ທ່ານ ວົງສອນ ພິມມະວົງສາ ຖືກຄັດເລືອກເປັນປະທານສະມາຄົມນໍ້າມັນເຊຶື້ອໄຟ ແລະ ອາຍແກັດ ແຂວງຄໍາມ່ວນ
By theu vaenvongsod On 18 Dec, 2018 At 04:06 PM | Categorized As ຂ່າວພາຍໃນ | With 0 Comments

DSC_0151

      ກອງ​ປະຊຸມ​ຄັດ​ເລືອກ​ຄະນະ​ບໍລິຫານ​ງານ​ຊຸດ​ໃໝ່ຂອງ​ສະມາຄົມ​ນໍ້າມັນ​ເຊື້ອ​ໄຟ ​ແລະ​ ອາຍ​ແກັສ ​ແຂວງ​ຄຳ​ມ່ວນ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ທັນວາ 2018 ຢູ່​ທີ່​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ ໂດຍ​ການ​​​ເປັນ​ປະທານ​ຂອງ ​ທ່ານ ບຸນ​ໂຮມ ມຸກດາ​ສັກ ຮອງ​ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ ​ການ​ຄ້າ​ແຂວງ, ມີຕາງໜ້າ​ສະພາອຸດສາ ຫະກຳ ​ແລະ​ ການ​ຄ້າ ຕະຫລອດ​ຮອດວິ​ສາ​ຫະກິດທີ່​ກ່ຽວຂ້ອງ​ເຂົ້າຮ່ວມ.​

DSC_0156

​      ທ່ານ ວົງສອນ ພິມ​ມະ​ວົງສາ ຫົວໜ້າ​ລັດ​ວິ​ສາ​ຫະກິດ​ນໍ້າມັນ​ເຊຶ້ອ​ໄຟ​ລາວສາຂາ​ແຂວງ​ຄຳ​ມ່ວນ​ໄດ້​ຜ່ານບົດລາຍ​ງານ​ການ​ເຄື່ອນ​ໄຫວວຽກງານ​ຂອງ​ສະມາຄົມ​ນໍ້າມັນ​ເຊື້ອ​ໄຟ ​ແລະ​ ອາຍ​ແກັສ ໃນ​ໄລຍະ​ຜ່ານ​ມາ ​ໂດຍ​ສະ​ເພາະ​ແມ່ນ​ສະພາບ​ລວມທົ່ວ​ໄປ, ດ້ານ​ການຈັດຕັ້ງ ​ແລະ ​ການ​ຄຸ້ມ​ຄອງ​ບໍລິຫານ, ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ສະມາຊິກພາຍ​ໃນ​ກຸ່ມ, ​ດ້ານ​ການ​ຄຸ້ມ​ຄອງ ​ແລະ​ ການ​ດຳ​ເນີນ​ທຸລະ​ກິດ, ຂໍ້​ສະດວກ​ – ຂໍ້​ຫຍຸ້ງຍາກ ​ແລະ ວຽກ​ອື່ນໆ .​ ສະ​ເພາະ​ປີ 2018 ມີ​ຜູ້​ປະກອບ​ການ​ທຸລະ​ກິດ​ນໍ້າມັນ​ເຊື້ອ​ໄຟ​ທີ່ນຳ​ເຂົ້າມາ​ຈຳໜ່າຍ​ພາຍໃນ​​ແຂວງມີ​ທັງໝົດ 5 ບໍລິສັດ ​ຄື: ບໍລິສັດ​ເຊື້ອ​ໄຟ​ລາວ, ​ເປ​ໂຕຣ​ຫວຽດນາມ​ອອຍ, ​ເອ​ເຊຍ, ລ້ານ​ຊ້າງ ​ແລະ ​ເມືອງ​ຫລວງ, ມີ​ປໍ້າ​ຕົວ​ແທນ​ຈຳໜ່າຍທັງໝົດ 101 ປ້ຳ. ພ້ອມ​ນັ້ນກອງ​ປະຊຸມຍັງ​ໄດ້​ປຶກສາ​ຫາລື ປະກອບ​ຄຳ​ຄິດ​ເຫັນ​ເພື່ອ​ຄວາມ​ເປັນ​ເອກະ​ພາບກັນ​ໃນ​ຕໍ່ໜ້າ ​ແລະ ​ພ້ອມ​ທັງ​ຄັດ​ເລືອກ​ເອົາ​ຄະນະ​ບໍລິຫານ​ງານ​ຊຸດ​ໃໝ່​, ​ເຊິ່ງມີ​ຜູ້​ລົງ​ສະໝັກ​ຈຳນວນ 10 ທ່ານ, ກອງ​ປະຊຸມ​ເຫັນ​ດີ​ເປັນ​ເອກະ​ພາບ​ຄັດ​ເລືອກ​ເອົາ 7 ທ່ານ​ມີ​ຄື​ : ທ່ານ ວົງ​ສອນ ພິມ​ມະ​ວົງສາ ຫົວໜ້າ​ລັດ​ວິ​ສາ​ຫະກິດນໍ້າມັນ​ເຊື້ອ​ໄຟ​ລາວສາຂາ​ຄຳ​ມ່ວນ​ເປັນ​ປະທານ, ທ່ານ ​ບຸນ​ດີ ​ຈັນທະ​ວົງ ຫົວໜ້າສາຂາ​ບໍລິສັດ​ນໍ້າມັນ​ເຊຶ້ອ​ໄຟ​​ເປ​ໂຕ​ຣຫວຽດນາມ​ອອຍ​ລາວ, ທ່າ​ນ ນາງ ​ເພັດ​ສະໜອນ ພົມມະ​ໄຊ​ສີ ຜູ້ອຳນວຍການ​ໂຮງງານອຸດສາຫະກຳ​ແກັສ​ຄຳ​ມ່ວນ ​ແລະ ທ່ານ ນາງ ສິມ​ມະ​ລີ ວົງ​ໄຊ ຫົວໜ້າສາຂາ​ບໍລິສັດ​ນໍ້າມັນ​ເຊື້ອ​ໄຟ​ເອ​ເຊຍ​ຈຳກັດ ​ເປັນ​ຮອງ. ທ່ານ​ ໄຊ​ອຳພອນ ພິມ​ມະ​ຈັກ, ທ່ານ ​ນາງ ຄຳ​ສຸ​ທະ ​ແສງ​ດາລາ ​ແລະ​ ທ່ານ​ນາງ ພອນ​ທິບ ຊາ​ພູ​ວົງ ​ເປັນ​ຄະນະຊຸດ​ໃໝ່. ທັງ​ນີ້ກໍ່​ເພື່ອ​ແນ​ໃສ່ສ້າງ​ຄວາມ​ເຂັ້ມ​ແຂງ​ຮອບດ້ານ ​​ແລະ ສະດວກ​ໃນ​ການຄຸ້ມ​ຄອງ​​ຊີ້ນຳໆພາການ​ເຄື່ອນ​ໄຫວ​ວຽກງານ​ຂອງສະມາຄົມຕະຫລອດ​ເຖິງ​ສະມາຊິກ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຮອບດ້ານ ​ແລະ ດີ​ຂຶ້ນ​ເລື້ອຍໆ.  

0001

ຂ່າວ : ມະນີ​ວັນ

ຮຽບຮຽງໂດຍ: ນ ຖື ແຫວນວົງສົດ