່ທ່ານ Xu Lejiang ຮອງປະທານ ສະຫະພັນອຸດສາຫະກໍາ ແລະ ການຄ້າ ທົ່ວປະເທດຈີນ ເຂົ້າຢ້ຽມຂໍ່ານັບພົບປະ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ
By phaikhame evilay On 29 May, 2019 At 02:19 PM | Categorized As ຂ່າວສຳຄັນ | With 0 Comments

IMG_5275.5

       ຕອນເຊົ້າ ເວລາ 9: 30 ໂມງ ຂອງວັນທີ 28 ພຶດສະພາ 2019 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ Xu Lejiang ຮອງປະທານ ສະຫະພັນອຸດສາຫະກໍາ ແລະ ການຄ້າ ທົ່ວປະເທດຈີນ, ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບພົບປະ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ  ລັດຖະມົນຕີ​ ກະ​ຊວງ​ ອຄ  ໂດຍມີ ທ່ານ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ ແລະວິຊາການກົມທີ່ ກ່ຽວຂ້ອງພ້ອມຄະນະທັງສອງຝ່າຍເຂົ້າຮ່ວມມີຈໍານວນ 30 ກວ່າທ່ານ.

IMG_5237.1

       ການ​ເຂົ້າຢ້ຽມ​ຂໍ່ານັບພົບປະໃນ​ຄັ້ງນີ້ ຈຸດປະສົງເພື່ອເປັນການສຶກສາຂໍ້ມູນ​ແລກປ່ຽນບົດຮຽນຊອກຫາ ຊ່ອງທາງໃນການຮ່ວມມື, ດ້ານເສດຖະກິດ, ການລົງທຶນ ແລະ ເສີມສ້າງສາຍພົວພັນທີ່ດີ ຊຶ່ງກັນ ແລະ ກັນ ທາງດ້ານການຄ້າ ແລະ ການລົງທຶນຢູ່ ສປປ ລາວ; ຄະນະດັ່ງກ່າວມີເຈດຈໍານົງ ເພື່ອເຂົ້າມາລົງທຶນດໍາເນີນທຸລະກິດທີ່ ສປປ ລາວ, ເພື່ອເປັນການຮັດແໜ້ນສາຍພົວພັນຮ່ວມມືທີ່ດີ ລະຫວ່າງ ສອງ​ປະ​ເທດ ສປປ ລາວ – ສປ ຈີນ ໃຫ້ມີການຄ້າການລົງທຶນຮ່ວມກັນເພີ່ມຂຶ້ນ ຊຶ່ງຄະນະມາຄັ້ງນີ້ມີ 2 ບໍລິສັດຄື: ບໍລິສັດ ຊີນຊີຫວັງ (New Hope Group) ເປັນກຸ່ມບໍລິສັດ ທີ່ໄດ້ມາສ້າງຕັ້ງໂຮງງານຜະລິດຫົວອາຫານ ຢູ່ເຂດພັດທະນາກວມລວມໄຊເສດຖາ ແລະ ບໍລິສັດ Shanghai MicroPort Medical (Group)Co.,Ltd ເປັນກຸ່ມບໍລິສັດຮັບໃຊ້ອຸປະກອນທັນສະໄໝທາງດ້ານການແພດ ຊຶ່ງທ່ານນາຍົກລັດຖະມົນຕີໄດ້ໄປຢ້ຽມບໍລິສັດດັ່ງກ່າວໃນໄລຍະທີ່ໄປເຂົ້າຮ່ວມງານວາງສະແດງສິນຄ້ານໍາເຂົ້າສາກົນແຫ່ງຊາດຈີນ ໃນທ້າຍປີ 2018 ທີ່ຜ່ານມາ.

IMG_5258.4

        ຕອນທ້າຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຍິນດີຕ້ອນຮັບ ແລະ ການທີ່ຈະມີນັກລົງທຶນມາລົງທຶນຢູ່ ສປປ ລາວ ຫຼາຍຂຶ້ນກໍ່ເປັນຜົນປະໂຫຍດທີ່ດີຕໍ່ກັບການພັດທະນາປະເທດຊາດ; ​ພ້ອມກັນນັ້ນ ທ່ານ Xu Lejiang ກໍ່ສະແດງຄວາມຂອບໃຈມາຍັງ ທ່ານ ລັດຖະມົນຕີກະຊວງ ອຄ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ