ພິທີເປີດການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອປັບປຸງລະບົບຂໍ້ມູນຂ່າວສານ (ICT) ຂອງກະຊວງອຸດສາຫະກໍາ ແລະ ການຄ້າ
By sonsathit rasavong On 22 May, 2019 At 09:59 AM | Categorized As ຂ່າວສຳຄັນ | With 0 Comments

         ໃນຕອນເຊົ້າວັນທີ 21 ພຶດສະພາ 2019 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີເປີດການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອປັບປຸງລະບົບຂໍ້ມູນຂ່າວສານ (ICT) ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການເຂົ້າຮ່ວມເປັນປະທານໃນພິທີຕັດແຖບຜ້າເປີດໂຄງການ ຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Wang Qihui ທີ່ປຶກສາເສດຖະກິດການຄ້າ ປະຈຳສະຖານທູດຈີນ ປະຈຳສປປ ລາວ, ພ້ອມດຽວກັນນີ້ ກໍ່ມີຕາງໜ້າຈາກພາກສ່ວນຕ່າງໆ ໂດຍມີ ທ່ານ ສຸບັນ ວິຈິດຕາ ຮອງຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຈີນ ກະຊວງແຜນການ ແລະ ການລົງທຶນ, ມີຮອງຫົວໜ້າຫ້ອງການ, ບັນດາຄະນະກົມ, ສະຖາບັນ ອ້ອມຂ້າງກະຊວງ ອຄ, ບໍລິສັດ ຈົງຫຸຍຈ້ຽນ ເຕັກໂນໂລຊີ ຈຳກັດຜູ້ດຽວ, ບໍລິສັດ ວິສະວະກຳ ເຕັກໂນໂລຊີຫຸ້ນສ່ວນຈຳກັດ ແຫ່ງ ສະຖາບັນອອກແບບ ແລະ ຄົ້ນຄວ້າ ຂະແໜງການໄອທີ ເລກທີ 11, ຕາງໜ້າຈາກກະຊວງອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

IMG_5184

       ໂຄງການປັບປຸງລະບົບ ICT ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເປັນໂຄງການຊ່ວຍເຫຼືອລ້າ ຈາກລັດຖະບານ ສປ ຈີນ ໂດຍຜ່ານ ຫ້ອງການຄະນະກຳມະການຮ່ວມມື ລາວ-ຈີນ ຂອງກະຊວງແຜນການ ແລະ ການລົງທຶນ ມີຈຸດປະສົງເພື່ອປັບປຸງ ແລະ ຍົກລະດັບລະບົບ ICT ຂອງ ກະຊວງ ອຄ ຕາມຍຸດທະສາດ ພັດທະນາລະບົບ ICT ຂອງກະຊວງ ອຄ 2016-2020. ພາຍຫລັງໄດ້ລົງນາມ ໂຄງການຈົນເຖິງ ປັດຈຸບັນ ໄດ້ສຳເລັດ ການສຳຫຼວດ ແລະ ຈະລິເລີ່ມລົງມືກໍ່ສ້າງ ໂດຍແມ່ນບໍລິສັດ CHINA ICONIC TECHNOLOGY CO.,LTD ຈາກ ສປ ຈີນ ເປັນຕົວແທນຈັດຕັ້ງປະຕິບັດໂຄງການ ຊຶ່ງມີ 5 ເປົ້າໝາຍ ຄື: 1./ ປັບປຸງຫ້ອງ Server, 2./ ສ້າງລະບົບ e-Filing, 3./ ສ້າງຫ້ອງປະຊຸມທາງໄກ ແລະ ຫ້ອງ Media Room, 4./ ຕິດຕັ້ງໄມໂຄໂຟນ ຢູ່ຫ້ອງປະຊຸມໃຫຍ່ຂອງ ກະຊວງ ອຄ ແລະ 5./ ຈັດຝຶກອົບຮົມດ້ານ ICT. ໂຄງການ ມີໄລຍະເວລາ ເລີ່ມແຕ່ເດືອນ ພຶດສະພາ 2019 ຮອດທ້າຍປີ 2020 ແນໃສ່ປັບປຸງພື້ນຖານໂຄງລ່າງ ICT ຂອງ ກະຊວງ ໄປ​ສູ່​ບາດກ້າວ​ໃຫມ່ ​ຕາມທິດການຫັນເປັນທັນສະໄໝ ທີ່​ຈະ​ຊ່ວຍ​ເພີ່ມ​ທະວີ ສິ່ງອຳນວຍຄວາມສະດວກ ​ແລະ ​ເສີມ​ຂະຫຍາຍ​ບົດບາດ ຂອງ ​ວຽກງານ​ຂະ​ແໜງ ອຸດສາຫະກຳ ​ແລະ ການ​ຄ້າ ໃນຍຸກໂລກາພິວັດ ໃຫ້ມີຄວາມກ້າວໜ້າ ທັນສະໄໝ ສາມາດຕອບ ສະໜອງ ດ້ານພື້ນຖານໂຄງລ່າງ ໃຫ້ແກ່ລະບົບການບໍລິການຕ່າງໆ ທີ່ມີຢູ່ໃນປັດຈຸບັນ ແລະ ຈະເກີດຂຶ້ນໃນອະນາຄົດ.

IMG_5187

       ໃນພິທີດັ່ງກ່າວ ທ່ານ Yuan Shiwei ປະທານ ບໍລິສັດ ເຕັກໂນໂລຊີ ຫຸ້ນສ່ວນຈຳກັດ ແຫ່ງ ສະຖາບັນອອກແບບ ແລະ ຄົ້ນຄວ້າ ຂະແໜງການໄອທີ ເລກທີ 11 ແລະ ທ່ານ Xie Zhaokai ຮອງຜູ້ອຳນວຍການ ບໍລິສັດ ຈົງຫຸຍຈ້ຽນ ເຕັກໂນໂລຊີ ຈຳກັດຜູ້ດຽວ ໄດ້ຮ່ວມກັນໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມກັນປະສານງານ ຄຸ້ມຄອງການກໍ່ສ້າງໃຫ້ໄດ້ມາດຕະຖານ, ນຳໃຊ້ເຕັກນິກວິຊາການທີ່ມີຄວາມຮູ້ຄວາມສາມາດເຂົ້າໃນການຈັດຕັ້ງປະຕິບັດໂຄງການ, ນຳໃຊ້ອຸປະກອນທີ່ທັນສະໄໝ ແລະ ປອດໄພ ແລະ ຈະຮ່ວມກັນຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດຕາມກຳນົດເວລາ.

IMG_5144

        ໃນຕອນທ້າຍຂອງພິທີດັ່ງກ່າວ ທ່ານ ຄຳສອນວັນ ພຸດດາວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ຂຶ້ນກ່າວຄຳຂອບໃຈຢ່າງສູງ ມາຍັງ ລັດຖະບານ ສປ ຈີນ ກໍ່ຄື ກະຊວງການຄ້າ ສປ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນການປັບປຸງວຽກງານ ICT ຂອງກະຊວງ ອຄ ຂອງ ສປປ ລາວ.

IMG_5151

      ພ້ອມດຽວກັນນີ້, ຂໍສະແດງຄວາມຂອບໃຈ ມາຍັງ ທີ່ປຶກສາການຄ້າ ສປ ຈີນ ປະຈຳລາວ, ບໍລິສັດວິສະວະກໍາເຕັກໂນໂລຊີ ຫຸ້ນສ່ວນຈໍາກັດ ແຫ່ງສະຖາບັນອອກແບບ ແລະ ຄົ້ນຄວ້າ ຂະແໜງການໄອທີ ເລກທີ 11 ແລະ ບໍລິສັດ CHINA ICONIC TECHNOLOGY CO.,LTD ທີ່ໄດ້ອໍານວຍຄວາມສະດວກໃນການປະສານສົມທົບ ແລະ ຮ່ວມມືຢ່າງໃກ້ຊິດ ແລະ ທ່ານຍັງເຊື່ອໝັ້ນວ່າໂຄງການດັ່ງກ່າວ ຈະຊ່ວຍຊຸກຍູ້ການເຕີບໂຕຂອງເສດຖະກິດ ຂອງປະເທດ ເວົ້າລວມ ແລະ ແນ່ນອນ ເວົ້າສະເພາະ ທົ່ວຂົງເຂດຂະແໜງອຸດສາຫະກໍາ ແລະ ການຄ້າ ກໍຈະໄດ້ປະໂຫຍດ ແລະ ໄດ້ນໍາໃຊ້ ໂຄງລ່າງພື້ນຖານລະບົບ ICT ທີ່ຈະສ້າງ ແລະ ປັບປຸງໃໝ່ນີ້ເຂົ້າໃນວຽກງານຕົວຈິງ, ເປັນຕົ້ນ ການປະສານງານ  ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ວ່ອງໄວຂຶ້ນ, ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໃຫ້ທັນກັບຍຸກສະໄໝ.

                                                                                                                                                                             ຂ່າວໂດຍ: ທ. ສອນສະຖິດ ຣາຊະວົງ

ສຸນສະຖິຕິ ແລະ ຂໍ້ມູນຂ່າວສານ

ຮຽບຮຽງຂ່າວໂດຍ: ທ. ນ ຖື ແຫວນວົງສົດ