ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າໄດ້ເຜີຍແຜ່ 3 ເອກະສານສຳຄັນໃນກອງປະຊຸມສຳມະນາ
By sonsathit rasavong On 31 Jan, 2019 At 02:46 PM | Categorized As ຂ່າວພາຍໃນ | With 0 Comments
     “ກອງປະຊຸມ ສຳມະນາກ່ຽວກັບວຽກງານປະເມີນບຸກຄະລາກອນ ຕາມຕົວຊີ້ວັດຜົນການປະຕິບັດວຽກ (KPI), ຂອງກົມແຜນການ ແລະ ການຮ່ວມມື ແລະ ການຍົກລະດັບຄວາມຮູ້ດ້ານວຽກງານຂ່າວສານ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ”
     ວັນທີ 29 ມັງກອນ ຫາ 1 ກຸມພາ 2019 ນີ້, ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບວຽກງານປະເມີນບຸກຄະລາກອນ ຕາມຕົວຊີ້ວັດຜົນການປະຕິບັດວຽກ (KPI), ຂອງກົມແຜນການ ແລະ ການຮ່ວມມື ແລະ ການຍົກລະດັບຄວາມຮູ້ດ້ານວຽກງານຂ່າວສານ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ທີ່ທ່າລາດ ເມືອງແກ້ວອຸດົມ ແຂວງ ວຽງຈັນ ໂດຍການເປັນປະທານຂອງທ່ານ ສີລິສຳພັນ ວໍຣະຈິດ ຫົວໜ້າກົມແຜນການ ແລະ ການຮ່ວມມື ມີນັກສຳມະນາກອນຈາກບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າອຸດສາຫະກໍາ ແລະ ການຄ້າ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ທົ່ວປະເທດ ຈຳນວນ 60 ກວ່າທ່ານ ເຂົ້າຮ່ວມ.
     ໃນໂອກາດນີ້, ທ່ານ ສີລິສຳພັນ ວໍຣະຈິດ ຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ກ່າວເປີດ ແລະ ກ່າວຈຸດປະສົງຂອງກອງປະຊຸມສຳມະນາຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງນັກສຳມະນາກອນທີ່ເຂົ້າຮ່ວມ, ກອງປະຊຸມດັ່ງກ່າວ ໄດ້ເຜີຍແຜ່ແຜນຍຸດທະສາດການພັດທະນາ ຂອງກົມແຜນການ ແລະ ການຮ່ວມມື, ດຳລັດສະບັບເລກທີ 300/ລບ, ລົງວັນທີ 13 ກັນຍາ 2017 ແລະ ຄຳແນະນຳ ສະບັບເລກທີ 06/ພນ, ລົງວັນທີ 05 ພຶດສະພາ 2018 ການຈັດຕັ້ງປະຕິບັດດໍາລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານລັດຖະກອນ, ທິດສະດີພື້ນຖານສຳລັບນັກຂ່າວ, ວິທີການຂຽນຂ່າວ.
IMG_3713
     ກອງປະຊຸມຄັ້ງນີ້, ຖືເປັນບາດກ້າວໜຶ່ງໃນການພັດທະນາ ສ້າງຄວາມເຂັ້ມແຂງ ດ້ານວຽກງານຂ່າວສານ  ຂະແໜງອຸດສາຫະກຳ ແລະ ການຄ້າ;
  ໃນຕອນທ້າຍຂອງກອງປະຊຸມສຳມະນາ ໄດ້ມີພິທີມອບໃບຢັ້ງຢືນການສຳມະນາ ວຽກງານປະເມີນບຸກຄະລາກອນ ຕາມຕົວຊີ້ວັດຜົນການປະຕິບັດວຽກ (KPI), ຂອງກົມແຜນການ ແລະ ການຮ່ວມມື ແລະ ການຍົກລະດັບຄວາມຮູ້ດ້ານວຽກງານຂ່າວສານ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ຮັບຟັງການໂອ້ລົມຈາກ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.
IMG_3764
IMG_3819
IMG_3809
IMG_3840
                                                                                                                                                                                                                           
ຂ່າວໂດຍ: ແສງວິລັດ ຍົດສະຫວັດ
                                                                                                                                                                                                                                     ຮຽບຮຽງໂດຍ: ນ ຖື ແຫວນວົງສົດ