ທ່ານ ນາງ LE THI PHUONG HOA ທີ່ປຶກສາທູດການຄ້າ ແຫ່ງ ສສ ຫວຽດນາມ ປະຈໍາລາວ ຄົນໃໝ່ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ
By admin On 31 Dec, 2018 At 10:53 AM | Categorized As ຂ່າວສຳຄັນ | With 0 Comments

IMG_3638.3

       ຕອນບ່າຍ ເວລາ 3: 00 ໂມງ ຂອງວັນທີ 27 ທັນວາ 2018 ຫ້ອງຮັບແຂກຊັ້ນ 4 ກະຊວງ   ອຸດສາຫະກໍາ ແລະ ການຄ້າ ໄດ້ມີການຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ LE THI PHUONG HOA, ທີ່ປຶກສາທູດການຄ້າ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ຄົນໃໝ່ ເນື່ອງໃນໂອກາດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງໃໝ່ ປະຈໍາ ສປປ ລາວ,  ໂດຍ ທ່ານ ນາງ ເຂັມມະນີ ພົນເສນາ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ​ແຫ່ງ ສປປ ລາວ ພ້ອມດ້ວຍທ່ານຫົວໜ້າຫ້ອງການ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ ແລະ ວິຊາການກ່ຽວຂ້ອງຈໍານວນໜຶ່ງ. ການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມຈໍານວນ 9 ທ່ານ.

IMG_3627.1

      ໃນໂອກາດນີ້ ສອງຝ່າຍໄດ້ປຶກສາຫາລືຄວາມເຂົ້າໃຈຮ່ວມກັນຫຼາຍດ້ານ ຄື: ດ້ານການຄ້າ, ການຮ່ວມມື, ການລົງທຶນ ແລະ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າການເສີມສ້າງສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມື ລະຫວ່າງສອງພັກສອງລັດ ລາວ-ຫວຽດນາມ;   ພ້ອມດຽວກັນນີ ທ່ານ ທີ່ປຶກສາທູດການຄ້າ ໄດ້ສະເໜີໃນຕໍ່ໜ້າຈະໃຫ້ການຮ່ວມມື ໃນວຽກງານການຄ້າໂດຍໄດ້ຕັ້ງເປົ້າຈະເພີ່ມມູນຄ່າການຄ້າສອງຝ່າຍ ໃຫ້ສູງກວ່າ 10% ຫຼາຍກວ່າທີ່ຜ່ານມາ ແລະ ມີແຜນຈະສ້າງຫ້ອງວາງສະແດງສິນຄ້າ ຂອງ ສສ ຫວຽດນາມ ຢູ່ລາວ ເພື່ອເປັນການໂຄສະນາສິນຄ້າໃຫ້ປະຊາຊົນລາວໄດ້ຮັບຮູ້ຢ່າງກວ້າງຂວາງກວ່າເກົ່າ. 

IMG_3633.2

          ໃນຕອນທ້າຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຍິນດີ, ສະເໜີໃຫ້ມີຮັກສາການຕິດຕໍ່ພົວພັນ ຊຶ່ງກັນ ແລະ ກັນ ແລະ ອວຍພອນໄຊເນື່ອງໃນໂອກາດປີໃໝ່ສາກົນທີ່ຈະມາເຖິງນີ້ ຂໍໃຫ້ວຽກງານທຸກສິ່ງຢ່າງລາບລື້ນ ຕໍ່ທ່ານ ທີ່ປຶກສາທູດການຄ້າ ​ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ຄົນໃໝ່​ ແລະ ທ່ານ ທີ່ປຶກສາທູດການຄ້າກໍ່ສະແດງຄວາມຂອບໃຈ ມາຍັງທ່ານລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

 ຂ່າວໂດຍ: ໄພຄໍາອີ ວິໄລຄໍາ

About -