ປະທານສະພາທຸລະກິດ ຂອງອາຊຽນ-ຈີນ ເຂົ້າຢ້ຽມຂໍ່ານັບ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ
By phaikhame evilay On 16 Nov, 2018 At 12:47 PM | Categorized As ຂ່າວສຳຄັນ | With 0 Comments

IMG.1

         ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 15 ພະຈິກ 2018 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີການຕ້ອນຮັບການເຂົ້າຢ້ຽມຂໍ່ານັບພົບປະຂອງ ທ່ານ Xu Ningning, ປະທານສະພາທຸລະກິດ ຂອງອາຊຽນ-ຈີນ ເນື່ອງໃນໂອກາດທີ່ໄດ້ເດີນທາງຢ້ຽມຢາມ ສປປ ລາວ  ຊຶ່ງເປັນການແລກປ່ຽນບົດຮຽນ ທີ່ດີດ້ານທຸລະກິດໃຫ້ແກ່ລາວ.  ການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມຈໍານວນ 8 ​ທ່ານ.

IMG.2

ໃນໂອກາດພົບປະຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລື ຄວາມເຂົ້າໃຈຮ່ວມກັນຫຼາຍດ້ານ ຄື: ດ້ານການຄ້າ, ການລົງທຶນ ແລະ ການຮ່ວມມື, ຊອກທາງອອກດ້ານທຸລະກິດໃຫ້ແກ່ລາວ ແລະ ບັນດາໂຄງການອື່ນໆ, ນອກນັ້ນຍັງໄດ້ປຶກສາຫາລືກັນໃນວຽກງານຫຼາຍດ້ານທີ່ປິ່ນອ້ອມເປັນພື້ນຖານໂຄງລ່າງໃຫ້ແກ່ລາວ ໃນນີ້ ທ່ານ ປະທານສະພາທຸລະກິດອາຊຽນ-ຈີນ ໄດ້ສະເໜີໃນຕໍ່ໜ້າຈະໃຫ້ການປຶກສາແກ້ໄຂບັນຫາຮ່ວມກັນໃນວຽກງານຫຼາຍດ້ານແກ່ ສປປ ລາວ.

IMG.3

        ໃນຕອນທ້າຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຍິນດີ ຕໍ່ທ່ານ Xu Ningning ທີ່ປະທານສະພາທຸລະກິດຂອງອາຊຽນ ໄດ້ໃຫ້ຄວາມຮ່ວມມືເປັນຢ່າງດີ ແລະ ທ່ານ ປະທານສະພາທຸລະກິດ ຂອງອາຊຽນ-ຈີນ ກໍ່ສະແດງຄວາມຂອບໃຈມາຍັງທ່ານຮອງລັດຖະມົນຕີ ກະຊວງ ອຄ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ດ້ວຍໄມຕີຈິດມິດຕະພາບທີ່ດີ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ