ການລົງຕິດຕາມ ແລະ ປະເມີນບັນດາບໍລິສັດ ຕິດສະຫຼາກສິນຄ້າ ເປັນພາສາລາວ ຢູ່ນະຄອນຫຼວງ
By phaikhame evilay On 3 Aug, 2018 At 11:23 AM | Categorized As ຂ່າວພາຍໃນ | With 0 Comments

 2018.6

          ຕອນ​ເຊົ້າ ​ເວລາ 9: 30 ​ໂມງ ຂອງ​ວັນ​ທີ 1 ສິງຫາ 2018 ​​ກົມການຄ້າພາຍໃນ ກະຊວງອຸດສາຫະ  ກໍາ ແລະ ການຄ້າ ນໍາໂດຍ ທ່ານ ບຸນທຽນ ​ແກ້ວ​ສີພາ ຄະນະ​ພັກ​ກະຊວງ ຫົວໜ້າ​ກົມ​ການ​ຄ້າ​ພາຍໃນ​ ແລະ ຕາງໜ້າພະແນກອຸດສາຫະກໍາ ​ແລະ ການຄ້ານະຄອນຫຼວງ ພ້ອມຄະນະວິຊາການທີ່ກ່ຽວຂ້ອງ ໄດ້​ລົງຕິດຕາມພົບປະເຮັດວຽກກັບບັນດາ​ທ່ານປະທານ ບໍລິສັດ ວຽງຈັນການກະເສດການຄ້າ, ບໍລິສັດ ແຫຼມທອງການຄ້າ ແລະ ບໍລິສັດ ສົມຫວັງການຄ້າ ທີ່ເປັນຕົວແທນຈໍາໜ່າຍສິນຄ້ານໍາເຂົ້າຈາກໂຮງງານຕ່າໆ ພາຍໃນນະຄອນຫຼວງ.

2018.1

     ກ່ຽວກັບສິນຄ້າປະເພດເຄື່ອງອຸປະໂພກ-ບໍລິໂພກ ແລະ ສິນຄ້າທົ່ວໄປ ທີ່ນໍາເຂົ້າຈໍາໜ່າຍຕາມ​ຕະຫຼາດ, ຫ້າງ​ຮ້ານ​ຕ່າງໆຕ້ອງຕິດສະຫຼາກເປັນພາສາລາວ ເພື່ອໃຫ້ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ, ​ແລະ ນິຕິກໍາຕ່າງໆ ຂອງ ສປປ ລາວ.

2018.2

      ທ່ານ ບຸນທຽນ ​ແກ້ວ​ສີພາ ຫົວໜ້າ​ກົມ​ການ​ຄ້າ​ພາຍໃນໄດ້ຊີ້​ແຈງ ເພື່ອສ້າງຄວາມເຂົ້າໃຈລະຫວ່າງເບື້ອງລັດ ແລະ ບໍລິສັດຜູ້ນໍາເຂົ້າສິນຄ້າຈໍາໜ່າຍພາຍໃນປະເທດຢ່າງຖືກຕ້ອງເໝາະສົມ, ​ໂດຍສິນຄ້າທີ່​ນຳ​ເຂົ້າ​ແມ່ນຕ້ອງຕິດສະຫຼາກສິນຄ້າເປັນພາສາລາວ ບໍ່​ວ່າຈະ​ຢູ່​ໃນຂອດການ ຂາຍຍົກ – ຂາຍຍ່ອຍ ຫຼື ຂອດບໍລິການ ເພື່ອຫຼີກເວັ້ນປັດໄຈການສວຍໂອກາດສິນຄ້າທີ່ລົບ​ຫຼີກການ​ເສຍ​ພາສີ.

3.3

  ນອກຈາກນັ້ນຍັງໄດ້ສະເໜີໃຫ້ບັນດາ ບໍລິສັດ ​ເອົາ​ໃຈ​ໃສ່​ສິນນຄ້າທີ່ໝົດອາຍຸການນໍາໃຊ້ໃຫ້ກວດກາຕິດຕາມ ​ແລະ ຊອກຫາວິທີແກ້ໄຂຢ່າງ​ເໝາະ​ສົມ ​ເພື່ອບໍ່ໃຫ້ເກີດມີ​ ສິ່ງ​ທີ່​ເປັນ​ໄພ​ຕໍ່ສຸຂະພາບ​ຂອງ​ຜູ້​ບໍລິ​ໂພ​ກ.

 ຂ່າວໂດຍ: ໄພຄໍາອີ ວິໄລຄໍາ