ກອງປະຊຸມປຶກສາຫາລື ຄັດເລືອກສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດ ຢູ່ແຂວງຊຽງຂວາງ
By theu vaenvongsod On 21 Mar, 2019 At 01:46 PM | Categorized As ຂ່າວພາຍໃນ | With 0 Comments

xiengkuang odop

      ໃນ​ຕອນເຊົ້າ ເວລາ 8 ໂມງ : 30 ນາທີ ຂອງວັນ​ທີ 20 ມີນາ 2019 ນີ້​ທີ່ຫ້ອງປະຊຸມພະ​ແນ​ກອຸ​ດສາ​ຫະກຳ ​ແລະ ການ​ຄ້າ​ແຂວງ​ຊຽງຂວງ, ​ໄດ້​ເປີດກອງປະຊຸມປຶກສາຫາລື ຄັດເລືອກສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດ ຢູ່ແຂວງຊຽງຂວາງ.

xiengkuang ken

      ໂດຍພາຍໃຕ້ການເປັນປະທານຂອງທ່ານ ທອງສະຫວັດ ມັງໜໍ່ເມກ ເລຂາຄະນະພັກຮາກຖານ ຮອງປະທານຄັດເລືອກສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຂັ້ນແຂວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຊຽງຂວາງ. ຜຸ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີບັນດາຄະນະກຳມະການຄັດເລືອກສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດ ຕະພັນຂັ້ນແຂວງ, ມີເຈົ້າເມືອງ – ຮອງເຈົ້າເມືອງ, ຫົວໜ້າ-ຮອງຂະແໜງ, ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຊຽງຂວາງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ອຄ ເມືອງ ແລະ ວິຊາການພາຍໃນຂະແໜງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ການຄ້າ ເຂົ້າຮ່ວມທັງໝົດ 22 ທ່ານ; ເຊິ່ງກອງປະຊຸມໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບວຽກງານການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ການຄ້າ ເວົ້າລວມ, ເວົ້າສະ ເພາະ ວຽກງານການສົ່ງເສີມການຜະລິດເປັນສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ສິນຄ້າ (ODOP) ແຫ່ງຊາດ ຢູ່ແຂວງຊຽງຂວາງ ໃນໄລຍະຜ່ານມາ ໂດຍສະເພາະແມ່ນວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ການຄ້າ ໃນໄລຍະທີ່ຜ່ານມາຈາກທ່ານ ທອງສະຫວັດ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຊຽງຂວາງ,  ພ້ອມດຽວກັນນັ້ນກໍ່ໄດ້ມີການປຶກສາຫາລືແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ໃນການຄັດເລືອກສິນຄ້າດັ່ງກ່າວ ທີ່ເປັນສິນຄ້າມາຈາກພູມປັນຍາຂອງຊາວບ້ານ ແລະ ເປັນສິນຄ້າຫຼັກຂອງບັນດາຄອບຄົວດັ່ງກ່າວ. ສິນຄ້າທີ່ນຳມາຄັດເລືອກໃນຄັ້ງນີ້ມີ 14 ລາຍການສິນຄ້າຄືື: 1/ ກຸ່ມຜະລິດຊາທໍາມະຊາດ ພູສັນ; 2/ ກຸ່ມຜະລິດເສັ້ນເຝີ ບ້ານນູ ເມືອງແປກ; 3/ ກຸ່ມຜະລິດເຂົ້າໜົມກະລາວັດ ບ້ານລາດຮ້ວງ ເມືອງແປກ; 4/ ແຈ່ວບອງ ນາງ ນ້ອງ ບ້ານລີ່ ເມືອງແປກ; 5/ ຫັດຖະກໍາຕໍ່າຫູກ ນາງ ອ່ອນສີ ບ້ານໂພນສະອາດໃຕ້ ເມືອງແປກ; 6/ ເຫຼົ້າສະຕິກ​ເກີ່ວາຍ (Stic kir wine) ບ້ານຍວນ ເມືອງແປກ; 7/ ຫັດຖະກໍາຫຼອມໂລຫະ ບ້ານນາເພຍ ເມືອງຜາໄຊ; 8/ ຫັດຖະກໍາຕໍ່າຫູກ ບ້ານທາງຊຽງເໜືອ ເມືອງຜາໄຊ; 9/ ຫັດຖະກໍາຖົງແດງ ບ້ານ ນາຊາຍທອງ ເມືອງພູກູດ; 10/ ຫັດຖະກໍາຕໍ່າຫູກ ບ້ານພຽງຫົ່ງ ເມືອງໜອງແຮດ; 11/ ຫັດຖະກຳຈັກສານເປ້ເຜົ່າມົ້ງ ບ້ານປ່າຂົມ ເມືອງໜອງແຮດ; 12/ ຫັດຖະກໍາແຄນເຜົ່າມົ້ງ ເມືອງໜອງແຮດ; 13/ ຫັດຖະກໍາເປ້ຫວາຍມົ້ງ ບ້ານນໍ້ຫງາດ ເມືອງໝອກ; 14/ ຫັດຖະກໍາຈັກສານພາເຂົ້າຫວາຍ, ຕັ່ງຫວາຍ ແລະ ຫັດຖະກຳຍູກວດ ບ້ານນາຄ່ອນ ເມືອງໝອກ. ຫຼັງຈາກນັ້ນ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄຳເຫັນໃສ່ຮ່າງທີ່ຄັດເລືອກສິນຄ້າດັ່ງກ່າວຢ່າງລະອຽດຖີ່ຖ້ວນ ເພື່ອເຮັດໃຫ້ສິນຄ້າໄດ້ຄຸນນະພາບ ແລະ ຍືນຍົງ ເພື່ອນຳສະເໜີຕໍ່ກະຊວງອຸດສາຫະກຳ ແລະ ການຄ້າ ອະນຸມັດອອກໃບຢັ້ງຢືນເປັນສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ຫຼື (ODOP) ຂອງແຂວງຊຽງຂວາງ.

xiengkuang sin mai

      ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ຢ້ຽມຊົມບັນດາກຸ່ມຜູ້ຜະລິດສິນຄ້າດັ່ງກ່າວ ທີ່ນໍາສິນຄ້າມາວາງສະ ແດງ ​ເພື່ອ​ຄັດ​ເລືອກຢູ່ສະຖານທີ່ພາຍ​ໃນ​ຫ້ອງປະຊຸມຕື່ມອີກ.

xiengkuang sin

 

ຂ່າວໂດຍ: ຄໍາ​ເພັດ ດວງ​ດາ​ພອນ ພອຄ ແຂວງຊຽງຂວາງ

ຮຽບຮຽງ​ໂດຍ: ນ ຖື ​ແຫວນ​ວົງ​ສົດ ກົມ ຜຮ ກະຊວງ ອຄ