ຜົນສຳເລັດກອງປະຊຸມ ຄັ້ງທີ 41 ປະຈຳປີ 2019 ຂອງຄະນະກຳມະການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ວັນທີ 6 ມັງກອນ 2019
By theu vaenvongsod On 7 Jan, 2019 At 11:27 AM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2019-01-07 at 11.12.25

     ໃນຕອນເຊົ້າ ຂອງວັນທີ 06 ມັງກອນ 2019; ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ໄດ້ຮ່ວມເປັນປະທານ ຊີ້ນຳກອງປະຊຸມຄັ້ງທີ 41 ປະຈຳປີ 2019 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ. ໃນກອງປະຊຸມ ສອງຝ່າຍໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມ ຄັ້ງທີ 40 ກໍ່ຄືຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ປະຈໍາປີ 2018 ແລະ ພ້ອມກັນປຶກສາຫາລື ກ່ຽວກັບທິດທາງການຮ່ວມມື ໃນປີ 2019.

WhatsApp Image 2019-01-07 at 11.12.25 (1)

     ສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການ ຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າ ດ້ວຍແຜນການຮ່ວມມືໃນປີ  2018 ຜ່ານມາ, ເຊິ່ງບັນລຸຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນ: ການແລກ ປ່ຽນຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດ ໄດ້ດຳເນີນເປັນປົກກະຕິ; ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ ກໍ່ໄດ້ຮັບການປັບປຸງດ້ານຄຸນນະພາບ ແລະ ເປີດກວ້າງດ້ວຍຫລາຍຮູບການ, ປະຈຸບັນ ຈໍານວນນັກສຶກສາລາວ ທີ່ກໍາລັງຄົ້ນຄວ້າ ຢູ່ ສສ ຫວຽດນາມ ມີທັງ ໝົດ 14.644 ຄົນ, ໃນນັ້ນ ທຶນລັດຖະບານ 4.228 ຄົນ; ດ້ານການລົງທຶນ, ມາຮອດປະຈຸບັນ, ການລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ລາວ ມີທັງໝົດ 409 ໂຄງການ, ມູນຄ່າ 4,1 ຕື້ໂດລາສະຫະລັດຈັດຢູ່ໃນອັນດັບ 03 ໃນຈໍານວນບັນດາປະເທດ ແລະ ເຂດແຄວ້ນທີ່ມີວິສາຫະກິດມາລົງທຶນຢູ່ລາວ; ມູນຄ່າການຄ້າລະຫວ່າງສອງປະເທດ ໃນປີ 2018 ບັນລຸໄດ້ 1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 13 % ທຽບໃສ່ໄລຍະດຽວຂອງປີ 2017; ການຈັດຕັ້ງປະຕິບັດບັນດາໂຄງການທີ່ນໍາໃຊ້ທຶນຊ່ວຍເຫລືອ ກໍ່ໄດ້ມີຄວາມຄືບໜ້າດີສົມຄວນ, ມີ 12 ໂຄງການໄດ້ສໍາເລັດ, ມອບ-ຮັບ ແລະ ໄດ້ນໍາໃຊ້ໃນປີ 2018; ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ທ້ອງຖິ່ນຕ່າງໆ ຂອງສອງຝ່າຍໄດ້ເພີ້ມທະວີການພົບປະແລກປ່ຽນບົດຮຽນ ແລະ ເປີດກວ້າງການຮ່ວມມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຢ່າງແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນ; ບັນດາກົນໄກ, ນະໂຍບາຍການຮ່ວມມື ໄດ້ຮັບການພິຈາລະນາ, ປັບປຸງດັດແກ້ຢ່າງທັນການ, ສອດຄ່ອງກັບສະພາບຕົວຈິງຂອງ ແຕ່ລະປະເທດ ກໍຄືລະບຽບການສາກົນ. 

WhatsApp Image 2019-01-07 at 11.12.26

     ສຳລັບທິດທາງແຜນການຮ່ວມມືໃນປີ 2019, ສອງຝ່າຍ ໄດ້ຕົກລົງເຫັນດີເປັນເອກະພາບ ສືບຕໍ່ຈັດຕັ້ງປະຕິບັດຕາມທິດຊີ້ນຳ ຂອງສອງກົມການເມືອງ ແລະ ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ລະຫວ່າງ ສອງລັດຖະບານ ໃຫ້ປະກົດຜົນເປັນຈິງ ໃນນັ້ນ ເອົາໃຈໃສ່ປະຕິບັດ ໂຄງການຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ໃນຂົງເຂດການສຶກສາ ແລະ ພັດທະນາຊັບ ພະຍາກອນມະນຸດ, ຊອກຫາວິທີການ ແລະ ມາດຕະການ ເພື່ອເພີ້ມມູນຄ່າການຄ້າ ລະຫວ່າງສອງປະເທດໃຫ້ບັນລຸຕາມເປົ້າໝາຍທີ່ວາງອອກ; ມີມາດຕະການຊ່ວຍເຫລືອ ແລະ ແກ້ໄຂຂໍ້ຫຍຸ້ງຍາກ, ຂ້ອງຄາໃຫ້ແກ່ບັນດາວິສາຫະກິດຫວຽດນາມ ທີ່ມາລົງທຶນຢູ່ລາວ ກໍ່ຄືການແກ້ໄຂຢ່າງຂາດຕົວຕໍ່ບັນດາວິສາຫະກິດ ທີ່ບໍ່ປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ. ສອງຝ່າຍເຫັນດີເພີ່ມທະວີ ການຮ່ວມມືໃນຂະແໜງ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການສູງ ເຊັ່ນ: ການຊື້-ຂາຍໄຟຟ້າ ແລະ ຂົງເຂດກະສິກຳເຕັກໂນໂລຊີສູງ.

WhatsApp Image 2019-01-07 at 11.12.27

     ໃນໂອກາດກອງປະຊຸມຄັ້ງນີ້, ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ຖະແຫຼງຂ່າວຮ່ວມຜົນສຳເລັດ ແລະ ຮ່ວມເປັນສັກຂີພະຍານໃນການລົງນາມ 06 ເອກະສານສໍາຄັນ ແລະ ມອບໃບຢັ້ງຢືນ 1 ເອກະສານ ຄື: (1)  ບົດບັນທຶກກອງປະຊຸມຄັ້ງທີ 41; (2) ຂໍ້ຕົກລົງ ວ່າດ້ວຍແຜນການຮ່ວມມື ປະຈຳປີ 2019 ຂອງຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງສອງລັດຖະບານ; (3) ແຜນການຮ່ວມມືປະຈຳປີ 2019 ລະຫວ່າງ ສອງກະຊວງສຶກສາທິການ-ກິລາ ລາວ ແລະ ກະຊວງສຶກສາ-ກໍ່ສ້າງ ຫວຽດນາມ; (4) ການມອບ-ຮັບ ໂຄງການສຳເລັດໃນການກໍ່ສ້າງໂຮງຮຽນ 3 ແຫ່ງ ຄື: ໂຮງຮຽນມັດທະຍົມສົມບູນມິດຕະພາບເຈົ້າອານຸວົງ ຢູ່ ແຂວງໄຊສົມບູນ, ຫໍພັກນັກສຶກສາຕ່າງປະເທດ ຢູ່ດົງໂດກ, ໂຮງຮຽນມັດທະຍົມສົມບູນມິດຕະພາບໄລຍະ 2 (ຫລັກ 5) ແລະ ສູນພາສາຫວຽດ ຢູ່ມະຫາວິທະຍາໄລ ສຸພານຸວົງ ແລະ ມະຫາວິທະຍາໄລ ຈຳປາສັກ; (5) ການມອບ-ຮັບ ໂຄງການກໍ່ສ້າງສຳເລັດໃນການກໍ່ສ້າງສະຖານີວິທະຍຸ-ໂທລະພາບ ແຂວງສະຫວັນນະເຂດ;(6) ຂໍ້ຕົກລົງ ວ່າດ້ວຍການຊ່ວຍເຫລືອແນວພັນເຂົ້າ ຈໍານວນ 300 ໂຕນ ຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ແລະ (7) ມອບໃບຢັ້ງຢືນຮັບຊື້ໄຟຟ້າຈາກໂຄງການໄຟຟ້ານໍ້າຊໍາ (ລາວ).

     ສອງຝ່າຍເຊື່ອໝັ້ນວ່າ ຜົນສຳເລັດກອງປະຊຸມຄັ້ງນີ້ ລວມທັງບັນດາເອກະສານທັງໝົດທີ່ໄດ້ລົງນາມໃນໂອກາດນີ້ ຈະປະກອບສ່ວນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ຢູ່ໃນລະດັບສູງສຸດຢູ່ແລ້ວ, ຂຶ້ນສູ່ລະດັບສູງ ເປັນຂີດໝາຍອັນໃໝ່ ໃນປີ 2019.

     ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມຸນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ; ທ່ານ ນາງ ຫງວຽນ ທິກິມເງິນ, ປະທານສະພາແຫ່ງຊາດຫວຽດນາມ.

ຂ່າວໂດຍ: ທ ມັດຖາພອນ ນາລີສັກ

ຮຽບຮຽງໂດຍ: ນ ຖື ແຫວນວົງສົດ