ພະແນກອຸດສາຫະກຳ ແລະ ການຄ້າແຂວງຫຼວງພະບາງ ຍຶດຜະລິດຕະພັນແຟັບແອັກແທັກ ອີຊີ ສິນຄ້າລອກຮຽນແບບ
By theu vaenvongsod On 1 Jul, 2019 At 10:26 AM | Categorized As ຂ່າວພາຍໃນ | With 0 Comments

   Luangprabang adtag ec 1

     ຫຼວງພະບາງ ແມ່ນແຂວງໜຶ່ງທີ່ມີຄວາມເອົາໃຈໃສ່ເຂັ້ມງວດ ຕິດຕາມກວດກາຄຸນນະພາບສິນຄ້າຕາມທ້ອງຕະຫຼາດ. ທັ້ງນີ້, ກໍ່ເພື່ອປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກ.

     ໂດຍບໍ່ດົນມານີ້, ທາງເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມຕົວແທນຂອງບໍລິສັດສະຫວັນໄຊ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ໄດ້ລົງຕິດຕາມກວດກາຢູ່ຕາມຮ້ານຄ້າຂາຍຍົກ-ຂາຍຍ່ອຍ ໃນເທດສະບານນະຄອນ-ຫຼວງພະບາງ ແລະ ຕາມທ້ອງຕະຫຼາດຄື: ຕະຫຼາດໂພສີ, ຕະຫຼາດນາວຽງຄຳ, ບ້ານສັງຄະໂລກ, ບ້ານພູໝອກ, ບ້ານຜາສຸກ, ບ້ານໜອງຊາຍ ແລະ ຮ້ານຄ້າຂາຍຍົກ-ຂາຍຍ່ອຍຕາມເສັ້ນທາງ 13 ເໜືອ ພົບເຫັນສິນຄ້າລອກຮຽນແບບປະເພດ ແຟັບແອັກແທັກ ອີຊີ  ຈຳນວນ 312 ຖົງ ມູນຄ່າ 2.735.000 ກີບ. ໃນນັ້ນຂະໜາດບັນຈຸ 3.000 ກຣາມ 19 ຖົງ ແລະ 450 ກຣາມ 293 ຖົງ. ສ່ວນຕະຫຼາດຟອງສະຫວັນ ແລະ ຕະຫຼາດມະໂນລັກ ແມ່ນບໍ່ພົບເຫັນ. ສິນຄ້າດັ່ງກ່າວແມ່ນເກັບຮັກສາໄວ້ທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງຫຼວງພະບາງ ເພື່ອກະກຽມທຳລາຍຖິ້ມ.

Luangprabang adtag ec

     ທັງໝົດນີ້, ກໍ່ເພື່ອເຮັດໃຫ້ບັນຍາກາດການຊື້-ຂາຍຢູ່ໃນທ້ອງຕະຫຼາດ ແລະ ເຂົ້າສູ່ລະບົບຂຶ້ນເທື່ອລະກ້າວ ແລະ ສ້າງໃຫ້ມີຄວາມຍຸຕິທຳໃນສັງຄົມ.

ຂ່າວ: ແສງວິລັດ ຍົດສະຫວັດ ພະ​ແນ​ກ ອຄ ​ແຂວງ​ຫຼວງພະ​ບາງ

ພາບ: ທອງໄລ ນາມມະວົງ

ຮຽບຮຽງໂດຍ: ນ ຖື ແຫວນວົງສົດ