ຊຸດຝຶກອົບຮົມໃນຫົວຂໍ້: “ການບໍລິຫານຈັດການສະມາຄົມທຸລະກິດຂະໜາດນ້ອຍ” ໃນລະຫວ່າງວັນທີ 27 – 31 ພຶດສະພາ 2019, ທີ່ ແຂວງວຽງຈັນ ພາຍໃຕ້ໂຄງການສົ່ງເສີມຜະລິດເປັນສິນຄ້າ ແລະ ຄ້ຳປະກັນສະບຽງອາຫານ
By theu vaenvongsod On 27 May, 2019 At 01:29 PM | Categorized As ຂ່າວພາຍໃນ | With 0 Comments

WhatsApp Image 2019-05-27 at 10.48.07
     ໃນລະຫວ່າງວັນທີ 27 – 31 ພຶດສະພາ 2019, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້: “ການ​ບໍລິຫານຈັດການສະມາຄົມທຸລະກິດຂະໜາດນ້ອຍ’’ ພາຍໃຕ້ໂຄງການສົ່ງເສີມຜະລິດເປັນສິນຄ້າ ແລະ ຄ້ຳປະກັນສະບຽງອາຫານ ຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ ທີ່ຫ້ອງປະຊຸມພະແນກ ອຄ ແຂວງວຽງຈັນ, ເຊິ່ງເຂົ້າຮ່ວມເປັນປະທານກ່າວເປີດໂດຍ ທ່ານ ສາ ສີລິພົງ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທ່ານ ວຽງສະຫວັນ ທອງເພັງບັນທະວົງ ຮອງຫົວໜ້າພະແນກ ອຄ ແຂວງວຽງຈັນ ເປັນປະທານຮ່ວມ.​ ມີນັກສຳມະນາກອນ ຈຳນວນ 31 ທ່ານ, ​ຍິງ 06 ທ່ານ ມາຈາກ 2 ເມືອງຄື: ເມືອງທຸລະຄົມ ແລະ ເມືອງໂພນໂຮງ. ແຂວງວຽງຈັນ ແມ່ນແຂວງໜຶ່ງທີ່ນອນໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ; ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ບັນດາພາກທຸລະກິດ ແລະ ພາກລັດໃຫ້ມີຄວາມເຂົ້າໃຈເຖິງຄວາມສຳຄັນໃນການບໍລິຫານຈັດການກຸ່ມໃຫ້ເປັນລະບົບ ແລະ ມີ​ຄວາມເຂັ້ມ​ແຂງ, ມີຄວາມ​ອາດ​ສາມາດ​ໃນ​ການ​ແຂ່ງຂັນ​ ແລະ ການເຂົ້າເຖິງຕະຫຼາດ, ເຂົ້າເຖິງຂໍ້ມູນຂ່າວສານດ້ານຕ່າງໆໂດຍງ່າຍ. ອີກ​ດ້ານ​ໜຶ່ງ​ກໍ່​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ ຫຼື ຈຸນລະວິສາຫະກິດ ທີ່ຮ່ວມຕົວເຂົ້າກັນແລ້ວມີໂອກາດໃນການສ້າງຄວາມເຂັ້ມແຂງ, ແລກປ່ຽນບົດຮຽນໃໝ່ໆຊຶ່ງກັນ ແລະ ກັນ, ມີການ​ຂະຫຍາຍຕົວພາຍໃນກຸ່ມທຸລະກິດດັ່ງກ່າວ  ແລະ ມີການພັດທະນາ​ແບບ​ຍືນ​ຍົງ​ດ້ວຍຕົວ​ເຂົາ​ເຈົ້າ​ເອງ.

WhatsApp Image 2019-05-27 at 10.48.27

      ໃນເບື້ອງຕົ້ນຈະໃຫ້ບັນດາກຸ່ມມີການ​ຝຶກ​ອົບຮົມ ກ່ຽວກັບ​ວິທີການສ້າງຕັ້ງກຸ່ມ, ການບໍລິຫານກຸ່ມທຸລະກິດ, ລະບຽບຂໍ້ກໍານົດ ແລະ ນະໂຍບາຍຕ່າງໆພາຍໃນກຸ່ມ, ການປະເມີນຄວາມຈຳເປັນ, ຂໍ້ໄດ້ປຽບ ແລະ ຂໍ້ເສຍປຽບຂອງການເຮັດເປັນກຸ່ມທຸລະກິດ, ການກຳນົດການເຄື່ອນໄຫວກິດຈະກໍາ, ການເຮັດວຽກຮ່ວມກັນ, ການແກ້ໄຂບັນຫາ, ການສື່ສານ, ການບໍລິຫານດ້ານການເງິນຂອງທຸລະກິດ, ການຕະຫຼາດ, ແຜນດຳເນີນງານ ​ເພື່ອ​ກ້າວ​ເຂົ້າ​ໄປ​ຫາ​ການ​ໄດ້​ຮັບຢັ້ງຢືນເປັນກຸ່ມ ຂອງແຂວງໃຫ້ປະກົດຜົນເປັນຈິງ ໃນການສ້າງເປັນຕົວແບບ​ ຂອງ​ການຮ່ວມ​ກຸ່ມທຸລະກິດ (Cluster). ພ້ອມທັງເພື່ອສ້າງຄວາມຮັບຮູ້ໃນການຮ່ວມກຸ່ມທຸລະກິດ ແລະ ສ້າງເຂັ້ມແຂງໃຫ້ກັບຂະແໜງທຸລະກິດ ທີ່ເຮັດການຜະລິດໂດຍສະເພາະໃນຂະແໜງການເຂົ້າ, ສ້າງຄວາມຮັບຮູ້ດ້ານວິຊາການຕ່າງໆ ແລະ ຮູ້ເຖິງຄວາມ ໝາຍຄວາມສຳຄັນຂອງການຮ່ວມກຸ່ມທຸລະກິດ ໂດຍເລີ່ມຈາກການສ້າງກຸ່ມທຸລະກິດຕົວແບບ.

WhatsApp Image 2019-05-27 at 10.49.04

ຂ່າວໂດຍ: ນ ພິມພອນ ສາຍສູນທອນ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

ຮຽບຮຽງໂດຍ: ນ ຖື ແຫວນວົງສົດ, ກົມແຜນການ ແລະ ການຮ່ວມມື