີໃຫ້ຊ່ຽວຊານຊີ້ແຈງ ເພື່ອໃຫ້ຄວາມກະຈ່າງແຈ້ງ ແລະ ເພື່ອໃຫ້ນັກສໍາມະນາກອນນໍາເອົາຄວາມຮູ້ມາປັບປຸງນໍາໃຊ້ເຂົ້າໃນວຽກຂອງຕົນຢ່າງມີປະສິດທິຜົນສູງຂຶ້ນກວ່າເກົ່າ.

ຂໍ້ມູນໂດຍ: ກົມອຸດສາຫະກໍາ ແລະ ຫັດຖະກໍາ

ຂ່າວໂດຍ: ພູຄໍາ ຫລວງສຸພົນ