ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາລັບ ເອມີເຫລດ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ
By phaikhame evilay On 22 May, 2019 At 11:24 AM | Categorized As ຂ່າວສຳຄັນ | With 0 Comments

IMG_5095.1

      ຕອນບ່າຍ ເວລາ 4: 00 ໂມງ ຂອງວັນທີ 17 ພຶດສະພາ 2019 ທີ່ຫ້ອງຮັບແຂກຊັ້ນ 4 ຂອງກະຊວງອຸດຫະກໍາ ແລະ ການຄ້າ ທ່ານ Obaid Saeed Bin Taresh AI Dhaheri, ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາລັບ ເອມີເຫລດ ປະຈໍາ ສປປ ລາວ ເຊິ່ງມີສໍານັກງານສະຖານເອກອັກຄະລັດສະຖະທູດ ຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ  ລັດຖະມົນຕີ​ ກະ​ຊວງ​ ອຄ  ໂດຍການເຂົ້າຮ່ວມທັງສອງຝ່າຍມີຈໍານວນ 11 ກວ່າທ່ານ.

IMG_5090.4

       ການ​ເຂົ້າຢ້ຽມ​ຂໍ່ານັບໃນ​ຄັ້ງນີ້​ເປັນການແລກປ່ຽນບົດຮຽນ ແລະ ເສີມສ້າງສາຍພົວພັນຮ່ວມມືຊຶ່ງກັນ ແລະ ກັນ; ໄລຍະຜ່ານມາທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ລະຫວ່າງ ສະຫະລັດອາລັບ ເອມີເຫລດ-ສປປ ລາວ. ພ້ອມ​ທັງ​ການສົ່ງເສີມການເພີ່ມຜະລິດຕະພາບໃນຂົງເຂດພາກລັດ ແລະ ພາກທຸລະກິດ  ລະຫວ່າງ ສອງ​ປະ​ເທດ ໃຫ້ມີການຄ້າຮ່ວມກັນ ​ໂດຍ​ສະ​ເພາະ ສິນຄ້າການນໍາເຂົ້າ  ແລະ ສົ່ງອອກ​ເພີ້ມຂຶ້ນ​ໃນ​ອະນາຄົດ;

IMG_5123.2

        ຕອນທ້າຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຍິນດີຕ້ອນຮັບ ແລະ ການໃຫ້ຄວາມຮ່ວມມືເປັນຢ່າງດີ ຂອງ ທ່ານ Obaid Saeed Bin Taresh AI Dhaheri, ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາລັບ ເອມີເຫລດ, ​ແລະ ທ່ານ Obaid Saeed Bin Taresh AI Dhaheri ກໍ່ສະແດງຄວາມຂອບໃຈມາຍັງ ທ່ານ ລັດຖະມົນຕີກະຊວງ ອຄ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ