ກອງປະຊຸມເຜີຍແຜ່ເຊື່ອມຊຶມ ດໍາລັດ ແລະ ຄໍາແນະນໍາ ກ່ຽວກັບວຽກງານປັບປຸງກົງຈັກ ແລະ ຄຸ້ມຄອງລັດຖະກອນ
By phaikhame evilay On 29 Aug, 2018 At 09:24 AM | Categorized As ຂ່າວສຳຄັນ | With 0 Comments

w2

           ຕອນເຊົ້າ ເວລາ 9:00 ໂມງ ຂອງວັນ 23-24 ສິງຫາ 2018  ທີ່ຫ້ອງປະຊຸມໃຫ່ຍຊັ້ນ 1 ກະຊວງອຸດຫະກໍາ ແລະ ການຄ້າ ໄດ້ມີກອງປະຊຸມເຜີຍແຜ່ ​ເຊື່ອມ​ຊຶມ ດໍາລັດ ​ແລະ ຄໍາ​ແນະ​ນໍາ ກ່ຽວກັບ​ວຽກ​ງານ​ປັບປຸງ​ກົງຈັກ ​ແລະ ຄຸ້ມ​ຄອງ​ລັດຖະກອນ​ໂດຍ​ອີງ​ຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ  2015 ໃຫ້ພະນັກງານ-ລັດຖະກອນ ກະຊວງອຸດສາຫະກໍາ ແລະ ການຄ້າ.

          ກອງປະຊຸມເປັນປະທານຮ່ວມ ​ໂດຍ ທ່ານ ບຸນມີ ມະນີວົງ ຮອງເລຂາພັກກະຊວງ  ຮອງລັດຖະມົນຕີ ກະຊວງ ອຄ ທ່ານໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ເພື່ອເຜີຍແຜ່ເຊື່ອມຊຶມ ດໍາລັດ ແລະ ຄໍາແນະນໍາ ກ່ຽວກັບວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານຄຸ້ມຄອງລັດຖະກອນສຸດທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງທີ່ຕິດພັນກັບວຽກງານພະນັກງານ-ລັດຖະກອນ, ໃຫ້ພະນັກງານ-ລັດຖະກອນທຸກຄົນ ເຊື່ອມຊຶມເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບການຄຸ້ມຄອງພະນັກງານ.

23

          ກະຊວງອຸດສາຫະກໍາ ແລະ ການຄ້າ ໃນໄລຍະຜ່ານມາແມ່ນອີງໃສ່ການປັບປຸງໃຫ້ກະທັດຮັດເບົາບາງ ແລະ ສົມເຫດສົມຜົນຕາມພາລະບົດບາດຄຸ້ມຄອງມະຫາພາກ ຂັ້ນກະຊວງຍັງຮັກສາໂຄງປະກອບກົງຈັກການຈັດຕັ້ງມີ 1 ຫ້ອງການ, 10 ກົມ ແລະ 1 ສະຖາບັນຄົ້ນຄ້ວາເສດຖະກິດອຸດສາຫະກໍາ ແລະ ການຄ້າ ສໍາລັບຂັ້ນພະແນກ ອຄ ແຂວງ ແລະ ນະຄອນຫຼວງແມ່ນ ຍັງສືບຕໍ່ຮັກສາ 8 ຂະແໜງການ ຂັ້ນເມືອງມີ 4 ໜ່ວຍງານ ການຄຸ້ມຄອງແມ່ນອີງໃສ່ພາລະບົດບາດແບ່ງຂັ້ນຕອນຄຸ້ມຄອງແຕ່ສູນກາງ ລົງຮອດທ້ອງຖິ່ນ.

          ກອງປະຊຸມ​ໃນ​ມື້​ທຳ​ອິດໄດ້ຮັບຟັງ ທ່ານ ວິໄຊ ພັນດານຸວົງ  ຮອງລັດຖະມົນຕີ ກະຊວງພາຍໃນຊຶ່ງ​ເປັນ​ປະທານ​ຮ່ວມ ​ແລະ ໄດ້ຂຶ້ນບັນຍາຍດໍາລັດ ສະບັບເລກທີ 300/ລບ, ລົງວັນທີ 13 ກັນຍາ 2017 ແລະ ດໍາລັດເລກທີ 294/ລບ, ລົງວັນທີ 04 ກັນຍາ 2017, ຄໍາສັ່ງເລກທີ 03/ນຍ, ລົງວັນທີ 09 ກຸມພາ 2018 ແລະ ຄໍາແນະນໍາ ຂອງລັດຖະມົນຕີກະຊວງພາຍໃນ ສະບັບເລກທີ 06/ພນ, ລົງວັນທີ 19 ຕຸລາ 2017 ແລະ ເລກທີ 06/ພນ ລົງວັນທີ 02 ພຶດສະພາ 2018 ວ່າດ້ວຍການປະເມີນຜົນ ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນໂດຍແນໃສ່ໃຫ້ພະນັກງານ-ລັດຖະກອນພາຍໃນກະຊວງອຸດສາຫະກໍາ  ແລະ ການຄ້າ ປະຕິບັດຕາມກົດໝາຍວ່າ​ດ້ວຍພະນັກງານ-ລັດຖະກອນຂອງ ສປປ ລາວ, ​ເພື່ອ​ການຄຸ້ມຄອງພະນັກງານ-ລັດຖະກອນງ່າຍຂຶ້ນ, ເຊິ່ງບັນດາດໍາລັດ. ຄໍາ​ສັ່ງ ແລະ ຄໍາແນະນໍາ ສະບັບນີ້ໄດ້ຜ່ານລັດຖະບານຢ່າງສົມບູນ.

24

          ມື້​ທີ​ສອງຮັບ​ຟັງ​ທ່ານ ວັນ​ໄຊ ວັນນະ​ວົງ ຮອງ​ຫົວໜ້າ​ກົມປະ​ເມີນ​ຜົນ ​ແລະ ພັດທະນາ​ລັດຖະກອນ(ປພລ) ກະຊວງ​ພາຍ​ໃນ ຂຶ້ນບັນຍາຍ ຄຳ​ແນະ​ນໍາ ສະບັບ​ເລກທີ 06/ພນ ລົງ​ວັນ​ທີ 02 ພຶດສະພາ 2018 ​ໃນ​ການຈັດຕັ້ງປະຕິບັດ​ດໍາລັດ ວ່າ​ດ້ວຍ​ການ​ປະ​ເມີນ​ຜົນ​ການ​ປະຕິບັດ​ວຽກ​ງານ ຂອງ​ພະນັກງານ-ລັດຖະກອນ, ພ້ອ​ມທັງ​ການ​ທົດ​ລອງ​ປະຕິບັດລະບົບ​ສັງ​ລວມຜົນ​ປະ​ເມີນ (ຂັ້ນຄະນະ​ກົມ, ຂັ້ນພະ​ແນ​ກ ຮອດ​ວິຊາ​ການ) ຈາກ​ທ່ານ ​ເອກະສິດ ຈັນທະ​ປັນຍາ ວິຊາ​ການ​ ກະຊວງ​ພາຍ​ໃນ;

 ຂ່າວໂດຍ: ໄພຄໍາອີ ວິໄລຄໍາ