ການເຂົ້າຢ້ຽມຂໍານັບຂອງ ຄະນະ ທ່ານ Rt. Hon Mark Field, ລັດຖະມົນຕີປົກຄອງລັດສໍາລັບອາຊີ ແລະ ປາຊີຟິກ ແຫ່ງປະເທດອັງກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ
By sonsathit rasavong On 27 Aug, 2018 At 03:09 PM | Categorized As ຂ່າວສຳຄັນ | With 0 Comments

           ເວລາ 11:00ໂມງ, ຂອງວັນທີ 24 ສິງຫາ 2018 ທີ່ຫ້ອງຮັບແຂກຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ  ໄດ້ຕ້ອນຮັບຄະນະທ່ານ Rt. Hon Mark Field, ລັດຖະມົນຕີປົກຄອງລັດສໍາລັບອາຊີ ແລະ ປາຊີຟິກ ແຫ່ງປະເທດອັງກິດ, ພ້ອມດ້ວຍຄະນະ ໂດຍການເປັນປະທານຕ້ອນຮັບ ຊຶ່ງນໍາໂດຍ ທ່ານ ສົມຈິດ ອິນທະມິດ ຮອງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍບັນດາກົມທີ່ກ່ຽວຂ້ອງເຊັ່ນ: ກົມນະໂຍບາຍການຄ້າຕ່າງປະເທດ ແລະ ກົມແຜນການ ແລະ ການຮ່ວມມື.

IMG_1857

ຈຸດປະສົງການຢ້ຽມຂໍ່ານັບໃນຄັ້ງນີ້ແມ່ນເພື່ອສົ່ງເສີມການພົວພັນການຄ້າການລົງທຶນລະຫວ່າງ ສປປ ລາວ ແລະ ອັງກິດໃຫ້ນັບມື້ນັບຫລາຍຂຶ້ນໄປເລື້ອຍໆ, ໂດຍສະເພາະລັດຖະບານລາວກໍາລັງທຸມ້ເທໃຫ້ກັບແຜນການພັດທະນາເສດຖະກິດສັງຄົມຂອງຕົນ, ລວມທັງການບັນລຸວາງເປົ້າຫມາຍໃຫ້ປະເທດລາວຫລຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ ໃນປີ 2020, ວິໄສທັດ 2030 ແລະ SDG ທີ່ສໍາຄັນໃນປີ 2030;

IMG_1891

ຕາມການລາຍງານຂອງທ່ານ ຮອງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເຫັນວ່າ: ການຂະຫຍາຍຕົວທີ່ສໍາຄັນແມ່ນການເພີ່ມຂື້ນຂອງຂະແຫນງການລົງທຶນ FDI ແລະ ສ່ວນໃຫຍ່ແມ່ນຢູ່ໃນຂະແຫນງການກະສິກໍາ, ແຮ່ທາດ ແລະ ການບໍລິການ ເຊິ່ງປະກອບດ້ວຍ ການທ່ອງທ່ຽວ, ການກໍ່ສ້າງ ແລະ ອຸດສາຫະກໍາທີ່ກ່ຽວຂ້ອງກັບການກໍ່ສ້າງ; ສ່ວນໃນຂົງເຂດອຸດສາຫະກໍາ ແລະ ການຄ້າພວກເຮົາກໍາລັງປະຕິບັດເປົ້າຫມາຍການພັດທະນາອຸດສາຫະກໍາ ແລະ ການຄ້າ ໃນແຜນການ 5 ປີ (2016-2020) ເພື່ອສົ່ງເສີມຄວາມຫຼາກຫຼາຍທາງດ້ານເສດຖະກິດຜ່ານການເພີ່ມຂຶ້ນຂອງຂະແຫນງການທີ່ບໍ່ແມ່ນຊັບພະຍາກອນ, ເພື່ອບັນລຸເປົ້າຫມາຍດັ່ງກ່າວ, ລັດຖະບານຈະສຸມໃສ່ 3 ເສົາຄ້ໍາຄື: ການເຊື່ອມໂຍງດ້ານເສດຖະກິດ, ການສ້າງຄວາມເຂັ້ມແຂງດ້ານທຸລະກິດ ແລະ ການແຂ່ງຂັນດ້ານການຄ້າ, ທີ່ບໍ່ແມ່ນຊັບພະຍາກອນ.

         ຜ່ານມາມູນຄ່າການຄາ້ ລະຫວ່າງລາວ – ອັງກິດ, ມີທ່ານອ່ຽງຫລຸດລົງ, ຊຶ່ງຜະລິດຕະພັນຕົ້ນຕໍຂອງລາວສົ່ງອອກໄປອັງກິດແມ່ນ: ເສັ້ນໄຍ, ນໍ້າຕານແລະອື່ນໆແລະການນໍາເຂົ້າຈາກປະເທດອັງກິດແມ່ນ: ຢາງພາລາ, ລົດ ແລະ ອື່ນໆ.

ນອກນີ້ທ່ານທູດ David Puttnam, ທີ່ປຶກສາທາງດ້ານການຄ້າປະຈໍາລາວທີ່ຜ່ານມາໄດ້ມາຢ້ຽມຢາມກະຊວງອຸດສາຫະກໍາ ແລະ ການຄ້າ 6 ຄັ້ງເພື່ອສົ່ງເສີມການພົວພັນທາງດ້ານການຄ້າ ແລະ ການຮ່ວມມື.  ແລະ ເປັນສິ່ງທີ່ຫນ້າສົນໃຈທີ່ຈະສ້າງຄວາມເຂັ້ມແຂງໃຫ້ແກ່ການພົວພັນການຄ້າສອງຝ່າຍລະຫວ່າງລາວ-ອັງກິດ, ຍ້ອນວ່າອັງກິດໄດ້ຮັບການຍອມຮັບສໍາລັບການຮ່ວມມືດ້ານການຄ້າຂອງຜູ້ຄົນທົ່ວໂລກ.

IMG_1880

          ໃນນາມລັດຖະບານລາວກໍ່ຄືກະຊວງອຸດສາຫະກໍາ ແລະ ການຄ້າຂໍສະເໜີໃຫ້ທ່ານທູດໄດ້ນໍາເອົນເນື່ອໃນຈິດໃຈດັ່ງກ່າວ ໄປພິດຈາລະນາ ເພື່ອເປັນການເສີມສ້າງສາຍພົວພັນການຄ້າສອງຝ່າຍໃຫ້ນັບມື້ນັບຂະຫຍາຍຕົວ ພ້ອມທັງໃຫັການຊ່ອຍເຫລືອທາງດ້ານເຕັກນິກໃນຂະແໜງການຄ້າໃຫ້ແກ່ ສປປ ລາວ.

ຕອນທ່າຍ ທ່ານ Rt. Hon Mark Field, ລັດຖະມົນຕີປົກຄອງລັດສໍາລັບອາຊີ ແລະ ປາຊີຟິກ ແຫ່ງປະເທດອັງກິດ ໄດ້ກ່າວຂອບໃຈຢ່າງສູງທີ່ທາງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕອນຮັບຢ່າງອົບອຸ້ນ ແລະ ຫວັງວ່າ: ການຂະຫຍາຍຕົວການພົວພັນການຮ່ວມມືທາງດ້ານການຄ້າ ຈະເພີ່ມທະວີ ແລະ ເຕີໂຕຂຶ້ນໄປເລື້ອຍໆ.

 ຂ່າວໂດຍ: ພູຄໍາ ຫລວງສຸພົນ