ກອງປະຊຸມແຜນການຮ່ວມມື ເຈົ້າໜ້າທີ່ອາວຸໂສ ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງພານິດ ແຫ່ງຣາຊະອະນາຈັກໄທ ຄັ້ງທີ 07
By sonsathit rasavong On 6 Sep, 2018 At 08:12 AM | Categorized As ຂ່າວພາຍໃນ | With 0 Comments

          ໃນຕອນເຊົ້າຂອງວັນທີ 5 ກັນຍາ 2018 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ແຜນການຮ່ວມມື ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງພານິດ ແຫ່ງ ຣາຊະອະນາຈັກໄທ ຄັ້ງທີ 07 ຂຶ້ນທີ່ຫ້ອງປະຊຸມໃຫຍ່ກະຊວງອຸດສາຫະກໍາ ແລະ ການຄ້າ ຝ່າຍລາວນໍາໂດຍທ່ານ ສີລິສຳພັນ ວໍຣະຈິດ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ແລະ ຝ່າຍໄທ ນຳໂດຍທ່ານ ນາງ ອໍຣາມົນ ຊັບທະວີທຳ, ຫົວໜ້າກົມເຈລະຈາການຄ້າ, ກະຊວງພານິດໄທ ພ້ອມດ້ວຍຄະນະ ລວມຜູ້ເຂົ້າຮ່ວມທັງໝົດ 80 ທ່ານ.

IMG_2127

          ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທົບທວນການຮ່ວມມືໃນໄລຍະຜ່ານມາ ນັບແຕ່ກອງປະຊຸມທີ່ທັງສອງກະຊວງໄດ້ຈັດຂຶ້ນຄັ້ງຫລ້າສຸດປີ 2015 ທີ່ບາງກອກ ປະເທດໄທ ແລະ ປຶກສາຫາລືແຜນການຮ່ວມມືໃນຂົງເຂດວຽກງານການຄ້າໃນຕໍ່ໜ້າ ບົນພື້ນຖານການຜັນຂະຫຍາຍເນື້ອໃນຈິດໃຈຂອງສອງຮອງນາຍົກລັດຖະມົນຕີ ກໍຄືສອງລັດຖະບານ ທີ່ໄດ້ພົບປະໃນເດືອນພຶດສະພາ ປີ 2017 ທີ່ນະຄອນຫລວງວຽງຈັນ ໂດຍຕັ້ງເປົ້າໝາຍມູນຄ່າການຄ້າຂອງສອງປະເທດໃຫ້ບັນລຸໄດ້ 10 ພັນລ້ານໂດລາສະຫະລັດໃນປີ 2021.

IMG_2000

          ກອງປະຊຸມໄດ້ດຳເນີນໄປເປັນດ້ວຍບັນຍາກາດຂອງການຮ່ວມມືຂອງສອງກະຊວງ ເພື່ອສົ່ງເສີມການຄ້າ, ການລົງທຶນ ແລະ ການອຳນວຍຄວາມສະດວກດ້ານສິນຄ້າຜ່ານແດນ ລວມໄປເຖິງສ້າງກາລະໂອກາດໃນການຈັບຄູ່ທຸລະກິດທັງສອງຝ່າຍນະໂອກາດນີ້ດ້ວຍ.

ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນເຕັມ, ຜົນຂອງກອງປະຊຸມດັ່ງກ່າວ ຈະໄດ້ນຳໄປລາຍງານໃນກອງປະຊຸມລັດຖະມົນຕີການຄ້າຂອງສອງປະເທດ ໃນວັນທີ 6 ກັນຍາ 2018 ຊຶ່ງຈະຈັດຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງກະຊວງອຸດສາຫະກຳ ແລະ ການຄ້າ.

ຂ່າວໂດຍ: ພູຄໍາ ຫລວງສຸພົນ