ກອງປະຊຸມ “ກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງດໍາລັດວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງສະບັບປັບປຸງ” ໃນວັນທີ 31 ຕຸລາ 2018, ທີ່ ນະຄອນຫຼວງວຽງຈັນ.
By sme pr On 5 Nov, 2018 At 03:45 PM | Categorized As ຂ່າວພາຍໃນ, ຂ່າວ | With 0 Comments

decree photos for news

ໃນວັນທີ 31 ຕຸລາ 2018, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມ ກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງດໍາລັດວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງສະບັບປັບປຸງ ທີ່ ນະ ຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມດີ ອິນມີໄຊ, ຜູ້ຊ່ວຍວຽກຄະນະນໍາກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ອໍານວຍການກອງທຶນສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທ່ານ ອິນທະປັນຍາ ຂຽວວົງພະຈັນ, ຫົວໜ້າກົມກົດໝາຍ, ກະຊວງຍຸຕິທໍາ. ມີຜູ້ຕາງໜ້າຈາກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມຈໍານວນ 27 ທ່ານ.

 

ຈຸດປະສົງຂອງກອງ​ປະ​ຊຸມ​ ແມ່ນເພື່ອກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຂອງຮ່າງດໍາລັດວ່າດ້ວຍ ກອງທຶນສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບປັບປຸງ ກ່ອນຈະສະເໜີເຂົ້າພິຈາລະນາ ໃນກອງປະຊຸມລັດຖະບານປະຈໍາເດືອນ ພະຈິກ ທີ່ຈະມາເຖິງນີ້.

 

ແຫຼ່ງຂ່າວ: ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ

ຜູ້ຂຽນຂ່າວ: ທ. ວິລະສັກ ວັນນະເດດ

About -