ອຸດສາຫະກໍາ ແລະ ການຄ້າແຂວງຄຳມ່ວນ ເພີ່ມຄວາມເຂັ້ມງວດໃນການຄວບຄຸມລາຄາສິນຄ້າຕາມທ້ອງຕະຫລາດ
By theu vaenvongsod On 11 Feb, 2019 At 03:41 PM | Categorized As ຂ່າວພາຍໃນ | With 0 Comments

​     DSC_0012

     ໃນຕອນ​ບ່າຍ​ຂອງ​ວັນ​ທີ 6 ກຸມພາ 2019 ເຈົ້າໜ້າທີ່ກວດກາສິນຄ້າຂະແໜງການ​ຄ້າພາຍໃນ ພະແນກອຸດ ສາຫະກຳ ແລະ ການຄ້າແຂວງຄຳມ່ວນນຳໂດຍ ທ່ານ ບຸນໂຮມ ມຸກດາສັກ ຮອງຫົວໜ້າໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ​ໄດ້​ສົມທົບ​ກັບພາກສ່ວນຮັບຜິດຊອບຈັດສັນຕະຫລາດ ຫລັກ 02 ​ແລະ ຕະຫລາດນາ​ໂບ ລົງ​ເຄື່ອ​ນ​ໄຫວກວດກາຕິດຕາມ​ລາຄາ​ສິນຄ້າ​​ປະ​ເພດ​ຊີ້ນ,  ​ເຂົ້າ, ປາ ​ແລະ​ ອາຫານ​ແຫ້ງ​ຕາມບັນດາຫ້າງຮ້ານໃນທ້ອງຕະຫລາດດັ່ງກ່າວ ເນື່ອງໃນໂອກາດບຸນປີໃໝ່ຂອງພີ່ນ້ອງຊາວຫວຽດນາມ ແລະ ຊາວຈີນ ລວມເຖິງບຸນນະມັດສະການພຣະທາດສີໂຄດຕະບອງ ປະຈຳປີ 2019 ທີ່ຈະໄດ້ຈັດຂຶ້ນໃນມໍ່ໆ ນີ້.

DSC_0021

DSC_0057

 

      ເນື່ອງຈາກວ່າໃນໂອກາດນີ້ໄດ້ເຮັດໃຫ້ບັນດາຜູ້ປະກອບການ, ພໍ່ຄ້າ,​ ແມ່ຄ້າ,​ ຂາຍເຄື່ອງບໍລິໂພກບາງກຸ່ມ ສວຍໂອກາດຂຶ້ນລາຄາສິນຄ້າໂດຍພາລະການລະເມີດລະບຽບຄ້າຂາຍ ຕາມໂຄງປະກອບລາຄາສິນຄ້າທີ່ຂະແໜງການກ່ຽວຂ້ອງກຳນົດໃຫ້ ເຊິ່ງເປັນການເອົາລັດເອົາປຽບຕໍ່ຜູ້ບໍລິໂພກໂດຍສະເພາະແມ່ນລາຄາຊີ້ນໝູ, ຊີ້ນງົວ,​ ຊີ້ນຄວາຍ, ຊີ້ນປາ ແລະ ສິນຄ້າປະເພດເຂົ້າ ຕໍ່ບັນຫາດັ່ງກ່າວເຈົ້າໜ້າທີ່ກວດກາສິນຄ້າຂະແໜງການຄ້າພາຍໃນ ພະແນກ ອຄ ຈຶ່ງເພີ່ມຄວາມເຂັ້ມງວດໃນການຕິດຕາມ,​ກວດກາ, ພ້ອມທັງຮຽກຮ້ອງມາຍັງຄະນະຮັບຜິດຊອບຈັດສັນຕະຫລາດແຕ່ລະແຫ່ງ ຈົ່ງໃຫ້ການຮ່ວມມື ແລະ ອຳ ນວຍຄວາມສະດວກໃນການປະຕິບັດງານຂອງເຈົ້າໜ້າທີ່, ມີສ່ວນຮ່ວມໃນການແກ້ໄຂຕໍ່ບັນຫາດັ່ງກ່າວໃຫ້ຫລາຍຂຶ້ນ,​ພ້ອມດຽວກັນນັ້ນບັນດາຜູ້ປະກອບການຄ້າຂາຍ ກໍ່ຈົ່ງເອົາໃຈໃສ່ເປັນເຈົ້າການເຄື່ອນໄຫວຕໍ່ການປະຕິບັດລະບຽບການຄ້າຂາຍຕາມໂຄງປະກອບແຈ້ງລາຄາສິນຄ້າ ທີ່ທາງພະແນກ ອຄ ໄດ້ວາງອອກ ແລະ ຖ້າຫາກພົບເຫັນການເອົາລັດເອົາປຽບດ້ານລາຄາທ່ານສາມາດແຈ້ງ ຫຼື ໂທລະສັບປະສານງານໄດ້ 24 ຊົ່ວໂມງ ເຊິ່ງປະຊາຊົນສາມາດເຂົ້າຫາໄດ້ເພື່ອຂໍ​ຄວາມ​ເປັນ​ທຳໂດຍສະເພາະແຈ້ງສາຍດ່ວນ 1510  ຫຼື ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ( ຂະແໜງການຄ້າພາຍໃນ ) ໃນເວລາລັດຖະການຖ້າມີສະພາບການເກີດຂຶ້ນເພື່ອພ້ອມກັນແກ້ໄຂບັນຫາດັ່ງກ່າວໄດ້ທັນກັບສະພາບການ.

DSC_0044DSC_0055

ຂ່າວ : ມະນີວັນ

ຮຽບຮຽງໂດຍ: ນາງ ຖື