ການແລກປ່ຽນບົດຮຽນກ່ຽວກັບການພັດທະນາອຸດສາຫະກຳ ທີ່ ກະຊວງອຸດສາຫະກຳ ແຫ່ງປະເທດໄທ
By sonsathit rasavong On 22 Feb, 2019 At 08:13 AM | Categorized As ຂ່າວພາຍໃນ | With 0 Comments

           ໃນລະຫວ່າງວັນທີ 12-16 ກຸມພາ 2019 ຄະນະຜູ້ແທນຈຳນວນ 20 ທ່ານ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການທີ່ກ່ຽວຂ້ອງເຊັ່ນ: ສຳນັກງານນາຍົກລັດຖະມົນຕີ, ກະຊວງການຕ່າງປະເທດ,  ກະຊວງແຜນການ ແລະ ການລົງທຶນ, ກະຊວງຍຸຕິທຳ ແລະ ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫລວງ ທີ່ນຳພາໂດຍທ່ານ ສົມຟອງ ສຸລິວັນ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ. ໂດຍໄດ້ຮັບການຊ່ວຍເຫລືອ ຈາກກອງທຶນພິເສດການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (Mekong-Lancang Cooperation Special Fund-MLC) ຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ຄະນະຜູ້ແທນຈາກ ສປປ ລາວ ດ້ານການບໍລິຫານ, ການວາງແຜນຍຸດທະສາດ ແລະ ນະໂຍບາຍການພັດທະນາອຸດສາຫກະກຳ-ພັດທະນາ ບຸກຄະລາກອນ ໃຫ້ມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບ ການວາງແຜນນະໂຍບາຍ ການສ້າງຍຸດທະສາດ ພັດທະນາອຸດສາ ຫະກຳປຸງແຕ່ງ ໂດຍມີ ວິທະຍາກອນຜູ້ຊ່ຽວຊານຈາກຫລາຍພາກສ່ວນຂອງຝ່າຍໄທ ເຂົ້າຮ່ວມແລກປ່ຽນບົດຮຽນຕົວຈິງ ຄື 1)ກົມສົ່ງເສີມ ອຸດສາຫະກຳ , 2)ສະຖາບັນພັດທະນາອຸດສາຫະກຳສິ່ງທໍ, 3)ສຳນັກງານມາດຕະຖານ ຜະລິດຕະພັນ ອຸດສາຫະກຳ, 4)ສຳນັກງານເສດຖະກິດອຸດສາຫະກຳ, 5)ການນິຄົມອຸດສາຫະກຳ ແຫ່ງປະເທດໄທ ແລະ 6)ກົມໂຮງງານ ອຸດສາຫະກຳ ທີ່ກະຊວງອຸດສາຫະກຳ ແຫ່ງປະເທດໄທ.

539eb82d-c61e-426b-8cff-f0af0f628bdb

            ຄະນະຜູ້ແທນຈາກກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ໄດ້ແລກປ່ຽນຮຽນຮູ້ກ່ຽວກັບຍຸດທະສາດ ການພັດທະນາອຸດສາຫະກຳຂອງໄທ ໂດຍສະເພາະທາງດ້ານການພັດທະນາອຸດສາຫະກຳຂອງໄທ ທີ່ເອີ້ນວ່າການ ພັດທະນາເສດຖະກິດໄທໃນຍຸກອຸດສາຫະກຳ 4.0 ປະຈຸບັນນີ້ການສົ່ງເສີມ ແລະ ພັດທະນາຄວາມສາມາດຂອງ ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ, ຄວາມຮຸ້ການນຳໃຊ້ເຕັກໂນໂລຊີ ເຂົ້າໃນຂະບວນການ ຜະລິດອຸດສາຫະກຳ ເພື່ອຍົກລະດັບມາດຕະຖານການສົ່ງອອກສິນຄ້າ, ການພັດທະນາຮູບແບບ ຜະລິດຕະພັນ 2) ການ ອອກແບບ ແລະ ພັດທະນາອຸດສາຫະກຳເຄື່ອງນຸ່ງຫົ່ມ ແລະ ສິ່ງທໍກ່ຽວກັບການປະສານງານ ແລະ ເຊື່ອມໂຍງ ເຄືອຂ່າຍໃຫ້ແກ່ຜູ້ປະກອບການທັງທາງດ້ານເຕັກໂນໂລຊີ, ການອອກແບບ ແລະ ການຄ້າ ພ້ອມນີ້ກໍ່ມີ ການວິໄຈໃນ ສາຂາກໍ່ສ້າງ, ການແພດ, ການກະສິກຳ ແລະ ພະຫານະ ສຳລັບການເປີດຕະຫລາດ ອຸດສາຫະກຳເຄື່ອງນຸ່ງຫົ່ມ ແລະ ສິ່ງທໍ  3)ອຸດສາຫະກຳການຜະລິດ ແລະ ແປຮູບໃນສາຂາການຜະລິດເຄມີພັນ ຜະລິດຕະພັນຈາກປລາດສຕິກ ສິ່ງທໍ ແລະ ການແປຮູບຢາງພາລາ. ການອອກອະນຸຍາດປະກອບ ກິດຈະການໂຮງງານ ອຸດສາຫະກຳໃນປະເທດໄທ 4) ລະບົບ ຈັດຖານຂໍ້ມູນສະຖິຕິອຸດສາ ຫະກຳເພື່ອເປັນຂໍ້ມູນເພີ້ມຂີດຄວາມ ສາມາດ ໃນການແຂ່ງຂັນ, ແບບວິທີການຂົນສົ່ງ ສິນຄ້າ, ການລົງທຶນລະຫວ່າງ ປະເທດ 5) ການນິຄົມອຸດສາຫະກໍາແຫ່ງ ປະເທດໄທ ກ່ຽວກັບຂັ້ນຕອນການຂໍອະນຸຍາດ ປະກອບກິດຈະການໃນ ເຂດນິຄົມອຸດສາຫະກຳ ປະກອບດ້ວຍ 3 ຂັ້ນຕອນ ຂໍອະນຸຍາດ 1. ການຂໍອະນຸຍາດປຸກ ສ້າງອາຄານ 2. ການຂໍອະນຸຍາດນຳໃຊ້ທີ່ດິນ ແລະ 3. ການຂໍອະນຸຍາດດຳເນີນກິດຈະການ ໂດຍປະຕິບັດຕາມ ນະໂຍບາຍ ແລະ ນິຕິກຳຂອງປະເທດໄທກຳນົດໄວ້, ຈຸດພິເສດຂອງເຂດນິຄົມອຸດສາຫະກຳຂອງໄທຄື: ເປັນລັດວິສາ ຫະກິດ ແລະ 6) ຂັ້ນຕອນການອະນຸມັດການຂໍສ້າງຕັ້ງ ແລະ ດໍາເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງ, ການຕິດຕາມ ແລະ ກວດກາມາດຕະຖານໂຮງງານ, ມາດຕະຖານຜະລິດຕະພັນ, ມາດຕະຖານສິ່ງແວດລ້ອມໂຮງງານ, ຄວາມປອດໄພ, ສຸຂະອານາໄມ ແລະ ການປະຫຍັດພະລັງງານ. ການອອກອານຸຍາດດ້ານອຸດສາຫະກຳປຸງແຕ່ງ ຂອງປະເທດໄທເຫັນວ່າໃຊ້ເວລາສັ້ນຊຶ່ງເປັນປະເທດອັນດັບຕົ້ນໆ ຂອງອາຊຽນເນື່ອງຈາກ ການຄຸ້ມຄອງ ແລະ ອະນຸຍາດ ຕາມກຸ່ມວຽກຂອງກະຊວງດັ່ງກ່າວ.

ຂ່າວໂດຍ: ທ. ສຸກທັນວາ ແກ້ວ​ຄໍາ​ເພັດ

ຮຽບຮຽງໂດຍ: ນ.ຖືແຫວນວົງສົດ