ກອງປະຊຸມຄະນະຊີ້ນໍາປັບປຸງດໍາລັດວ່າດ້ວຍກອງທຶນສົ່ງເສີມ ແລະ ພັດທະນາວິສາຫະກິດ ຂະໜາດນ້ອຍ ແລະ ກາງ ໃນວັນທີ 11 ກັນຍາ 2018 ທີ່ ນະຄອນຫຼວງວຽງຈັນ.
By sme pr On 17 Sep, 2018 At 02:48 PM | Categorized As ຂ່າວສຳຄັນ | With 0 Comments

IMG_9424

ໃນວັນທີ 11 ກັນຍາ 2018, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມ ຄະນະຊີ້ນໍາ​ປັບ​ປຸງ​ດໍາລັດ ວ່າດ້ວຍກອງທຶນສົ່ງເສີມ ແລະ ພັດທະນາວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານສົມຈິດ ອິນທະມິດ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າຄະນະຊີ້ນໍາປັບປຸງດໍາລັດວ່າດ້ວຍກອງທຶນສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ. ມີຜູ້ເຂົ້າຮ່ວມຕາງໜ້າຈາກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງແຮງງານ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ, ອົງການກວດສອບແຫ່ງລັດ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ຈໍານວນ 40 ທ່ານ.

IMG_9448

ຈຸດປະສົງຂອງກອງ​ປະ​ຊຸມ​ ແມ່ນເພື່ອຮັບຟັງ ຜົນຂອງກອງປະຊຸມ “ຄະນະວິຊາການຄົ້ນຄວ້າປັບປຸງດໍາລັດກອງທຶນສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 123/ນຍ, ຄັ້ງວັນທີ 30 ສິງຫາ 2018 ແລະ ແລກປ່ຽນຄໍາຄິດຄໍາເຫັນຕໍ່ຮ່າງດໍາລັດສະບັບປັບປຸງ”. ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຕໍ່ຮ່າງດໍາລັດກອງທຶນ ຢ່າງກົງໄປກົງມາ ແລະ ມີເນື້ອໃນ.

IMG_9443

ແຫຼ່ງຂ່າວ: ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ

ຜູ້ຂຽນຂ່າວ: ທ. ວິລະສັກ ວັນນະເດດ

About -