ກອງປະຊຸມຕິດຕາມຜັນຂະຫຍາຍບົດຄົ້ນຄວ້າ (ເສັ້ນທາງຕ້ອງເລືອກຂອງ ສປປ ລາວ) ເພື່ອຫັນເປັນໂຄງການຊ່ອຍເຫຼືອຈາກຍີ່ປຸ່ນໃນຕໍ່ໜ້າ ຄັ້ງທີ 5
By sonsathit rasavong On 19 Dec, 2018 At 01:33 PM | Categorized As ຂ່າວພາຍໃນ, ອື່ນໆ | With 0 Comments

           ຕອນເຊົ້າຂອງວັນທີ 18 ທັນວາ 2018 ທີ່ຫ້ອງປະຊຸມຊັ້ນ 01 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດກອງປະຊຸມຕິດຕາມຜັນຂະຫຍາຍບົດຄົ້ນຄວ້າ  (ເສັ້ນທາງຕ້ອງເລືອກຂອງ ສປປ ລາວ) ເພື່ອຫັນເປັນໂຄງການຊ່ອຍເຫຼືອຈາກຍີ່ປຸ່ນໃນຕໍ່ໜ້າຄັ້ງທີ 5 ຂຶ້້ນ,  ໂດຍການເປັນປະທານ ຮ່ວມ ທ່ານ ສີລິສໍາພັນ ວໍຣະຈິດ ຫົວຫນ້າກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ Dr Masahito Ambashi, ນັກເສດຖະສາດຂອງ ERIA  ແລະ ມີຜູ້ຕາງຫນ້າຈາກສະຖານທູດຍີ່ປຸ່ນ, JICA, JETRO, ERIA ພ້ອມດ້ວຍຜູ້ຕາງຫນ້າບັນດາກົມອ້ອມຂ້າງກະຊວງ, ຜູ້ຕາງຫນ້າຈາກພາກທຸລະກິດລາວ ແລະ ຍີ່ປຸ່ນເຂົ້າຮ່ວມລວມທັງໝົດ 40 ທ່ານ.

IMG_3476

           ຈຸດປະສົງຂອງກອງປະຊຸມດັ່ງນີ້ແມ່ນເພື່ອສະຫຼຸບລາຍງານຮ່າງຍຸດທະສາດຂອງແຕ່ລະໜ່ວຍງານພາຍໃຕ້ເສັ້ນທາງຕ້ອງເລືອກຂອງ ສປປ ລາວເພື່ອເປັນເອກະສານອ້າງອີງສະເໜີຂໍໂຄງການຊ່ອຍເຫຼືອຈາກຍີ່ປຸ່ນ ແລະ ໄດ້ຮ່ວມກັນສຶກສາ 03ກຸ່ມຄື:

                                           1.  Agriculture, Food Processing, and Agricultural Value Chain

                                           2. Garment and other Labor-Intensive Industries

                                           3. SMEs

          ເຖີງແມ່ນວ່າເສດຖະກິດລາວໄດ້ເຕີບໂຕຢ່າງຕໍ່ເນື່ອງ ແຕ່ກໍ່ໄດ້ກາຍເປັນເສດຖະກິດທີ່ມີລາຍໄດ້ຕ່ໍາ ເຖີງປານກາງ. ພວກເຮົາໄດ້ສຶບປັບປຸງສະພາບແວດລ້ອມສໍາລັບທຸລະກິດໃນຊຸມປີຜ່ານມາ. ເຖິງຢ່າງໃດກໍ່ຕາມ, ຍັງຕ້ອງໄດ້ມີຄວາມຈໍາເປັນເຮັດວຽກຫຼາຍຂື້ນເພື່ອສົ່ງເສີມຄວາມຫຼາກຫຼາຍທາງດ້ານເສດຖະກິດຈາກຂະແຫນງຊັບພະຍາກອນໂດຍດຶງດູດການລົງທຶນທີ່ມີຄຸນນະພາບ ແລະ ສ້າງວຽກເຮັດງານທໍາເພີ່ມຂຶ້ນ.

IMG_3485

         ທ່ານ ສິລິສໍາພັນ ວໍຣະຈິດ ຍັງໄດ້ກ່າວວ່າ: ເພື່ອເຮັດໃຫ້ ສປປ ລາວ ໄດ້ຮັບປະໂຫຍດຈາກການເຊື່ອມໂຍງສາກົນ, ໂດຍສະເພາະແມ່ນໃນຂອບ AEC ແລະ ສາກົນ, ມັນເປັນສິ່ງສໍາຄັນທີ່ ສປປ ລາວ ສາມາດເສີມຂະຫຍາຍການແຂ່ງຂັນຂອງປະເທດໂດຍເພີ່ມການເຊື່ອມໂຍງເສດຖະກິດ, ຜະລິດຕະພັນຂອງວິສາຫະກິດລາວ, ໂດຍສະເພາະແມ່ນບັນດາຂະແຫນງການຂະຫນາດນ້ອຍແລະກາງ ຂອງລາວ ຊຶ່ງໄດ້ຮັບຮູ້ວ່າເປັນການຮັບປະກັນຜົນປະໂຫຍດອັນໃຫຍ່ຫຼວງຈາກການເພີ່ມທະວີການເຊື່ອມໂຍງເສດຖະກິດພ້ອມກັບການປັບປຸງລະບົບການຄ້າ ແລະ ການລົງທຶນພາກທຸລະກິດຕ້ອງໄດ້ປັບປຸງຄວາມສາມາດແຂ່ງຂັນໃຫ້ດີຂຶ້ນໂດຍການນໍາໃຊ້ລະບົບການຄຸ້ມຄອງທີ່ມີປະສິດທິຜົນ, ຄວາມຕ້ອງການຂອງຕະຫຼາດ. ເພື່ອບັນລຸເປົ້າຫມາຍດັ່ງກ່າວ, ການສະຫນັບສະຫນູນດ້ານວິຊາການຈາກພາກລັດ ແລະ ຄູ່ຮ່ວມພັດທະນາແມ່ນມີຄວາມສໍາຄັນໃນການປັບປຸງການແຂ່ງຂັນຂອງຂະແຫນງ SME ລາວໃນຕະຫລາດພາຍໃນ ແລະ ຕະຫຼາດສົ່ງອອກ(ຕ່າງປະເທດ).

      ບັນຍາກາດໃນກອງປະຊຸມໄດ້ດໍາເນີນໄປຢ່າງເປັນຂະບວນຟົດຟື້ນ, ໄດ້ມີການແລກປ່ຽນຄວາມຄິດຄວາມເຫັນເຊິ່ງກັນ ແລະ ກັນດ້ານວິຊາການ ຢ່າງກົງໄປກົງມາ.

ຂ່າວໂດຍ: ພູຄໍາ ຫຼວງສຸພົນ