ການພົບປະເຮັດວຽກຂອງທ່ານ ຫວັງ ອ່ານຊູນ ຮອງປະທານ DRC ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ
By sonsathit rasavong On 12 Jul, 2018 At 09:27 AM | Categorized As ຂ່າວສຳຄັນ | With 0 Comments

       ໃນເວລາ 10: 10 ໂມງ ຂອງວັນທີ 11 ກໍລະກົດ ທີ່ຫ້ອງຮັບແຂກ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບພະນະທ່ານ ຫວັງ ອ່ານຊູນ ຮອງປະທານສູນຄົ້ນຄວ້າພັດທະນາເສດຖະກິດຂອງສະພາແຫ່ງລັດ ສປ ຈີນ (ທຽບເທົ່າ ລັດຖະມົນຕີ) ພ້ອມດ້ວຍຄະນະຈໍານວນ 06 ທ່ານ ໂດຍໃຫ້ກຽດຕ້ອນຮັບທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ, ພ້ອມດ້ວຍທ່ານ ຫົວຫນ້າກົມ, ຮອງຫົວຫນ້າກົມ, ທ່ານຫົວຫນ້າພະແນກ, ຮອງຫົວຫນ້າພະແນກ ແລະ ວິຊາການ ທີ່ກ່ຽວຂ້ອງ.

IMG_0676

      ຈຸດປະສົງການພົບປະເພື່ອປຶກສາຫາລືກ່ຽວກັບ “ການຮ່ວມມືທາງດ້ານເສດຖະກິດຂອງສອງປະເທດລາວ-ຈີນ”, ມີແຜນປັບປຸງໃນຕໍ່ຫນ້າແນວໃດ ເພື່ອເຮັດໃຫ້ການຄ້າ, ການລົງທຶນລາວ-ຈີນນັບມື້ນັບຂະຫຍາຍຕົວຂຶ້ນໄປເລື້ອຍ.

       ທ່ານ ຫວັງ ອ່ານຊູນ ຮອງປະທານສູນ (ທຽບເທົ່າ ລັດຖະມົນຕີ)  ໄດ້ກ່າວກ່ຽວກັບພາລະບົດບາດ, ວຽກງານຂອງສູນໂດຍລວມ  ວ່າ: ‘ສູນຄົ້ນຄວ້າຂອງພວກເຮົາຂຶ້ນກັບລັດຖະບານຈີນໂດຍກົງ, ມີຫນ້າທີ່ໃຫ້ຄໍາປຶກສາ ແລະ ເປັນຄັງປັນຍາ ໃຫ້ແກ່ລັດຖະບານ, ຖ້າສອງພາກລັດຮ່ວມມືກັນແນ່ນອນ ມັນຈະສົ່ງຜົນດີໃຫ້ແກ່ການຄ້າສອງຝ່າຍ’. ນອກນີ້ທ່ານ ຍັງໄດ້ລາຍງານສະພາບການຄ້າສອງຝ່າຍລາວ-ຈີນ ຕົ້ນປີ 2018 ແມ່ນ ມີທ່າອ່ຽງທີ່ດີ, ແຕ່ລະປີທາງສູນຄົ້ນຄວ້າສົ່ງບົດລາຍງານໃຫ້ລັດຖະບານ 500 ກວ່າສະບັບ ແລະ ບົດລາຍງານແມ່ນໄດ້ຮັບການຊີ້ນໍາຈາກທ່ານ ນາຍົກ ສີ ຈິ້ນຜີງ ແລະ ໄດ້ກ່າວກ່ຽວກັັບການພົວພັນຢ່າງແໜ້ນແຟ້ນຂອງທ່ານລັດຖະມົນຕີກະຊວງ ອຄ ແລະ  ທ່ານ ນາຍົກ ສປ ຈີນ, ທີ່ສໍາຄັນທາງ ທ່ານ ຮອງປະທານສູນ ແມ່ນໄດ້ເຊື້ອເຊີນ  ທ່ານ ລັດຖະມົນຕີ ກະຊວງ ອຄ ຢ້ຽມຢາມສູນຄົ້ນຄວ້າພັດທະນາເສດຖະກິດຂອງສະພາແຫ່ງລັດ ສປ ຈີນ.

IMG_0725

       ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວໃນການພົບປະຄັ້ງນີ້ວ່າ: ຂ້າພະເຈົ້າແມ່ນດີໃຈທີ່ສຸດທີ່ 6 ເດືອນຕົ້ນປີ ໄດ້ບັນລຸມູນຄ່າການຄ້າ 3 ຕື້ ໂດລາສະຫະລັດ ຊຶ່ງຖືໄດ້ວ່າເປັນການເພີ່ມຂຶ້ນຈາກເມື່ອກອ່ນຫລາຍ, ສະນັ້ນເຮົາຈຶ່ງສືບຕໍ່ການພົວພັນທາງເສດຖະກິດ ເພື່ອເຮັດໃຫ້ການຮ່ວມມືລາວ-ຈີນເພີ່ມທະວີຂຶ້ນຫລາຍທີ່ສຸດ, ເຮັດໃຫ້ສິນຄ້າຂອງລາວທຽບເທົ່າສິນຄ້າປະເທດອື່ນ(ບັນດາປະເທດອ້ອມຂ້າງ) ທາງລາຄາ ແລະ ຄຸນນະພາບ, ພ້ອມທັງຂໍໃຫ້ຊອກເວລາແກ່ວິຊາການທັງສອງຝ່າຍໄດ້ປຶກສາຫາລືກັນ ໂດຍສະເພາະວຽກກ່ຽວກັບການຄຸ້ມຄອງລາຄາສິນຄ້າໃຫ້ເປັນຫົວຂໍ້ຫນຶ່ງໃນການຄົ້ນຄວ້າຂອງສອງຝ່າຍພວກເຮົາ(ທາງດ້ານວິຊາການ)

      ສຸດທ້າຍ ທ່ານ ຫວັງ ອ່ານຊູນ ໄດ້ກ່າວຂອບໃຈນໍາທ່ານ ລັດຖະມົນຕີ ກະຊວງ ອຄ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ການຮ່ວມມືເປັນຢ່າງດີ, ເຫັນໄດ້ບັນຫາຂອງແຕ່ລະກະຊວງ ທີ່ໄດ້ພົບປະເຮັດວຽກຜ່ານມາ ທີ່ມີບັນຫາລັກສະນະຄ້າຍໆກັນກໍ່ຄື ການຂໍເພີ່ມຈໍານວນຜະລິດຕະພັນການສົ່ງອອກໄປ ສປ ຈີນ.

ໂດຍ: ພູຄໍາ ຫລວງສຸພົນ