ກອງປະຊຸມ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງຂອງກະຊວງ ອຄ
By phaikhame evilay On 3 Oct, 2018 At 02:00 PM | Categorized As ຂ່າວສຳຄັນ | With 0 Comments

         14.09.57

        ຕອນເຊົ້າ ເວລາ 9:00 ໂມງ ຂອງວັນທີ 2 ຕຸລາ 2018  ທີ່ຫ້ອງປະຊຸມຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ການຄາດຄະເນເປົ້າໝາຍພະນັກງານທີ່ຈັດວາງເຂົ້າ ໃນຕໍາແໜ່ງນໍາພາແຕ່ລະຂັ້ນ ເພື່ອແນໃສ່ຮັບປະກັນລັກສະນະສຶບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ, ກອງປະຊຸມດັ່ງກ່າວມີຜູ້ຕາງໜ້າຫົວໜ້າກົມ ຄະນະກົມ, ຫົວໜ້າພະແນກ ອ້ອມຂ້າງກະຊວງ ອຄ ຈາກຕົວແທນຕ່າງໆເຂົ້າຮ່ວມປະມານ 170 ກວ່າທ່ານ.

          ກອງປະຊຸມເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອເປົ້າໝາຍຂອງການສ້າງແຜນກໍານົດພະນັກງານ ນໍາພາ-ຄຸ້ມຄອງ ບຸກຄະລາກອນໃນລັກສະນະເປີດກວ້າງເພື່ອໃຫ້ມີແຫຼ່ງເລືອກເຟັ້ນພະນັກງານນໍາພາ-ຄຸ້ມຄອງ ທັງດ້ານຈໍານວນ ແລະ ຄຸນນະພາບເຂົ້າໃນໂຄງປະກອບບຸກຄະລາກອນໃຫ້ຄົບຊຸດ ຕາມຄວາມຮຽກຮ້ອງຕ້ອງການ ຂອງບັນດາຕໍາແໜ່ງທີ່ມີແຜນຄາດ ຄະເນເປົ້າໝາຍ ກໍານົດແຜນຍຸດທະສາດ ແລະ ວິໃສທັດ ຂອງຂະແໜງ ອຄ ໃຫ້ປະກົດຜົນເປັນຈິງ ແລະ ຮັບປະກັນ ປະສິດທິຜົນສູງ.

          ຈຸດປະສົງກອງປະຊຸມແມ່ນອີງໃສມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 03/ກມສພ, ລົງວັນທີ 03 ມັງກອນ 2018, ແລະ ຕາມລະບຽບທີກໍານົດໄວ້ໃນຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018 ສະນັ້ນຈຶ່ງຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້ຈົ່ງເອົາ ໃຈໃສ່ກໍາແໜ້ນມາດຖານ ຂອງພະນັກງານ ນໍາພາ-ຄຸ້ມຄອງແຕ່ລະຂັ້ນໃຫ້ລະອຽດຈະແຈ້ງ ເພື່ອເປັນບ່ອນອີງໃຫ້ແກ່ການນໍາ ໃຊ້ສິດຂອງຕົນເຂົ້າໃນການຄົ້ນຄ້ວາ, ຄັດເລືອກເອົາແຕ່ລະເປົ້າໝາຍໃຫ້ເໜາະສົມ ແລະ ຄົບຖ້ວນ.

          ກອງປະຊຸມຄັ້ງນີ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ກໍາແໜ້ນມາດຖານຂອງພະນັກງານນໍາພາຢ່າງມີປະສິດທິຜົນ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ