ການຊຸກຍູ້ໃຫ້ປະຊາຊົນລາວຢູ່ແຂວງພາກເຫນືອໃຫ້ມີວຽກເຮັດງານທໍາ
By sonsathit rasavong On 7 Aug, 2018 At 04:32 PM | Categorized As ຂ່າວສຳຄັນ | With 0 Comments

       ໃນຕອນບ່າຍເວລາ 3: 30 ໂມງ ຂອງວັນທີ 2 ກໍລະກົດ 2018 ທີ່ຫ້ອງຮັບແຂກກະຊວງ ອຄ ຄະນະຜູ້ແທນຈາກແຂວງຢຸນນານ ສປ ຈີນ ໄດ້ເດີນທາງ ມາຢ້ຽມຢາມ ສປປ ລາວ ໂດຍການຕ້ອນຮັບຂອງຄະນະ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ປະທານຄະນະກໍາມະການຮ່ວມມືລາວ-ຈີນ ພ້ອມດ້ວຍບັນດາກະຊວງທີ່ກ່ຽວຂ້ອງຄື: ຄະນະກໍາມະການຮ່ວມມືລາວ-ຈີນ ກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບັນດາກົມກ່ຽວຂ້ອງພາຍໃນກະຊວງອຸດສາຫະກໍາ ແລະ ການຄ້າ.

IMG_0991

     ຈຸດປະສົງເພື່ອການສົ່ງເສີມ ໃຫ້ລັດຖະບານລາວຊຸກຍູ້ປະຊາຊົນລ້ຽງງົວເພື່ອສົ່ງອອກໄປຈີນ, ທາງຝ່າຍຈີນໄດ້ສະເໜີໃຫ້ຝ່າຍລາວສົມທົບກັບ ບັນດາແຂວງພາກເຫນືອ ທີ່ມີຊາຍແດນຕິດກັບປະເທດຈີນ ຊຸກຍູ້ສົ່ງເສີມໃຫ້ປະຊາຊົນລ້ຽງງົວ ແລະ ຈັດຊື້ງົວເພື່ອສົ່ງອອກໄປຈີນ, ຜ່ານມາຈີນນໍາເຂົ້າງົວຈາກສອງປະເທດຄື: ລາວ ແລະ ມຽນມ້າ, ທີ່ສໍາຄັນການນໍາເຂົ້າງົວຈາກລາວແມ່ນບໍ່ຖືກຕາມລະບຽບການ ແລະ ຍັງບໍ່ທັນພຽງພໍ, ສະນັ້ນ ແຂວງຢຸນນານ ສປ ຈີນ ຈຶ່ງໄດ້ເຫັນຄວາມສໍາຄັນ ແລະ ເຫັນທ່າແຮງການລ້ຽງງົວ ຂອງລາວ ແລະ ມຽນມ້າ ຈຶ່ງເດີນທາງມາ ສໍາຫລວດສອງປະເທດ ກໍ່ຄືລາວ ແລະ ມຽນມ້າ ແລະ ກໍ່ພົບວ່າສອງປະເທດນີ້  ເປັນສະຖານທີ່ອຸດົມສົມບູນເໝາະແກ່ການລ້ຽງສັດ ໂດຍສະເພາະງົວ ເພື່ອສົ່ງອອກໄປຈີນ.

IMG_1011

    ໂຄງການນີ້ ແມ່ນສອດຄ່ອງກັບນະໂຍບາຍຂອງລັດຖະບານລາວໃນການປູກພືດທົດແທນການປູກຝິ່ນ, ທີ່ສໍາຄັນຈະໄດ້ຊ່ອຍເຫລືອຊຸມຊົນເລື່ອງແຮງງານໃນການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ, ຖ້າໂຄງການນີ້ດໍາເນີນໄປໄດ້ດີແນ່ ນອນມັນຈະສ້າງລາຍຮັບໃຫ້ແກ່ປະຊາຊົນໃນຂົງເຂດ ແລະ ຊຸມຊົນນັ້ນ, ໂດຍສະເພາະທາງກິ່ງແຂວງສິບສອງພັນນາ ແມ່ນໃຫ້ການສະໜັບສະໜູນເຕັມທີ່ ເຊິ່ງປະຈຸບັນໃນແຕ່ລະວັນປະຊາຊົນລາວນໍາງົວເຂົ້າໄປຈີນບໍ່ຕໍ່າກ່ວາ 1.000 ໂຕ , ແຕ່ການຜ່ານດ່ານແຕ່ລະຄັ້ງແມ່ນຍັງມີຄວາມຫຍຸ້ງຍາກຢູ່.

     ນອກນີ້ ທ່ານ ລັດຖະມົນຕີກະຊວງ ອຄ ຍັງໄດ້ກ່າວຂອບໃຈຢ່າງສູງ ທີ່ທາງລັດຖະບານຈີນໄດ້ໃຫ້ຄວາມສໍາຄັນ ແລະ ເຫັນທ່າແຮງ ຂອງ ສປປ ລາວ, ທັງເປັນຄູ່ຄ້າທີ່ສໍາຄັນ ແລະ ໃຫ້ການຊ່ອຍເຫລືອຕະຫລອດມາ ແລະ ຈະໄດ້ນໍາເອົາບັນຫາຕ່າງໆ ທີ່ທາງຝ່າຍຈີນໄດ້ສະເໜີມາປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍລາວ.

ຂ່າວໂດຍ: ພູຄໍາ ຫລວງສຸພົນ