ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອນຮັບການມາຢ້ຽມຢາມ ຂອງທ່ານເອກອັກຄະລັດຖະທູດ ແຫ່ງ ສີລັງກາ
By sonsathit rasavong On 30 Nov, 2018 At 01:58 PM | Categorized As ຂ່າວສຳຄັນ | With 0 Comments

          ໃນວັນ​ທີ 27 ພະຈິກ 2018 ເວລາ: 11:15, ທີ່​ຫ້ອງຮັບແຂກກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້ຕ້ອນຮັບຄະນະທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສ​ີລັງກາ ໂດຍໃຫ້ກຽດຕ້ອນຮັບຄະນະດັ່ງກ່າວທ່ານ ນາງ ເຂັມມະນີ ພົນເສນາ ລັດ ຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍບັນດາກົມທີ່ກ່ຽວຂ້ອງ ເປັນຕົ້ນຫ້ອງການກະຊວງ ແລະ ກົມແຜນການ ແລະ ການຮ່ວມມື ພ້ອມດ້ວຍວິຊາການ.

IMG_2930

ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສ​ີລັງກາ ໄດ້ກ່າວເຖິງການພົວພັນການຄ້າ  ຂອງສອງປະເທດວ່າ: ເຖິງແມ່ນວ່າການພົວພັນການຄ້າ ລະຫວ່າງ ສປປ ລາວ ແລະ ສີລັງກາ ຍັງບໍ່ທັນມີບາດກ້າວຂະຫຍາຍຕົວເທົ່າທີ່ຄວນແຕ່ສອງປະເທດກໍ່ໄດ້ເຂົ້າຮ່ວມ ແລະ ເປັນພາຄີຂອງ WTO ແລະ ເປັນສະມາຊິກຂອງສັນຍາການຄ້າອາຊີ-ປາຊີຟິກ (Asia Pacific Trade Agreement-APTA) ຫລ້າສຸດກອງປະຊຸມຄະນະລັດຖະມົນຕີປະເທດສະມາຊິກ ໃນປີ 2017 ທີ່ບາງກອກ, ປະເທດໄທ. ມູນຄ່າການຄ້າສອງຝ່າຍ ໃນປີ 2017 ສາມາດບັນລຸໄດ້ພຽງ 488.000 ໂດລາ ຫຼຸດລົງ -95% ທຽບກັບປີຜ່ານມາ, ໃນນັ້ນ ສປປ ລາວ ສົ່ງອອກ 269.000 $ໂດລາ ແລະ ນຳເຂົ້າ 219.000 $ໂດລາ.

            ປະຈຸບັນ ມີນັກລົງທຶນຈາກປະເທດສີລັງການ ເຂົ້າມາລົງທຶນຢູ່ ສປປ ລາວ ຈຳນວນ 06 ບໍລິສັດ ທຶນຈົດທະບຽນທັງໝົດ 12.300.000.000 ກິບ. ຊຶ່ງ​ລົງທຶນ​ໃນ​ຂະ​ແໜງ ກະສິກຳ, ປ່າ​ໄມ້ ​ແລະ ການ​ປະມົງ; ການ​ເຄື່ອນ​ໄຫວດ້ານວິທະຍາສາດ ​ແລະ ​ເຕັກນິກ; ການ​ຄ້າ ຂາຍຍົກ-​ຂາຍ​ຍ່ອຍ; ການ​ເຄື່ອນ​ໄຫວ​ບໍລິການທີ່​ພັກ​ເຊົາ ​ແລະ ບໍ​ລິ​ການ​ອາຫານ.

IMG_2946

          ສຸດທ້າຍທັງສອງທ່ານ ໄດ້ກ່າວຄໍາຂອບໃຈເຊິ່ງກັນ ແລະ ກັນ ໂດຍສະເພາະທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສີລັງກາແມ່ນມີຄວາມພໍໃຈຫລາຍທີ່ທ່ານລັດຖະມົນຕີ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄວາມສໍາຄັນຂອງການຄ້າ ການລົງທຶນຂອງສອງປະເທດ ແລະ ຈະໄດ້ພັດທະນາການຮ່ວມມືກັນເຮັດການຄ້າຂະຫຍາຍຕົວຂຶ້ນໄປເລື້ອຍ.

 ຂ່າວໂດຍ: ພູຄໍາ ຫຼວງສຸພົນ