Author

ໂດຍ: ໄພວັນ ວັນທີ 29 May, 2024 ເວລາ 02:20 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0789

ວັນທີ 27 ພຶດສະພາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ຢາງ ໂຢຊິງ, ຮອງປະທານ ສະຫະພັນອຸດສາຫະກຳ ແລະ ການຄ້າແຫ່ງ ສປ ຈີນ ພ້ອມດ້ວຍຄະນະໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ. ໂອກາດນີ້ທ່ານ ມະໄລທອງ ກົມມະສິດ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່ ລາວ ຂອງຄະນະຜູ້ແທນ ຈາກສະຫະພັນອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປ … Continue reading

ໂດຍ: ໄພວັນ ວັນທີ 23 May, 2024 ເວລາ 10:56 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0023.jpg 1

ວັນທີ 20 ພຶດສະພາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີຖະແຫຼ່ງຂ່າວເນື່ອງໃນວັນວັດແທກໂລກ ຄົບຮອບ 149 ປີ ໃຫ້ກຽດຖະແຫຼງຂ່າວຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງ ຂອງການສະເຫຼີມສະຫຼອງ ວັນວັດແທກໂລກ ແມ່ນເພື່ອສ້າງຈິດສຳນຶກ ແລະ ຄວາມຮັບຮູ້ ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນແມ່ນຜູ້ສ້າງລະບຽບການ ແລະ ຄຸ້ມຄອງ ວຽກງານການວັດແທກ, ຜູ້ປະກອບການ,​ ນັກທຸລະກິດ, ຜູ້ຜະລິດ, ຜູ້ຄ້າຂາຍ ແລະ ຜູ້ຊົມໃຊ້ທັງໝົດ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ … Continue reading

ໂດຍ: ໄພວັນ ວັນທີ 21 May, 2024 ເວລາ 12:34 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG 7

ວັນທີ 20 ພຶດສະພາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ຫຼີ ປີງຈິນ ເຈົ້າແຂວງກຸ້ຍໂຈວ ສປ ຈີນ ພ້ອມດ້ວຍຄະນະໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ. ໂອກາດນີ້ທ່ານ ມະໄລທອງ ກົມມະສິດ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່ ລາວ ຂອງຄະນະຜູ້ແທນ ແຂວງກຸ້ຍໂຈວ ຄັ້ງນີ້ຈະເປັນການປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ ລາວ-ຈີນ ໂດຍສະເພາະລະຫວ່າງລາວ ແລະ ແຂວງກຸ້ຍໂຈວ ເປັນຕົ້ນແມ່ນການຮ່ວມມືທາງດ້ານການຄ້າ ແລະ … Continue reading

ໂດຍ: ໄພວັນ ວັນທີ 15 May, 2024 ເວລາ 04:22 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0163.jpg 1

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ເປີດໂຕ ແພລັດຟອມການຄ້າເອເລັກໂຕຣນິກສຳລັບຜະລິດຕະພັນກະສິກຳລາວ  www.laoproduct.com.la ທີ່ເປັນແພລັດຟອມພາຍໃນ ແລະ www.laoproduct.com.cn ທີ່ເປັນແພລັດຟອມຂ້າມແດນ ສໍາລັບຊື້ຂາຍສິນຄ້າລະຫວ່າງ ລາວ ແລະ ຈີນ. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 13 ພຶດສະພາ 2024 ທີ່ໂຮງແຮມດອນຈັນພາເລດ, ສປປ ລາວ ເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ, ທ່ານ ທ່ານ ຫວາງສ້າງ ອຸປະທູດຊົ່ວຄາວ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ, … Continue reading

ໂດຍ: ໄພວັນ ວັນທີ 14 May, 2024 ເວລາ 11:27 AM | ແຍກຕາມຫມວດ ຂ່າວຕ່າງປະເທດ | % ຄຳເຫັນ 0 Comments
IMG_0088.jpg 3

ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ເຊັນສັນຍາກັບບໍລິສັດ ຊວນເຢ ລາວຈໍາກັດຜູ້ດຽວ ເພື່ອສືບຕໍ່ໃຫ້ວຍກງານການຮ່ວມມືພັດທະນາ ແລະ ການບໍລິການສູນວາງສະແດງຮ່ວມມືເສດຖະກິດ ແລະ ການຄ້າ ຂອງ ສປປ ລາວ ທີ່ ເມືອງຢາງຟຸ, ນະຄອນຊຽງໄຮ, ສປ ຈີນ. ຮັບປະກັນການສ້າງເວທີດ້ານການຮ່ວມມືສົ່ງເສີມການຄ້າ ແລະ ເສດຖະກິດ ທີ່ລາວ-ຈີນ ໃຫ້ມີໝາກຜົນ ແລະ ບັນລຸໄດ້ຕາມເປົ້າໝາຍ.           ພິທີເຊັນສັນຍາ ໄດ້ຈັດຂຶ້ນໃນວັນທີ 10 ພຶດສະພາ 2024 ທີ່ຫ້ອງປະຊຸມສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ … Continue reading

ໂດຍ: ໄພວັນ ວັນທີ 11 May, 2024 ເວລາ 04:52 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_12

ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມສໍາມະນາແລກປ່ຽນຄວາມຮູ້ໃນຫົວຂໍ້: “ບົດບາດຂອງອຸດສາຫະກຳປຸງແຕ່ງມັນຕົ້ນຂອງ ສປປ ລາວ ຢູ່ໃນຕ່ອງໂສ້ມູນຄ່າເພີ່ມລະດັບພາກພື້ນ” ຈັດຂື້ນໃນວັນທີ 10 ພຶດສະພາ 2024 ທີ່ກະຊວງ ອຄ. ເປັນປະທານກ່າວເປີດງານໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ  ແລະ ກາາຄ້າ (ອຄ) ມີຫົວໜ້າສະຖາບັນ, ນັກຄົ້ນຄວ້າຈາກມະຫາວິທະຍາໄລ-ສະຖາບັນທີ່ກ່ຽວຂ້ອງ ພ້ອມດ້ວຍ ນັກສຶກສາຈາກສະຖາບັນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຄ ໄດ້ກ່າວວ່າ: ໂຄງການຄົ້ນຄວ້ານີ້ແມ່ນໄດ້ຮັບການສະໜັບສະໜຸນ ຈາກມະຫາວິທະຍາໄລ ມິຊີແກນ ປະເທດສະຫະລັດອາເມລິກາ ພາຍໃຕ້ PRCI. ຈຸດປະສົງຂອງໂຄງການ … Continue reading

ໂດຍ: ໄພວັນ ວັນທີ 3 May, 2024 ເວລາ 03:32 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0186.jpg 1

ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມຮັບຜິດຊອບອົງການມາດຕະຖານແຫ່ງຊາດ ແລະ ທັງເປັນຄະນະກຳມະການທີ່ປຶກສາດ້ານມາດຕະຖານ ແລະ ຄຸນນະພາບອາຊຽນ (ACCSQ) ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການໜ່ວຍງານວິຊາການດ້ານການຄຸ້ມຄອງຜະລິດຕະພັນວັດສະດຸການກໍ່ສ້າງ ແລະ ຕຶກອາຄານ ອາຊຽນ ຄັ້ງທີ 10 ຫຼື the 10th Meeting of Members of the Building and Construction Working Group (BCWG) ຂື້ນໃນລະຫວ່າງວັນທີ 02 – 03 ພຶດສະພາ 2024 ທີ່ ໂຮງແຮມ … Continue reading

ໂດຍ: ໄພວັນ ວັນທີ 26 Apr, 2024 ເວລາ 02:27 PM | ແຍກຕາມຫມວດ ຂ່າວຕ່າງປະເທດ | % ຄຳເຫັນ 0 Comments
IMG_01

ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມ ຝຶກອົບຮົມ ກ່ຽວກັບ ສັນຍາຂອບວຽກເສດຖະກິດດິຈິຕອນ ຂອງອາຊຽນ ຂື້ນໃນລະຫວ່າງວັນທີ 24 – 25 ເມສາ 2024, ທີ່ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ ມີບັນດາກົມ, ພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ. ທ່ານປະທານໄດ້ກ່າວວ່າ: ສັນຍາ DEFA ນີ້ຈະອຳນວຍຄວາມສະດວກໃຫ້ແກ່ການຄ້າດິຈິຕອນຂ້າມຊາຍແດນ, ຊ່ວຍໃຫ້ການເຮັດທຸລະກິດພາຍໃນພາກພື້ນງ່າຍດາຍຂື້ນ ໂດຍການປັບປຸງກົດລະບຽບດິຈິຕອນໃນຂົງເຂດທີ່ສໍາຄັນ ເຊັ່ນ: … Continue reading

ໂດຍ: ໄພວັນ ວັນທີ 22 Apr, 2024 ເວລາ 04:47 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_1

ກະຊວງອຸດສາຫະກຳ ແລະ ການຄ້າ ​(ອຄ) ​ເປີດ​ຊຸດຮຽນ ​ທິດ​ສະ​ດີກາ​ນ​ເມືອງ ຂັ້ນຕົ້ນ​ໄລຍະ 03 ເດືອນ ຊຸດທີ I ໃຫ້​ແກ່​ສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງ​ກະຊວງ​ ອຄ ຂື້ນໃນວັນທີ 22 ເມສາ 2024 ທີ່ຫ້ອງປະຊຸມກະຊວງ ອຄ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ອຄ ແລະ ສະຫາຍ ນາງ ບຸນມີ ຈຸນລະຈັກ, ຮອງເລຂາຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ, ມີຄະນະປະຈໍາພັກ, ບັນດາສະຫາຍເລຂາ, ຮອງເລຂາຄະນະຮາກຖານພັກ, ສະຫາຍ ປອ ສຸພາວະດີ … Continue reading

ໂດຍ: ໄພວັນ ວັນທີ 11 Apr, 2024 ເວລາ 09:56 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_2

ໃນລະຫວ່າງວັນທີ 09-11 ເມສາ 2024 ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າ (ອຄ) ໄດ້ນໍາພາຄະນະຈາກກະຊວງ ອຄ ລົງເຄື່ອນໄຫວວຽກງານຢູ່ເເຂວງຫົວພັນ. ຈຸດປະສົງເເມ່ນເພື່ອພົບປະຢ້ຽມຢາມການນໍາເເຂວງຫົວພັນ ເເລະ ໂອ້ລົມພະນັກງານພະເເນກອຸດສາຫະກໍາ ເເລະ ການຄ້າ ເເຂວງຫົວພັນ ພ້ອມທັງລົງຢ້ຽມຢາມຜູ້ປະກອບການ ທີ່ໄດ້ຮັບທຶນສະໜັບສະໜຸນຈາກທຶນສົມທົບ BAF ພາຍໃຕ້ໂຄງການ LCT ໃນໂອກາດການເຄື່ອນໄຫວວຽກງານໃນຄັ້ງນີ້, ວັນທີ 09 ເມສາ 2024 ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ປອ ຄໍາເເພງ ໄຊສົມເເພງ, ເຈົ້າເເຂວງເເຂວງຫົວພັນ ເເລະ ທ່ານ ນາງ … Continue reading