ພະແນກ ອຄ ແຂວງບໍລິຄຳໄຊ ແລກປ່ຽນບົດຮຽນ ກ່ຽວກັບວຽກງານສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ກັບ ພະແນກ ອຄ ແຂວງອຸດົມໄຊ
By theu vaenvongsod On 14 Feb, 2019 At 11:23 AM | Categorized As ຂ່າວພາຍໃນ | With 0 Comments

oudomxay 13Feb1

     ໃນ​ຕອນເຊົ້າ ເວລາ 8: 30 ຂອງວັນ​ທີ 13 ກຸມພາ 2019 ນີ້​ທີ່ຫ້ອງປະຊຸມພະ​ແນ​ກອຸ​ດສາ​ຫະກຳ ​ແລະ ການ​ຄ້າ​ແຂວງ​ອຸດົມ​ໄຊ, ​ໄດ້​ຈັດ​ພິທີພົບປະແລກປ່ຽນບົດຮຽນວຽກງານ ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ ແລະ ການຄ້າ ລະຫວ່າງພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ ກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ  ໂດຍການເປັນປະທານຂອງທ່ານ ຄໍາເພົ້າ ສີລິສຸກ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ ເຂົ້າຮ່ວມການພົບປະໃນຄັ້ງນີ້ມີບັນດາຄະນະພະແນກ, ຫົວໜ້າ-ຮອງຂະແໜງ ແລະ ວິຊາການພາຍໃນຂະແໜງສົ່ງເສີມ ພ້ອມດ້ວຍອາສາສະມັກໄຈກ້າ ຈາກທັງສອງແຂວງເຂົ້າຮ່ວມທັງໝົດ 17 ທ່ານ; ເຊິ່ງການພົບປະໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບວຽກງານອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊໃນໄລຍະຜ່ານມາ ໂດຍສະເພາະແມ່ນວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ ແລະ ການຄ້າໃນໄລຍະທີ່ຜ່ານມາຈາກທ່ານ ຄໍາເພົ້າ ສີລິສຸກ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ.  ພ້ອມດຽວກັນນັ້ນກໍ່ໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນລະຫວ່າງສອງພະແນກ  ເພື່ອເຮັດໃຫ້ວຽກງານສົ່ງເສີມມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.

oudomxay 13Feb

     ຈາກນັ້ນ, ທາງ​ທີ​ມງານກໍ່ໄດ້ຢ້ຽມຊົມບັນດາກຸ່ມຜູ້ຜະລິດ ຢູ່ເມືອງໄຊ ແລະ ເມືອງແບ່ງ ແຂວງອຸດົມໄຊ.

 

ຂ່າວໂດຍ: ຄຳ​ຝັ້ນ ພາ​ວິ​ວົງ​ກອນ

ຮຽບຮຽງ​ໂດຍ: ນາງ ຖື ແຫວນວົງສົດ