ທ່ານ Deng Boqing, ຮອງຫົວໜ້າອົງການຮ່ວມມືສາກົນເພື່ອການພັດທະນາແຫ່ງຊາດຈີນ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 12 Dec, 2018 At 09:23 AM | Categorized As ຂ່າວສຳຄັນ | With 0 Comments

     IMG_3055.1

      ຕອນບ່າຍ ເວລາ 2: 30 ໂມງ ຂອງວັນທີ 10 ທັນວາ 2018 ທີ່ຫ້ອງປະຊຸມຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Deng Boqing,  ຮອງຫົວໜ້າອົງການຮ່ວມມືສາກົນເພື່ອການພັດທະນາແຫ່ງຊາດຈີນ (CIDCA)  ໃນໂອກາດທີ່ໄດ້ເດີນທາງ ແລະ ນໍາພາຄະນະມາ ຢ້ຽມຢາມ ສປປ ລາວ ເປັນຄັ້ງທໍາອິດ ​ໂດຍ  ທ່ານ ນາງ ເຂັມມະນີ ພົນເສນາ, ປະທານຄະນະກໍາມະການຮ່ວມມື ລາວ-ຈີນ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ​ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຜູ້ຕາງໜ້າຈາກ​ຄະນະ​ກໍາມະການ​ຮ່ວມ​ມື ລາວ-ຈີນ, ທ່ານ​ຮອງ​ຫົວໜ້າ​ຫ້ອງການ, ບັນດາ​ທ່ານ​ຫົວໜ້າ​ກົມ-ຮອງ​ກົມ ​ແລະ ວິຊາ​ການ​ກ່ຽວຂ້ອງ​ຈໍານວນ​ໜຶ່ງ ຊຶ່ງເປັນການແລກປ່ຽນບົດຮຽນທີ່ດີດ້ານການຮ່ວມມື ຈາກຜູ້ແທນອົງການຮ່ວມມືສາກົນ ເພື່ອການພັດທະນາແຫ່ງຊາດຈີນ​. ການເຂົ້າຢ້ຽມຂໍ່ານັບຄັ້ງນີ້ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມຈໍານວນ 28 ທ່ານ.

IMG_3046.2

ໃນໂອກາດພົບປະຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລື ຄວາມເຂົ້າໃຈຮ່ວມກັນຫຼາຍດ້ານ ຊຶ່ງເປັນການປະກອບສ່ວນ ຊ່ວຍຊຸກຍູ້ສາຍພົວພັນ ຄູ່ຮ່ວມຍຸດທະສາດຮອບດ້ານ , ນອກຈາກນັ້ນຍັງ​ປຶກສາ​ຫາລື​ການຊ່ວຍເຫຼືອເງິນກູ້ໂດຍບໍ່ມີດອກເບັ້ຍ ​ໃນໂຄງການຊ່ວຍເຫຼືອດ້ານສາທາລະນະສຸກ, ໂຄງການຊ່ວຍເຫຼືອດ້ານການສຶກສາ ແລະ

IMG_3060.3

   ໂຄງການຊ່ວຍເຫຼືອດ້ານ ພັດທະນາ​ເຕັກ​ໂນ​ໂລ​ຊີ​ 4.0 ດ້ານ​ການ​ຄ້າ, ພ້ອມ​ທັງເປັນຄູ່ຮ່ວມຊະຕາກໍາຍຸດທະສາດທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ ລະຫ່ວາງ ລາວ-ຈີນ ໃຫ້ນັບມື້​ນັບຈະເລີນງອກງາມ; ບັນດາໂຄງການໃຫຍ່ຈະເປັນໂຄງການກໍ່​ສ້າງທາງລົດໄຟ ລາວ-ຈີນ, ໂຄງການຊ່ວຍ ເຫຼືອລ້າ 4 ຕື້ຢວນ, ໂຄງການການພັດທະນາພື້ນຖານ​ໂຄງລ່າງໂດຍສະເພາະວຽກງານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຈະຊ່ວຍໃຫ້ລັດຖະບານລາວບັນລຸເປົ້າໝາຍພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2020.

IMG_3058.4

        ໃນຕອນທ້າຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຍິນດີ ຕໍ່ ທ່ານ Deng Boqing,   ໄດ້ໃຫ້ຄວາມຮ່ວມມືເປັນຢ່າງດີ, ພອ້ມດຽວກັນນັ້ນ, ທ່ານ Deng Boqing,  ຮອງຫົວໜ້າອົງການຮ່ວມມືສາກົນເພື່ອການພັດທະນາແຫ່ງຊາດຈີນ, ກໍ່ສະແດງຄວາມຂອບໃຈມາຍັງ ທ່ານ ລັດຖະມົນຕີ  ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ດ້ວຍໄມຕີຈິດມິດຕະພາບທີ່ດີ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ