ກອງປະຊຸມຄົບຄະນະບໍລິຫານງານພັກກາງສະໄຫມ ຂອງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າສະໄຫມທີ IV ໃນລະຫວ່າງວັນທີ 14-15 ສິງຫາ 2018
By sonsathit rasavong On 15 Aug, 2018 At 05:50 PM | Categorized As ຂ່າວສຳຄັນ | With 0 Comments

ໃນຕອນເຊົ້າຂອງວັນທີ 14 ສິງຫາ 2018 ທີ່ສະໂມສອນກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໄຂກອງປະຊຸມຄົບຄະນະບໍລິຫານງານພັກກາງສະໄຫມ ຂອງອົງຄະນະພັກກະຊວງ ອຄ  ສະໄໝທີ IV ຢ່າງເປັນທາງການ ໂດຍການເປັນປະທານ ຂອງທ່ານ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ.

IMG_1251

ເນື້ອໃນຈິດໃຈຂອງກອງປະຊຸມເພື່ອເປັນການສະຫລຸບຕີລາຄາຜົນການຊີ້ນໍາ-ນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ໄລຍະກາງສະໄຫມທີ IV ນັບແຕ່ ເດືອນ ກໍລະ ກົດ 2015 ເຖິງປັດຈຸບັນ ແລະ ທິດທາງແຜນການຮອດປີ 2020, ໂດຍໄດ້ຜ່ານບົດສໍາຫລວດການນໍາພາລວມ ຂອງອົງຄະນະບໍລິຫານ ພັກກະຊວງໃນໄລຍະກາງສະໄຫມ, ບົດສຳຫລວດບຸກຄົນໃນຄະນະບໍລິຫານງານພັກກະຊວງສະ ໄຫມທີ່ IV  ແລະ ປະ ກອບຄໍາເຫັນຕໍ່ບັນດາເນື້ອໃນຕ່າງໆ ຂອງກອງປະຊຸມດັ່ງກ່າວ.

IMG_1438

     ໃນກອງປະຊຸມມີບັນດາສະຫາຍໃນຄະນະປະຈໍາພັກກະຊວງ, ບັນດາສະຫາຍຄະນະບໍລິຫານງານພັກກະຊວງ, ບັນດາສະຫາຍຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະຫນ່ວຍພັກຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າເສດຖະ ກິດອຸດສາຫະກໍາ ແລະ ການຄ້າ, ບັນດາຫນ່ວຍພັກລັດວິສາຫະກິດ, ບໍລິສັດ, ສະພາການຄ້າ ແລະ ອຸດສາຫະກໍາແຫ້ງຊາດ, ຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ, ມີຜູ້ເຂົ້າຮ່ວມທັງຫມົດປະມານ 90 ສະຫາຍ.

IMG_1460

ຂ່າວໂດຍ: ພູຄໍາ ຫລວງສຸພົນ