ກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 03/ນຍ, ລົງວັນທີ 09 ກຸມພາ 2018
By phaikhame evilay On 30 Apr, 2019 At 09:39 AM | Categorized As ຂ່າວພາຍໃນ | With 0 Comments

     IMG_5055.0

          ຕອນເຊົ້າ ເວລາ 9:00 ໂມງ ຂອງວັນທີ 25 ເມສາ 2019  ທີ່ຫ້ອງປະຊຸມ​ໃຫຍ່ຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີກອງປະຊຸມເຜີຍແຜ່ ຄົ້ນຄວ້າການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 03/ນຍ, ລົງວັນທີ 09 ກຸມພາ 2018 ກ່ຽວກັບ​ວຽກ​ງານ​ປັບປຸງ​ກົງຈັກ ​ແລະ ຄຸ້ມ​ຄອງ​ລັດຖະກອນ ​ໂດຍ​ອີງ​ຕາມກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ  2015 ໃຫ້ພະນັກງານ-ລັດຖະກອນ ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມດັ່ງກ່າວມີທ່ານຫົວໜ້າຫ້ອງການ,  ຫົວໜ້າສະຖາບັນຄົ້ນຄ້ວາເສດຖະກິດອຸດສາຫະກໍາ ແລະ ການຄ້າ, ບັນດາ​ທ່ານຫົວໜ້າກົມຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ຈໍານວນ​ໜຶ່ງ ອ້ອມຂ້າງກະຊວງເຂົ້າຮ່ວມປະມານ 80 ກວ່າທ່ານ.

IMG_5042.2

          ກອງປະຊຸມ​ໄດ້​​ຈັດ​ຂຶ້ນ ໂດຍ ການເປັນປະທານ ຂອງ ທ່ານ ສີລິສໍາພັນ ວໍຣະຈິດ ຫົວໜ້າກົມ​ແຜນການ ແລະ ການຮ່ວມມືກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອເຜີຍແຜ່ຄົ້ນຄວ້າເຊື່ອມຊຶມການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 03/ນຍ, ລົງວັນທີ 09 ກຸມພາ 2018 ກ່ຽວກັບວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານຄຸ້ມຄອງລັດຖະກອນ ສຸດທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງທີ່ຕິດພັນກັບວຽກງານພະນັກງານ-ລັດຖະກອນ, ໃຫ້ພະນັກງານ-ລັດຖະກອນທຸກຄົນເຊື່ອມຊຶມເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບການຄຸ້ມຄອງພະນັກງານ.

          ກະຊວງອຸດສາຫະກໍາ ແລະ ການຄ້າ ໃນໄລຍະຜ່ານມາແມ່ນອີງໃສ່ການປັບປຸງກົງຈັກ​ການຈັດຕັ້ງ ໃຫ້ກະທັດຮັດເບົາບາງ ແລະ ສົມເຫດສົມຜົນຕາມພາລະບົດບາດຄຸ້ມຄອງມະຫາພາກ ຂັ້ນກະຊວງຍັງຮັກສາໂຄງປະກອບກົງຈັກການຈັດຕັ້ງມີ 1 ຫ້ອງການ, 10 ກົມ ແລະ 1 ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ສໍາລັບຂັ້ນພະແນກ ອຄ ແຂວງ ແລະ ນະຄອນຫຼວງແມ່ນ ຍັງສືບຕໍ່ຮັກສາ 8 ຂະແໜງການ, ຂັ້ນເມືອງມີ 4 ໜ່ວຍງານ ການຄຸ້ມຄອງແມ່ນອີງໃສ່ພາລະບົດບາດ ແບ່ງຂັ້ນຕອນຄຸ້ມຄອງແຕ່ສູນກາງ ລົງຮອດທ້ອງຖິ່ນ.

          ກອງປະຊຸມ​ໄດ້ເຜີຍແຜ່​ເອກະສານ​ການປະຕິບັດຄໍາສັ່ງຂອງນາຍົກເລກທີ 03/ນຍ, ລົງວັນທີ 09 ກຸມພາ 2018 ​ໂດຍ ທ່ານ ສຸວັນນີ ລັດຕະນະວົງ ຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງທີ່ ໄດ້ຄົ້ນຄວ້າເຊື່ອມຊຶມການຈັດຕັ້ງປະຕິບັດ​ຄໍາ​ສັ່ງ​ຂອງ​ທ່ານ​ນາຍົກຊຶ່ງມັນຕິດພັນກັບບັນຫາທີ່ເຮົາມີຄວາມສົນໃຈຈະແກ້ໄຂ ແລະ ປະຕິບັດໃນຕໍ່ໜ້າໃຫ້ໄດ້ຕາມທິດທາງ​ໃນໄລຍະໃໝ່ ທີ່ຕິດພັນກັບປັບປຸງແກ້ໄຂກົງຈັກການຈັດຕັ້ງ​ໃຫ້ມີຄວາມກະທັດຮັດ, ມີຄຸນນະພາບ ແລະ ສົມເຫດສົມຜົນ, ຕິດພັນກັບການກໍານົດຕໍາແໜ່ງງານ ຂອງພະນັກງານຕາມພາລະບົດບາດໃຫ້ສອດຄ່ອງ ເພື່ອແກ້ໄຂສະພາບພະນັກງານເຫຼືອບໍ່ພໍ.

IMG_5059

          ຕອນທ້າຍ ທ່ານ ສີລິສໍາພັນ ວໍຣະຈິດ ​ໄດ້​ສະ​ແດງ​ຄວາມ​ເຊື່ອໝັ້ນວ່າ ພາຍຫຼັງກອງປະຊຸມຄັ້ງນີ້ສໍາເລັດແລ້ວພວກທ່ານຈະໄດ້ພ້ອມ ກັນເອົາໃຈໃສ່ ຜັນຂະຫຍາຍຈັດຕັ້ງປະຕິບັດບັນດາເນື້ອໃນຕ່າງໆ ຂອງຄໍາສັ່ງ 03/ນຍ, ຄົ້ນຄວ້າປຶກສາຫາລື ໃນແຕ່ລະບັນຫາໃຫ້ປະກົດຜົນເປັນຈິງດ້ວຍບາດກ້າວບຸກທະລຸຢ່າງຕັ້ງໜ້າໃນການປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດ ຕໍາແໜ່ງງານໃຫ້ມີຜົນສໍາເລັດທຸກປະການ.

                                                                                                                             ຂ່າວໂດຍ: ໄພຄໍາອີ ວິໄລຄໍາ